ອະດີດປະທານາທິບໍດີ ຝຣັ່ງ ທ່ານ Nicolas Sarkozy ແມ່ນຢູ່
ພາຍໃຕ້ການ ຄຸ້ມຄອງຂອງເຈົ້າໜ້າທີ່ສືບສວນດ້ານການເງິນ
ຂະນະທີ່ຖືກສອບປາກຄຳ ກ່ຽວ ກັບຂໍ້ມູນພາຍໃນທີ່ທ່ານຖືກກ່າວ
ຫາພິສູດວ່າໄດ້ຮັບ ໃນການສືບສວນເລື່ອງເງິນ ໂຄສະນາຫາສຽງ.
ສື່ມວນຊົນຂອງຝຣັ່ງກ່າວວ່າ ນີ້ເປັນເທຶ່ອທຳອິດ ທີ່ອະດີດຜູ້ນຳ
ປະເທດ ໄດ້ຖືກຄຸມຂັງເພື່ອສອບປາກຄຳ.
ທ່ານ Sarkozy ໄດ້ເຂົ້າມອບໂຕໃນວັນອັງຄານມື້ນີ້ ທີ່ປ້ອມຕຳ
ຫລວດຢູ່ໃນເຂດ Nanterere ຊານເມືອງນະຄອນຫຼວງປາຣີ.
ການສືບສວນແມ່ນແນໃສ່ວ່າທ່ານ ໄດ້ຮັບຂໍ້ມູນເຫຼົ່ານີ້ແບບ
ຜິດກົດໝາຍຫລືບໍ່ ກ່ຽວກັບຄະດີທີ່ສືບສວນເບິ່ງວ່າມື້ລາງຜູ້ນຳລີເບຍທ່ານ Moammar
Gadhafi ໄດ້ໃຫ້ເງິນສະໜັບສະໜຸນແກ່ການໂຄ ສະນາຫາສຽງປະທານາທິບໍດີ ຂອງທ່ານ
Sarkozy ໃນປີ 2007 ຫລືບໍ່.
ຄະນະສືບສວນ ເລີ້ມລົງມືອີງຕາມຫລັກຖານທີ່ເກັບກຳມາ ຫລັງຈາກໄດ້ລັກຟັງ ໂທລະສັບ
ຂອງທ່ານ Sarkozy.
ທ່ານ Sarkozy ໄດ້ປະຕິເສດຕໍ່ການກະທຳຜິດໃດໆໃນຄະດີດັ່ງກ່າວ ຊຶ່ງເປັນນຶ່ງໃນຈຳນວນ
ຫຼາຍໆຄະດີຕໍ່ທ່ານ ທີ່ອາດຈະເປັນຜົນກະທົບຕໍ່ການກັບຄືນມາສະມັກແຂ່ງຂັນເອົາຕຳແໜ່ງ
ອີກໃນອະນາຄົດ. ຫລັງຈາກໄດ້ເສຍໄຊໃຫ້ແກ່ ປະທານາທິບໍດີ Francois Hollande ໃນ
ປີ2012 ທ່ານ Sarkozy ໄດ້ສະແດງໃຫ້ວ່າ ທ່ານອາດຈະທຳການໂຄສະນາຫາສຽງເປັນ
ປະທານາທິບໍດີ ອີກຄັ້ງນຶ່ງ.