ລາຍງານເລື້ອງເສລີພາບ ທາງສາສະໜາຂອງ ສຫລ ເນ້ນໜັກໃສ່ ການປາບປາມ ໃນປະເທດຕ່າງໆ
ທ່ານJohn Kerry ກ່າວວ່າ ພວກປະເທດທີ່ບັ່ນທອນເສລີພາບທາງ ສາສະໜານັ້ນ ໃນບັ້ນສຸດ ທ້າຍແລ້ວ ກໍແມ່ນຈະຂົ່ມຂູ່ຕໍ່ຄວາມໝັ້ນຄົງ ຂອງຕົນເອງ. ທ່ານແຄຣີກ່າວເຊັ່ນນັ້ນ ໃນວາລະນຳສະເໜີລາຍງານ ປະຈຳປີຂອງສະຫະລັດ ວ່າດ້ວຍເສລີພາບທາງສາສະໜາຢູ່ໃນນາໆ ປະເທດ ເມື່ອເດືອນກໍລະກົດຜ່ານມາ.