ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິທະຍາສາດ ພວມຊອກຫາ ສິ່ງທີ່ມີຊີວິດ ຢູ່ນອກ ຈັກກະວານ ດ້ວຍ ກ້ອງສ່ອງ ທີ່ທັນສະໄໝລ້ຳເລີດ


ມີສິ່ງທີ່ມີຊີວິດ ຢູ່ແຫ່ງຫົນອື່ນບໍ່ ນອກເໜືອໄປຈາກໂລກນີ້? ບັນດານັກວິທະຍາສາດ ກຳລັງພະຍາຍາມທຸກສິ່ງທຸກຢ່າງ ເພື່ອຈະຫາຄຳຕອບ ສຳລັບຄຳຖາມຂໍ້ນີ້. ແລະເຄື່ອງມືອັນນຶ່ງ ທີ່ພວກເພິ່ນນຳໃຊ້ ກໍແມ່ນກ້ອງສ່ອງຈານດາວທຽມລະບົບຈັບ ສັນຍານ ທີ່ມີເທັກໂນໂລຈີ ທັນສະໄໝລ້ຳເລີດທີ່ສຸດ ອັນນຶ່ງໃນ ໂລກ ທີ່ເອີ້ນວ່າ Green Bank Telescope ຫຼື GBT. ກ້ອງ ສ່ອງນີ້ ໄດ້ຮັບການຄັດເລືອກ ເມື່ອບໍ່ນານມານີ້ ໂດຍ “ໂຄງ ການລິເລີ້ມຄວາມກ້າວໜ້າ ໃນການຟັງສຽງ ຫຼື Break- through Listen Initiative” ຊຶ່ງມີເປົ້າໝາຍແນໃສ່ ເພື່ອ ສົ່ງເສີມຄວາມກ້າວໜ້າ ໃນພາລະກິດ ຂອງການຊອກຫາຊີວິດ ທີ່ສະຫລຽວສະຫລາດ ຢູ່ນອກຈັກກະວານ. ຜູ້ສື່ຂ່າວວີໂອເອ Enming Liu ແລະ Yiyi Yang ມີລາຍງານເລື້ອງນີ້ ທີ່ບັນຍາຍໂດຍ Lin Yang ຊຶ່ງ ພຸດທະສອນ ຈະນຳມາສະເໜີທ່ານ ເປັນພາສາລາວ.

XS
SM
MD
LG