ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊລເກັບພະລັງແສງຕາເວັນ ທີ່ທາສີໃສ່ໄດ້ ອາດສາມາດ ໃຊ້ແທນ ແຜ່ນເຊລ ທີ່ຜະລິດດ້ວຍ ຊີລີໂຄນ


ພວກແຜ່ນເກັບ​ພະລັງແສງອາທິດ ​ໃນ​ປັດຈຸບັນ​ນີ້ ​ແມ່ນ​ຍັງ ​ຖືກຜະລິດ​ອອກ​ມາ​ ຈາກ​ໂຮງງານຢູ່ ດ້ວຍ​ການ​ນຳ​ໃຊ້ສານ ​ບາງ​ສ່ວນທີ່ເປັນ​ພິດ​ໄພສູງ ​ເຊັ່ນ ສານ cadmium chloride. ​ແຕ່​ນັກຄົ້ນຄວ້າ ທ່ານ​ນຶ່ງ ຢູ່​ທີ່ ວິທະຍາ​ໄລ St. Mary ​ໃນ​ລັດ ​ແມຣີ​ແລນ ກ່າວ​ວ່າ ພວກ​ເຮົາ ​ໃກ້​ຈະ​ສາມາດ ປະດິດ​ພວກ ​ແຜ່ນ​ເກັບພະລັງແສງອາທິດ ດ້ວຍ​ການ​ໃຊ້​ສານ ທີ່​ບໍ່​ເປັນ​ພິດ ທາ​ໃສ່​ແຜ່ນພື້ນ ທີ່​ເຫັນ​ວ່າ​ເໝາະ​ສົມ. ຜູ້​ສື່​ຂ່າວ ວີ​ໂອ​ເອ George Putic ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ ຫ້ອງ​ທົດລອງ​ ຂອງ​ນັກຄົ້ນຄວ້າດັ່ງກ່າວນັ້ນ ​ເພື່ອຫາ​ລາຍ​ລະອຽດ​ຕື່ມ​ອີກ ຊຶ່ງ​ພຸດທະສອນ ຈະ​ນຳ​ມາສະ​ເໜີ​ທ່ານ ​ເປັນພາສາລາວ.

XS
SM
MD
LG