ທ່ານ John Kerry ລັດຖະມຸນຕີຕ່າງປະເທດສະຫະຣັດ ໄດ້ສະ
ແດງຄວາມຫວັງແບບລະມັດລະວັງ ໃນການຕິດຕໍ່ພົວພັນກັບອິ
ຣ່ານ ກ່ຽວກັບໂຄງການນິວເຄລຍຂອງປະເທດດັ່ງກ່າວ ແຕ່ເວົ້າ
ວ່າ ອິຣ່ານຈະຕ້ອງເອົາບາດກ້າວຕ່າງໆ ທີ່ເປັນຮູບປະທໍາ ເພື່ອ ສະແດງໃຫ້ເຫັນວ່າຕົນມີຄວາມຈິງໃຈແທ້.
ໃນການຖະແຫຼງທີ່ກຸງໂຕກຽວ ໃນວັນພະຫັດມື້ນີ້ ທ່ານ Kerry
ກ່າວວ່າ ຈະບໍ່ມີການເອົາບາດກ້າວໃດໆພຽງແຕ່ຈາກສິ່ງທີ່ໄດ້
ປາກົດໃຫ້ເຫັນເທົ່ານັ້ນ.
ອິຣ່ານໄດ້ສະແດງຄວາມປາດຖະໜາຂອງຕົນອອກມາ ທີ່ວ່າ ຢາກມີການພົວພັນຫຼາຍຂຶ້ນກັບພວກປະເທດຕາເວັນຕົກ ພາຍໃຕ້ການນຳພາຂອງທ່ານ Hassan Rouhani ປະທານາທິບໍດີຄົນໃໝ່ ຂອງອິຣ່ານ.
ຄວາມຢ້ານກົວກ່ຽວກັບໂຄງການນິວເຄລຍຂອງອິຣ່ານ ຍັງເປັນເລື້ອງທີ່ສຳຄັນທີ່ສຸດ ຊຶ່ງ ພວກປະເທດຕາເວັນຕົກ ແລະອິສຣາແອລພາກັນກ່າວວ່າ ອິຣ່ານກຳລັງດຳເນີນການ ເພື່ອຜະລິດອາວຸດນິວເຄລຍຢູ່. ອິຣ່ານໄດ້ກ່າວມາເປັນເວລາດົນນານແລ້ວວ່າໂຄງການ ນິວເຄລຍຂອງຕົນແມ່ນເພື່ອນຳໃຊ້ໃນທາງສັນຕິແລະໄດ້ປະເຊີນກັບການຖືກລົງໂທດມາ ຫຼາຍຄັ້ງ ຫຼັງຈາກອິຣ່ານບໍ່ຍອມຢຸດເຊົາການກັ່ນທາດຢູເຣນຽນຂອງຕົນ.
ປະທານາທິບໍດີບາຣັກໂອບາມາ ແຫ່ງສະຫະຣັດ ກ່າວໃນສັບປະດາຜ່ານມາ ໃນການໂອ້
ລົມກັນທາງໂທລະສັບຄັ້ງປະຫວັດສາດກັບທ່ານຣູຮານີວ່າ ທ່ານເຊື່ອວ່າການແກ້ໄຂຢ່າງ ຮອບດ້ານສາມາດບັນລຸກັນໄດ້ກ່ຽວກັບໂຄງການນິວເຄລຍຂອງອິຣ່ານແລະວ່າ ສອງຝ່າຍ ກຳລັງທຳຄວາມຄືບໜ້າກ່ຽວກັບເລື່ອງດັ່ງກ່າວນີ້.