ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນນຶ່ງຕາຍ ຍ້ອນການໂຈມຕີ ຂອງເຮືອບິນ ບໍ່ມີຄົນຂັບ ຢູ່ປາກິສຖານ


ເຮືບິນບໍ່ມີຄົນຂັບ ທີ່ບິນຢູ່ໃກ້ໆຊາຍແດນປາກິສຖານ
ເຮືບິນບໍ່ມີຄົນຂັບ ທີ່ບິນຢູ່ໃກ້ໆຊາຍແດນປາກິສຖານ
ເຈົ້າໜ້າທີ່ສືບລັບ ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ
ກ່າວວ່າ ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໄດ້
ສັງຫານຜູ້ຕ້ອງສົງໄສເປັນພວກຫົວຮຸນແຮງຢ່າງໜ້ອຍນຶ່ງຄົນ.

ເຈົ້າໜ້າທີ່ເວົ້າວ່າ ເຫດຮ້າຍດັ່ງກ່າວ ເກີດຂຶ້ນໃນຕອນເຊົ້າຂອງ
ວັນສຸກມື້ນີ້ ໃນເຂດຊົນເຜົ່າ Waziristan ເໜືອ ໃກ້ໆຊາຍແດນ
ອັຟການິສຖານຊຶ່ງເປັນທີ່ຮູ້ຈັກກັນດີວ່າເປັນທີ່ໝັ້ນຂອງພວກຕາ
ລີບານ ແລະພວກກະບົດ ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ
ອາລກາອີດາ.

ປາກິສຖານໄດ້ກ່າວປະນາມຢ່າງເປັນການເປີດເຜີຍຕໍ່ການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ ແລະຕ້ອງການຢາກໃຫ້ສະຫະລັດ ຍຸຕິການກະທຳດັ່ງກ່າວ ໂດຍເວົ້າວ່າ ມັນບໍ່ພຽງແຕ່ເປັນ ການລ່ວງລະເມີດ ຕໍ່ອະທິປະໄຕຂອງປາກິສຖານເທົ່ານັ້ນ ແຕ່ຄວາມເສຍຫາຍຂ້າງຄຽງ ທີ່ ເກີດຈາກການໂຈມຕີນີ້ ຍັງໄດ້ກໍ່ໃຫ້ເກີດກຸ່ມຫົວຮຸນແຮງ ຢູ່ໃນຂົງເຂດນຳດ້ວຍ.

ສະຫະລັດ ບໍ່ຄ່ອຍຈະກ່າວເຖິງ ຢ່າງເປັນການເປີດເຜີຍ ກ່ຽວກັບໂຄງການໂຈມຕີຂອງເຮືອ ບິນບໍ່ມີຄົນຂັບ ຢູ່ໃນປາກິສຖານ ແຕ່ຢ່າງໃດ.
XS
SM
MD
LG