ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເຈັນຕີນາ ສູ້ກັບ ສະວິສ ແລະ ແບລຢ້ຽມ ສູ້ກັບ ສຫລ ເພື່ອຍາດບ່ອນ ເຂົ້າຮອບ 8 ທີມ (ວີດີໂອ/ສະໄລດ໌)


ກັບຕັນທິມ ແບລຢ້ຽມ Vincent Kompany, ທີ່ສອງຈາກ ຊ້າຍ ກຳລັງຫາຍຈາກບາດເຈັບ ພວມທຳການເຝິກຊ້ອມ .
ກັບຕັນທິມ ແບລຢ້ຽມ Vincent Kompany, ທີ່ສອງຈາກ ຊ້າຍ ກຳລັງຫາຍຈາກບາດເຈັບ ພວມທຳການເຝິກຊ້ອມ .

ການແຂ່ງ​ຂັນ​ເຕະບານ​ໂລກ​ ຈະ​ຖືກຕັດ​ລົງ​ໃຫ້ເຫລືອແຕ່ພຽງ​ແປດ​
ທິມ​ ໃນ​ວັນ​ອັງຄານ​ມື້​ນີ້ ທີ່ປະ​ເທດ​ບຣາຊິ​ລ ​ໂດຍຈະ​ມີ​ສອງ​ຄູ່​ແຂ່ງ​
ຂັນ​ກັນ ​ເພື່ອ​ຍາດເອົາ​ບ່ອນ​ສຸດ​ທ້າຍ ທີ່ຈະເຂົ້າໄປຫລິ້ນໃນຮອບ
ແປດ​ທິມ.

ຢູ່​ທີ່ເມືອງ Sao Paulo ນັກ​ເຕະບານ Lionel Messi ຈະ​ນຳພາ
ອາເຈັນ​ຕີ​ນາ ທີ່​ບໍ່​ເຄີຍເສຍ​ໄຊມາກ່ອນ ລົງແຂ່ງກັບສະ​ວິສ​ເຊີ​ແລນ ໂດຍທີ່ລາວສາມາດຍິງໄດ້ 4 ປະຕູຂອງຈຳນວນທັງໝົດ 6 ຂອງ
ທີມອາເຈັນຕິນາໃນການແຂ່ງຂັນເຕະບານ ປີນີ້. ສະ​ວິສເຊີ​ແລນ
ຈະໃຊ້ Xherdan Shaqiri ຜູ້​ທີ່ຍິງປະຕູໄດ້ສາມ​ເທື່ອໃນ ​ການ​ແຂ່ງຂັນເທື່ອສຸດທ້າຍຢູ່ໃນ​ກຸ່ມ.

​ໃນ​ເວລາ​ຕໍ່​ມາ ​ຢູ່​ທີ່​ເດີ່ນເມືອງ Salvador ສະຫະລັດ ຈະປະ​ເຊີນ​ໜ້າ​ກັບແບ​ລ ຢ້ຽມ ທີ່​ໄດ້​
ຊະນະ​ທຸກໆທີມຢູ່ໃນກຸ່ມຂອງຕົນ ​ແຕ່​ບໍ່​ໄດ້​ເຮັດ​ຄະ​ແນນ​ໃນ​ການ​ແຂ່ງ ຂັນ​ເຫລົ່າ​ນັ້ນ ຈົນ​ເທົ່າ
ພາຍໃນ 20 ນາ​ທີ​ສຸດ​ທ້າຍຂອງການແຂ່ງຂັນ.

ທີມອາ​ເມຣິກັນ ຈະ​ໄດ້​ຮັບ​ແຮງສົມທົບເພີ້ມຕື່ມ ຈາກດາຣາກອງ​ໜ້າ Jozy Altidore ຜູ້​ທີ່​ໄດ້​
ຮັບ​ບາດ​ເຈັບ​ ໃນການ​ເປີດ​ແຂ່ງຂັນຂອງທີ​ມ ທີ່​ໄດ້​ຊະນະ ​ແລະໄດ້ຮັບອະນຸຍາດຈາກ​ໝໍແລ້ວ
ໃຫ້​ລົງຫລີ້ນໄດ້​ໃນ​ວັນ​ອັງຄານ​ມື້ນີ້.

CN-Mixed Opinions About World Cup Impact on Brazilian Economy
please wait

No media source currently available

0:00 0:02:54 0:00

​ໃນ​ວັນ​ຈັນ​ວານ​ນີ້ ຝຣັ່ງ ​ແລະ​ເຢຍຣະມັນ ​ໄດ້​ມີສິດເຂົ້າໄປຫລິ້ນ​ໃນ​ຮອບ​ແປດ​ທິມແລ້ວ ໂດຍ
ທີ່​ຝຣັ່ງ​ໄດ້ຊະນະໄນ​ຈີ​ເຣຍ 2 ປະຕູ​ຕໍ່ 0 ​ແລະ​ເຢຍຣະມັນ ​ໄດ້​ຊະນະ ອາລຈີເຣຍ 2 ປະຕູ​ຕໍ່ 1. ​ຝຣັ່ງ ຈະ​ສູ້​ກັບເຢຍຣະມັນ ​ໃນ​ຮອບ​ແປດ​ທີມ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້​ ທີ່ເດີ່ນນະຄອນ Rio
de Janeiro.

ບຣາຊິ​ລ ​ແລະ​ໂຄ​ລອມ​ເບ​ຍ ຈະ​ປະ​ເຊີນ​ໜ້າ​ກັນ​ ໃນການ​ແຂ່ງຂັນຮອບແປດ​ທິມ​ຂອງອີກຄູ່ນຶ່ງ
ໃ​ນວັນ​ສຸກ​ຈະ​ມາ​ເຖິງ​ນີ້. ​ໃນ​ວັນ​ເສົາ ຄອັສຕາຣິກາ ຈະ​ຫລີ້ນ​ກັບ ​ເນ​ເທີ​ແລນ ​ແລະ​ຜູ້​ຊະນະ​ທັງ​
ສອງ​ຈາກການແຂ່ງຂັນໃນ​ວັນ​ອັງຄານ ຈະ​ເປັນອີກ ຄູ່ນຶ່ງທີ່ປະເຊີນໜ້າກັນ.

CN- A Look at Penalty Kicks Through Scientists’ Eyes
please wait

No media source currently available

0:00 0:02:05 0:00

XS
SM
MD
LG