ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຖານທູດ ສປປ ລາວ ປະຈຳ ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ສະຫຼອງ ວັນຊາດ ທີ 2 ທັນວາ


ພະນະທ່ານ ເອກອັກຄະລັດຖະທູດ ສປປ ລາວ ໄມ ໄຊຍະວົງ ກຳລັງກ່າວເປີດພິທີ ຢູ່ໂຮງແຮມ W Marriott Wardman ໃນ ນະຄອນຫລວງ ວໍຊິງຕັນ ດີ.ຊີ ວັນສຸກ ທີ 4 ທັນວາ.
ພະນະທ່ານ ເອກອັກຄະລັດຖະທູດ ສປປ ລາວ ໄມ ໄຊຍະວົງ ກຳລັງກ່າວເປີດພິທີ ຢູ່ໂຮງແຮມ W Marriott Wardman ໃນ ນະຄອນຫລວງ ວໍຊິງຕັນ ດີ.ຊີ ວັນສຸກ ທີ 4 ທັນວາ.

​ໃນ​ລາຍການ​ຊີວິດ​ຊາວ​ລາວວັນພ​ະຫັດ​ມື້​ນີ້ ​ເຮົາຈະ​ນຳ​ເອົາ​
ລາຍງານ ກ່ຽວກັບ​ພິທີ ສະຫລອງ​ວັນຊາດ ຄົບຮອບ 40 ປີ
ການ​ສະຖາປະນາ ສປປ ລາວ ທີ 2 ທັນວາ ຊຶ່ງ​ປີ​ນີ້​ ໄດ້​ຈັດ
​ຂື້ນໃນ​ວັນ​ສຸກທີ 4 ປີ 2015 ຢູ່​ທີ່ ​ໂຮງ​ແຮມ Washington
Marriott Wardman ທີ່​ນະຄອນຫລວງ ວໍ​ຊິງ​ຕັນ. ຢູ່​ໃນ​ພິ
ທີ່​ດັ່ງກ່າວ​ນີ້ມີບັນດາ​ນັກ​ການ​ທູດ ​ຜູ້​ແທນ​ສະພາ​ ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດສະຫະ
ລັດ ແລະສະມາຊິກ​ສັງຄົມລາວ-ອາ​ເມຣິກັນຈຳນວນ​ໜຶ່ງ ​ເຂົ້າ​ຮວມຊຶ່ງ ກິ່ງ​ສະຫວັນ ຈະ​
ນຳ​ມາ ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ວັນ​ທີ 2 ທັນວາ ​ທີ່​ຜ່ານ​ມານີ້ ສະຖານ​ເອກ​ອັກຄະ​ລັດຖະ
ທູດ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ​ສະຫະລັດ ອາ​ເມຣິກາ
ກາ​ນາ​ດາ ​ແລະເມັກຊິ​ໂກ ​ໄດ້​ຈັດ​ພິທີ່ ​ສ​ະ​ເຫລີ​ມສະຫລອງ ​ວັນ​ສະຖາປະນາ ສາທາລະນະ​
ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ຫລື ສປປ ລາວ ຄົບຮອບ 40 ປີ ​ແລະ 60 ປີ ແຫ່ງ
ການສ້າງຕັ້ງ ສາຍສຳພັນທາງ​ການ​ທູດ ລະຫວ່າງ ລາວ-ສະຫະລັດ. ​ໃນ​ວັນ​ດັ່ງກ່າວ​ນີ້ ປະທາ​ນາ​ມທິບໍດີ Barack Obama ​ໄດ້​ສົ່ງ​ສານອວຍພອນ ເຖິງປະທານ​ປະ​ເທດ ພະນະທ່ານ​ ຈູມ​ມະ​ລີ ​ໄຊ​ຍະ​ສອນ ພ້ອມ​ດ້ວຍ​ປະ​ຊາຊົນລາວ. ນອກຈາກ​ນັ້ນແລ້ວ ລັດຖະມົນຕີຕ່າງປະ​ເທດ ສະຫະລັດ ພະນະທ່ານ Jonh Kerry ກໍ​ໄດ້ສົ່ງ​ສານ​ເຖິງ ຜູ້ນຳ​ປະ​ເທດ​ລາວແລະ​ປະຊາຊົນລາວ​ ເຊັ່ນກັນ. ພະນະທ່ານ Kerry ​ໄດ້ກ່າວຕອນສຳຄັນ​ວ່າ :

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ພະນະທ່ານ John Kerry
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ພະນະທ່ານ John Kerry

ປີ​ນີ້​ເປັນ​ຂີດ ໝາຍຄົບຮອບ 40 ປີ​ ​ໃນ​ການ​ສ້າງ​ຕັ້ງ ສາທາລະ
ນະ​ລັດປະ ຊາທິປະໄຕປະຊາຊົ​ນລາ​ວ ​ແລະ
ຄົບຮອບ 60 ປີ
ຂອງ​ສາຍສຳພັນ​ດ້ານ​ການ​ທູດລະຫວ່າງ ສະຫະລັດ ​ກັບປະ
​ເທດ​ລາວ
. ໃນ​ລະດັບ​ການ​ພົວພັນໃນ​ປັດຈຸບັນ​ນີ້ ກ່ຽວ​ກັບ​
ດ້ານສາທາລະ​ນະສຸກ ສິ່ງ​ແວດ​ລ້ອມ ພະລັງງານ ​ແລະ​ກາ​ນ
ສຶກສາ ການ​ຮ່ວມມື​ ​ແມ່ນ​ໜັກ​ແໜ້ນຂຶ້​ນກວ່າ​ເກົ່າ ​ແບບ​ບໍ່​
ເຄີ​ຍ​ມີ​ມາ​ກ່ອນ
. ສະຫະລັດ ຈະ​ສືບ​ຕໍ່ດຳ​ເນີນ​ງານ​ຮ່ວມ​ກັບ
ປະ​ຊາ​ຊົນ​ລາວ ກ່ຽວ​ກັບ​ບັນຫາຕ່າງໆ​ທີ່​ໄດ້​ມີມາແລ້ວ ພ້ອມ​ທັງ​ເບິ່ງ​ໄປ​ໜ້າ​ກ່ຽວ​ກັບ​ໂອກາດ​ໃໝ່ໆເພື່ອ​ເສີມ​ຂະຫຍາຍ ການ​ເປັນ​ພາຄີກັນ​. ໃນ​ຖານະ​ທີ່ເປັນ​ປະທານ​ຂອງອາ​ຊຽນ​ໃນປີໜ້​ານີ້ ປະ​ເທດ​ລາວ ຈະ​ມີ​ບົດບາດ​ທີ່​ສຳຄັນ​ ໃນ​
ກາ​ນນຳພາຂົງ​ເຂດ ເພື່ອ​ຮັກສາໄວ້ ​ຊຶ່ງສັນຕິພາບ ແລະ ​ຄວາ​ມໝັ້ນຄົງ ​ແລະ​ສົ່ງ​ເສີມ​ໃຫ້​ມີ​ຄວາ​ມວັດທະ
ນາ​ຖາວອນ
.”

ປີ​ນີ້ ​ເປັນ​ເທື່ອ​ທຳ​ອິດ​ ທີ່ສະຖານທູດ ສປປ ລາວ ​ໄດ້​ຈັດຂຶ້ນໃນ ວັນ​ສຸກ ທີ 4 ທັນວາ ເລີ້ມ
ແຕ່​ເວລາ 6:00 ຫາ 8:00 ​ໂມງ​ແລງ ​ທີ່ ​ໂຮງ​ແຮມ Washington Marriott Wardman
ໃນ ນະຄອນຫລວງ ວໍ​ຊິງ​ຕັນ ດີ.​ຊີ. ຢູ່​ໃນພິທີ​ດັ່ງກ່າວມີ ບັນດາ​ນັກ​ການ​ທູດ​ພົນລະ​ເຮືອນ
ນັກ​ການ​ທູດ​ທະຫານ ​ເຈົ້າໜ້າ​ທີ່ລັດຖະ​ບານກາງ ​ແລະ​ສະມາຊິກ​ປະຊາ​ຄົມ​ລາວ-​ອາ​ເມ
ຣິກັນ ຈຳນວນ​ໜຶ່ງ​ເຂົ້າ​ຮ່ວມ. ​

ພິທີ​ໄດ້​ເປີດຂຶ້ນ ​ໂດຍ​ການຄຳນັບເພງ​ຊາດ​ລາວ ​ແລະ​ອາ​ເມຣິກັນ ຫລັງ​ຈາກ​ນັ້ນ ພະນະ​
ທ່ານ ເອກ​ອັກຄະ​ລັດຖະທູດ ສປປ ລາວ ຜູ້​ມີ​ອຳນາ​ດເຕັມ ໄມ ​ໄຊ​ຍະ​ວົງ ​ກໍໄດ້​ກ່າວ
​ເປີ​ດພິທີເປັນ​ພາສາ​ອັງກິດ :

ພະນະທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ ພ້ອມດ້ວຍເຈົ້າໜ້າທີ່ ສະຖານທູດ ສປປ ລາວ
ພະນະທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ ພ້ອມດ້ວຍເຈົ້າໜ້າທີ່ ສະຖານທູດ ສປປ ລາວ

ພະ​ນະທ່ານ ​ໄມ ໄດ້ເນັ້ນ​ໜັກ​ເຖິງຄວາມໝາຍ ຄວາມ​ສຳຄັນ​ຂອງ ທີ 2 ທັນວາ ວ່າ :
ປະຊາ​ຊົນ​ລາວ ບັນດາ​ເຜົ່າ​ມີ​ຄວາມ​ພາກພູມ​ທະ​ນົງ​ໃຈ ​ໃນ​ຄວາມ​ເປັນ​ເຈົ້າ​ຂອງ​ປະ​
ເທດ​ຊາດ​ບ້ານ​ເມືອງ ​ຜົນສຳ​ເລັດ ​ໃນ​ການ​ພັດທະນາ​ເສດ​ຖິດ ສັງຄົມ​ຂອງ ສປປ ລາວ ຕະຫລອດ​ລະຍະ 40 ປິ​ຜ່າ​ນມາ​ໃນ​ແຕ່ລະ​ດ້ານ​ເຊັ່ນ ການ​ຍົກ​ສູງຊີວິດ​ການ​ເປັນ​ຢູ່ຂອງ​
ປະ​ຊາຊົນ ການ​ພັດທະນາ ການ​ສຶກສາ ສາທາລະນະສຸກ ພື້ນຖານ​ໂຄງ​ລ່າງ ​ແລະ​ການ
ຫລຸດຜ່ອນ​ຄວາມທຸກ​ຍາກ. ​ໃນ​ປີ 2016 ນີ້ ສປປ ລາວ​ ​ຈະໄດ້​ຮັບ​ກຽດເປັນ​ເຈົ້າພາບ
ຈັດ​ກອງ​ປະຊຸມ​ອາຊຽນ ​ແລະ ກອງ​ປະຊຸມ​ອາຊຽນທີ່​ກ່ຽວຂ້ອງ​ຕ່າງໆນັ້ນ ຖື​ເປັນ​ສິ່ງ​ທ້າ​
ທາຍຕໍ່ ສປປ ລາວ ພາຍຫລັງ​ທີ່ໄດ້​ປະກາດ ການ​ສ້າງ​ຕັ້ງ​ເປັນ​ ສະມາ​ຄົມ​ເສດຖະກິດ​
ອາ​ຊຽນ​ໃນ​ປີ 2015.

ພະນະທ່ານ​ທູດ​ ໄມໄຊ​ຍະ​ວົງ ​ໄດ້​ຖືໂອກາດ​ສຳຄັນ​ດັ່ງ​ກ່າວ​ນີ້ ສະ​ແດງຄວາມ​ຊົມ​ເຊີຍ ຕໍ່​ການ​ຮ່ວມມືສອງ​ຝ່າຍ ລະຫວ່າງ ສປປ ລາວ ​ກັບ ສະຫະລັດ ອາ​ເມຣິກາ ຄົບຮອບ 60 ປີ ​ເຊິ່ງເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ ​ແລະ​ຂະ​ຫຍາ​ຍຕົວ​ຂື້​ນ​ເລື້ອຍໆ.”

ແຂກ​ກິດ​ຕິມາ​ສັກ ທີ່​ໄດ້​ຂຶ້ນ​ກ່າວ​ຄົນ​ຕໍ່​ໄປ​ກໍ​ຄື ທ່ານ​ນາງ Betty McCollum ຜູ້ແທນ​ສະພາ
ຕໍ່າ ​ຈາກ ພັກ​ເດ​ໂມ​ແຄຣັດ ຈາກ​ລັດ Minnesota. ທ່ານ​ນາງ​ໄດ້​ກ່າວ​ຕອນ​ສຳຄັນ​ດັ່ງ​ນີ້ :

ທ່ານນາງ Betty Collum ຜູ້ແທນສະພາຕໍ່າ ຈາກລັດ Minnesota.
ທ່ານນາງ Betty Collum ຜູ້ແທນສະພາຕໍ່າ ຈາກລັດ Minnesota.

"ຂ້າພະ​ເຈົ້າຂໍ​ຖືເປັນ​ກຽດ​ອັນ​ສູງ ທີ່​ໄດ້​ມາຮ່ວມສະຫລອງ​ ວັນ​ຄົບຮອບ 40 ປີ​ຂອງ​
ການ​ສະຖາປະນາ ສປປ ລາວ ​ແລະ​ຄົບຮອບ 60 ປີ​ສາຍສຳ​ພັນ​ການ​ທູດ ລະຫວ່າງ​
ສະຫະລັດ ​ແລະ ສປປ ລາວ. ຂ້າພະ​ເຈົ້າ ​ຂໍ​ຊຸກຍູ້​ສາຍສຳພັນ​ຂອງ​ເຮົາຢ່າງ​ສຸດ​ຊຶ້ງ
ໃຫ້ບ້ານ​ຂອງ​ຂ້າພະ​ເຈົ້າ ​ທີ່​ລັດ Minnesota ບ່ອນ​ທີ່ຊາວ​ມົ້ງ ​ແລະ​ລາວ-ອາ​ເມຣິ
ກັນ ຫລາຍພັນຄົນຕັ້ງ
ຖິ່ນຖານຢູ່.

​ໃນ​ລະຍະ 15 ປີ​ຂອງ​ການ​ເປັນ​ຜູ້​ແທນ​ສະພານີ້ ຂ້າພ​ະ​ເຈົ້າ​ໄດ້​ເອົາ​ບາດ ກ້າວ​ອັນ​ສຳ
ຄັນ​ໃນ​ສາຍ​ພົວພັນ. ຂ້າພະ​ເຈົ້າ ​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ​ແລກປ່ຽນ​ການ​ຄ້າ​ໃຫ້
ເປັນ​ປົກກະຕິ ​ໃນ​ຂະນະ​ທີ່​ຫລາຍໆ​ຄົນ​ບໍ່ລົງລອຍກັນ​ໃນ​ເລື້ອງທີ່​ຜ່າ​ມມາ ​ແທນ​ທີ່​
ຈະ​ເຮັດ​ວຽກ​ຮ່ວມກັນ​ເພື່ອ​ສ້າງສາ ອະນາຄົດ. ຂ້າພະ​ເຈົ້າ ​ໃຫ້ການ​ສະໜັບສະໜູນ​
ດ້ານ​ເງິນ​ທຶນ ຢູ່​ຕະຫລອດເພື່ອ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ມັນ​ແຕກ UXO ທີ່​ຮ້າຍ​ແຮງ​ເປັນ
​ອັນຕະລາຍ​ຕົກທອດມາສູ່ປະຊາຊົນ​ລາວ​ຢູ່​ໃນ​ທຸກ​ວັນ​ນີ້. ​ໃນ​ປີ 2006 ຂ້າພະ​ເຈົ້າ

ໄດ້ມີ​ໂອກາດ ​ສະຫລອງ​ວັນ​ຄຣິສມັສ ຢູ່​ເ​ມື​ອງລາວ ປະ​ເທດ​ທີ່​ງົດ​ງາມ​. ພະນະ​ທ່ານ​
ເອກ​ອັກຄະ​ລັດຖະທູດ ຂ້າພະ​ເຈົ້າ​ຢາກ​ຂໍແຈ້ງໃຫ້​ທ່ານ​ຊາບວ່າ ຂ້າພະ​ເຈົ້າ ຈະເຮັດ​

ຢ່າງ​ໃກ້ຊິດຮ່ວມກັນ ​ໃນບັນຫາ​ຕ່າງໆ​ດ້ານ​ພັດທະນາ​ເສດຖະກິດ ສິດທິ​ມະນຸດ ການ​ພັດທະນາ​ສັງຄົມ ພ້ອມ​ດ້ວຍ​ບັນດາຊາ​ວໜຸ່ມແມ່ຍິງ​ໃຫ້ໄດ້​ຢູ່​ຢ່າ​ງມີ​ຄວາມ​ສຸກກັບ
​ຊີວິດ."

​ຫລັງ ​ຈາກ​ນັ້ນ ພະນະທ່ານ Daniel Russel ລັດຖະມົນຕີ​ຊ່ວ​ຍວ່າການ ຕ່າງປະ​ເທດ ສະຫະລັດ ກໍໄດ້​ຂື້ນ​ມາ​ກ່າວ ອັນ​ມີ​ຕອນ​ສຳຄັນ​ດັ່ງ​ນີ້:

ພະນະທ່ານ Daniel Russel ຮອງລັດຖະມົນຕີ ຊ່ວຍວ່າການ ຕ່າງປະເທດ ສະຫະລັດ
ພະນະທ່ານ Daniel Russel ຮອງລັດຖະມົນຕີ ຊ່ວຍວ່າການ ຕ່າງປະເທດ ສະຫະລັດ




"ສາຍສຳພັນ​ ລະຫວ່າງ ລາວ ​ກັບ ສະຫະລັດ ​ໄດ້​ຈະ​ເລີ​ນ​ເຕີບໂຕຂື້ນ​ຢ່າງ​ວ່ອງໄວ ທີ່
ບໍ່ມີ​ມາ​ກ່ອນ ພວ​ກ​ເຮົາ​ໄດ້​ພົວພັນ ​ເປັນ​ຄູ່
ຮວມມືຢູ່​ໃນ​ຫລາຍໆ​ລະດັບ ດ້ານ​ສຸຂະພາບ ພະລັງງານການ​ສຶກສາ ກົດໝາຍ​ແລະ​ສັນຕິ​ບານ ການ​ປາບ​ປາມ​ຢາ​ເສບຕິດ ​ແລກ
ປ່ຽນ​ການຄ້າ ​ການ​ລົງທຶນ ​ແລະ​ການ​ປະຕິ​ຮູບ​ບໍລິສັດ​ຕ່າງໆ. ປີ 2015 ​ໄດ້​ເປັນ​ປີ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ເປັນ​ເພື່ອນ​ຮວມງານ ລະດູ​ຮ້ອນ​ທີ່ຜ່ານ​ມາ​ນີ້ ​ເຮົາ​ໄດ້​ມີ​ບັນດາ​ນັກຮຽນ​ພາກັນ​ມາຢ້ຽມຢາມພາຍ​ໃຕ້​ໂຄງການ​ແລ​ກ ປ່ຽນພັດທະນາ​ອາ​ຊຽນ ​ແລະປະທານາ
ທິບໍດີ​ຂອງ​ພວກ​ເຮົາ​ທັງ​ສອງ ​ໄດ້​ພົບ​ພໍ້​ສົນທະນາກັນ​ໃນ​ຫົວ​ຂໍ້​ທີ່​ສຳຄັນ ທີ່​ຈະ​ນຳ​ໄປ​ສູ່​ກອງ​ປະຊຸມ​ອາ​ຊຽນຢູ່​ໃນ ສປປ ລາວ​.
"

ພະນະທ່ານ Ben Rhodes ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ປະຈຳ ທຳນຽບຂາວ
ພະນະທ່ານ Ben Rhodes ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ ປະຈຳ ທຳນຽບຂາວ

ພະນະທ່ານ Ben Rhodes ທີ່​ປຶກສາ​ດ້ານ​ຄວາມໝັ້ນ ຄົງ​ແຫ່ງ​ຊາດ
ປະ​ຈຳ​ທຳນຽບຂາວ ໄດ້​ກັບມາຈາກການເດີນທາງ​ໄປ​ຢ້ຽມຢາມ
ສປປ ລາວ ເພື່ອວາງ​ແຜນ​ກ່ຽວ​ກັບ​ກອງ​ປະຊຸມ​ອາ​ຊຽນ ທີ່ ສປປ
ລາວ ໃນປີໜ້ານີ້ ກໍ​ໄດ້​ກ່າວເພີ້​ມ​ເຕີມ​ເລັກ​ນ້ອຍ.

ບັນດາເອກອັກຄະລັດຖະທູດ ຜູ້ແທນສະພາ ແລະເຈົ້າໜ້າທີ່ ກະຊວງຕ່າງປະເທດ ສະຫະລັດ

ບັນດານັກການທູດທະຫານຈາກເຂດເອເຊຍ ທີ່ເປັນປະເທດເພື່ອນບ້ານ ສປປ ລາວ

ໃນຕອນແລງວັນເສົາຕໍ່ມາ ຢູ່ທີ່ສະຖານທູດ ສປປ ລາວ ກໍໄດ້ມີການກິນລ້ຽງສັງສັນ ໂດຍ ມີສະມາຊິກ ສັງຄົມລາວ-ອາເມຣິກັນ ຈຳນນວນໜຶ່ງເຂົ້າຮ່ວມຢ່າງສະໜຸກສະໜານ. ພະນະທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ ໄດ້ກ່າວຕ້ອນຮັບ ບັນດາແຂກທີ່ໄດ້ ເຂົ້າຮ່ວມດັ່ງນີ້ :

ພະນະທ່ານ ເອກອັກຄະລັດຖະທູດ ໄມ ແລະພັນລະຍາ ຍານາງ ສຸມາລີ
ພະນະທ່ານ ເອກອັກຄະລັດຖະທູດ ໄມ ແລະພັນລະຍາ ຍານາງ ສຸມາລີ

ພິທີ​ໄດ້ເສັດ​ສີ້​ນລົງ​ດ້ວຍ​ການ​ດື່ມ ​ແລະ​ຮັບ​ປະທານ​ອາຫານ ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ​ສະງ່າ​ງາມ​ດີ.

XS
SM
MD
LG