ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

6 ຄົນເສຍຊີວິດ ໃນເຫດ ລົດໄຟ ຕໍາກັບ ລົດບັນທຸກນໍ້າມັນ ທີ່ອິນໂດເນເຊຍ (ວີດີໂອ)


ແຜນທີ່ອິນໂດເນເຊຍ
ແຜນທີ່ອິນໂດເນເຊຍ
ມີ 6 ຄົນເສຍຊີວິດ ແລະອີກຫຼາຍສິບຄົນບາດເຈັບ ເວລາລົດ
ໄຟໂດຍສານຂະບວນນຶ່ງຂອງມາເລເຊຍ ຕໍາກັບລົດບັນທຸກ
ນໍ້າມັນ ໃນວັນຈັນວານນີ້ ຢູ່ນະຄອນຫຼວງຈາກາຕາ.

ທ້າວ Pandu ຜູ້ໂດຍສານລົດໄຟ ບອກກັບ VOA ພະແນກ
ພາສາອິນໂດເນເຊຍ ວ່າ ຕູ້ລົດໄຟຄັນທໍາອິດ ທີ່ມີແຕ່ຜູ້ໂດຍ
ສານຍິງເທົ່ານັ້ນ ເປັນຕູ້ທີ່ໄດ້ຮັບຄວາມເສຍຫາຍໜັກ ຊຶ່ງລາວ
ກ່າວວ່າ:

“ລົດໄຟໄດ້ຕໍາກັບລົດບັນທຸກນໍ້າມັນ ພາໃຫ້ຫົວລົດໄຟ
ແລະຕູ້ລົດໄຟຄັນທໍາອິດ ທີ່ເປັນຕູ້ສໍາລັບແຕ່ພວກຜູ້ຍິງນັ້ນ
ໄດ້ພິກປີ້ນແລະລຸກໄໝ້ເປັນໄຟ. ຂ້ອຍນັ່ງຢູ່ໃນຕູ້ທີ 7 ຫຼື 8. ພວກຜູ້ໂດຍສານພາກັນ
ຍູ້ດັນໃຫ້ປະຕູເປີດອອກ ແລ້ວກໍພາກັນໜີອອກມາ.”


ໂຄສົກກະຊວງຂົນສົ່ງ ທ່ານ Bambang Ervan ກ່າວວ່າ ໄດ້ສົ່ງຄະນະສືບສວນສອບ
ສວນໄປຍັງສະຖານທີ່ເກີດເຫດແລ້ວ ຊຶ່ງທ່ານອະທິບາຍວ່າ ອິງຕາມການສອບສວນ
ຂັ້ນຕົ້ນນັ້ນພວກເຮົາຄາດການວ່າ ລົດບັນທຸກນໍ້າມັນໄດ້ແລ່ນຂ້າມທາງລົດໄຟ ແທນທີ່
ຄວນຈະຢຸດຈອດ. ຮົ້ວກັ້ນທາງລົດໄຟນັ້ນແມ່ນທໍາງານເປັນປົກກະຕິ ແລະມີມາແຕ່ໃດໆ
ແລ້ວ.

Indonesia train crash
please wait
Embed

No media source currently available

0:00 0:00:56 0:00

ອຸບປະຕິເຫດດັ່ງກ່າວ ແມ່ນເກີດຂຶ້ນບ່ອນດຽວກັນກັບເກີດອຸບປະຕິເຫດລົດໄຟ 2 ຄັນ
ຕໍາກັນເມື່ອປີ 1987 ທີ່ຍັງຜົນໃຫ້ມີ 156 ຄົນເສຍຊີວິດ.
XS
SM
MD
LG