ມີຄວາມຫວັງຂຶ້ນມາວ່າ ຈະມີການຮັບຮອງເອົາ ສົນທິສັນຍາກ່ຽວກັບ ດິນຟ້າອາກາດໂລກ
ກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຂອງສະຫະ ປະຊາຊາດ ເມື່ອເດືອນກັນຍາ ທີ່ນະຄອນນິວຢອກ ໄດ້ນຳ ເອົາປະມຸກລັດ ກັບຜູ້ນຳພາກສ່ວນເອກະຊົນ ແລະສັງຄົມ ພົນລະເມືອງ ມາໂຮມກັນ ເພື່ອຫາທາງແກ້ໄຂວິກິດການ ດ້ານອາກາດຂອງໂລກ.