ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປ. ອາຟຣິກາໃຕ້ Nelson Mandela ເຖິງແກ່ມໍລະນະກໍາ (ສະໄລດ໌/ວີດີໂອ)


ມື້ລາງປະທານາທິບໍດີ Nelson Mandela ແຫ່ງອາຟຣິກາໃຕ້
ມື້ລາງປະທານາທິບໍດີ Nelson Mandela ແຫ່ງອາຟຣິກາໃຕ້
ທ່ານ Nelson Mandela ຜູ້ນໍາພາການຕໍ່ຕ້ານລັດທິແບ່ງ
ແຍກຜິວພັນ ຫລື apartheid ແລະປະທານາທິບໍດີຜິວດໍາ
ຄົນທໍາອິດຂອງປະເທດອາຟຣິກາໃຕ້ ເສຍຊີວິດລົງ ໃນວັນ
ພະຫັດມື້ນີ້ ລວມອາຍຸໄດ້ 95 ປີ.

ປະທານາທິບບໍດີອາຟຣິກາໃຕ້ ທ່ານ Jacob Zuma ໄດ້ອອກ
ມາປະກາດທາງໂທລະພາບ ວ່າ ທ່ານ Mandela ໄດ້ "ສິ້ນໃຈໄປຢ່າງສະງົບ" ໃນທ່າມກາງ
ຄອບຄົວຂອງທ່ານ.

ທ່ານ Zuma ກ່າວອີກວ່າ ອາຟຣິກາໃຕ້ ໄດ້ສູນເສຍ "ລູກຊາຍຜູ້ຍິ່ງໃຫຍ່ຂອງຕົນໄປ" ແລະ
ວ່າ Mandela ຈະໄດ້ຮັບພິທີຊາປະນະກິດສົບຢ່າງສົມກຽດ ແລະຈະມີການຊັກທຸງຊາດ ລົງເຄິ່ງເສົາ ໃນທົ່ວປະເທດ.

ຫລັງຈາກການປະກາດໃນແລງວັນພະຫັດ ກໍມີຝຸງຊົນ ຈໍານວນຫລວງຫລາຍ ພາກັນໄປ
ເຕົ້າໂຮມ ຢູ່ທາງນອກເຮືອນຂອງທ່ານ Mandela ຢູ່ນະຄອນ Johannesburg ແລະ ແທນການສະແດງຄວາມໂສກເສົ້າ ເຂົາເຈົ້າພາກັນຮ້ອງເພງແລະຟ້ອນລໍາ ເພື່ອສະແດງ ຄວາມເຄົາລົບ ຕາມປະເພນີຂອງຊາວອາຟຣິກາໃຕ້.


ທ່ານ Mandela ໄດ້ຖືກກັກຂັງເປັນເວລາເກືອບສາມສິບປີ ຍ້ອນບົດບາດຂອງທ່ານໃນ
ການຕໍ່ສູ້ເພື່ອຍຸຕິການປົກຄອງຂອງຊົນກຸ່ມນ້ອຍຊາວຜິວຂາວ ແລະຕ້ານການຈໍາແນກ ຊາວຜິວດໍາ ຂອງທາງການອາຟຣິກາໃຕ້.

ຫລັງຈາກຖືກປ່ອຍເປັນອິດສະລະ ທ່ານໄດ້ໂຜ່ໂຕຂຶ້ນມາເປັນສັນຍາລັກຂອງສັນຕິພາບ ແລະຄວາມປອງດອງ ທີ່ໄດ້ຮັບຄວາມເຄົາລົບນັບຖື ຈາກທົ່ວໂລກ ແລະໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບ ໃນປີ 1993. ໃນປີຕໍ່ມາ ທ່ານໄດ້ຖືກເລືອກຕັ້ງເປັນປະທາ ນາທິບໍດີຜິວດໍາ ຄົນທໍາອິດຂອງປະເທດ ອາຟຣິກາໃຕ້.

ທ່ານ Mandela ທີ່ໄດ້ຕິດພະຍາດປອດແຫ້ງ ຕອນທີ່ທ່ານຖືກຂັງຄຸກເປັນເວລາເກືອບ 30 ປີນັ້ນ ໄດ້ລົ້ມປ່ວຍລົງແລະໄດ້ເຂົ້າຮັກສາໂຕໃນໂຮງໝໍ ຄັ້ງແລ້ງຄັ້ງເຫລົ່າ ໃນຊຸມປີ ຫລັງໆນີ້ ຊຶ່ງໃນຫລາຍໆຄັ້ງຫລ້າສຸດ ແມ່ນຍ້ອນອາການປອດອັກເສບ.

ວີດີໂອ ກ່ຽວກັບ ທ່ານ Mandela:

Remembering Nelson Mandela
please wait

No media source currently available

0:00 0:05:28 0:00
ລິງໂດຍກົງ
XS
SM
MD
LG