ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສອງເກົາຫຼີ​ ຫາລືກັນ ເລື່ອງເປີດ ​​ເຂດອຸດສາຫະກໍາ​ຮ່ວມ Keasong ຄືນ (ວີດິໂອ)


KOREAS KAESONG VO.mov
please wait
Embed

No media source currently available

0:00 0:00:37 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້

ຄະ​ນະ​ກໍາມະການຮ່ວມລະຫວ່າງ ​ເກົາຫຼີ​ເໜືອ​ແລະເກົາຫຼີ​ໃຕ້
ທີ່​ກໍາກັບ​ເລື່ອງ​ການ​ເປີດ​ຄືນ​ເຂດ ອຸດສາຫະກໍາ​ຮ່ວມ ໄດ້​ທໍາ
ການ​ພົບ​ປະກັນ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ວັນ​ຈັນ​ມື້ນີ້ 5 ​ເດືອນ ຫຼັງ
​ຈາກ​ທີ່ເຂດ​ອຸດສາຫະກໍາ​ດັ່ງກ່າວໄດ້ປິດ​ລົງ ອັນ​ເນື່ອງ​ມາ​
ຈາກ​ຄວາມ​ເຄັ່ງ​ຕຶງ​ທາງ​ທະຫານ​ແລະ​ທາງ​ການ​ທູດ​ລະຫວ່າງ​
ກັນ​ນັ້ນ.

​ຄະ​ນະ​ກໍາມະການຮ່ວມ ທີ່ມີ​ເຈົ້າ​ໜ້າ​ທີ່ 5 ທ່ານ​ ຈາກ​ແຕ່
ລະປະ​ເທດ ​ໄດ້ພົບປະກັນ​ຢູ່ທີ່​Keasong ​ເພື່ອ​ປຶກສາ​ຫາລື
ເລື່ອງອານາ​ຄົດ​ຂອງ​ເຂດອຸດສາຫະກໍາ​ດັ່ງກ່າວ ທີ່​ໄດ້​ປິດ
​ລົງໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ​ນັ້ນ ຫຼັງ​ຈາກ​ທີ່​ກຸງ​ພຽງ​ຢາງ​ຖອນ​
ພວກ​ພະນັກງານ​ຂອງ​ຕົນ​ອອກ​ໄປ​ໃນ​ຕົ້ນ​ເດືອນ​ເມສາ​.

ທັງ​ສອງ​ເກົາຫຼີ​ໄດ້​ຕົກລົງ​ກັນໃນ​ວັນ​ພຸດ​ແລ້ວ​ນີ້ ​ທີ່​ຈະ​ເລີ່​ມການຜະລິດສິນຄ້າ​ຄືນ​ໃໝ່
​ໃນ​ເຂດອຸດສາຫຫະກໍາ​ຮ່ວມ​ດັ່ງກ່າວ ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຟາກເກົາຫຼີ​ເໜືອນັ້ນ.

ການ​ຕົກລົງກັນ​ແມ່ນ​ຮວມທັງ ການ​ໃຫ້​ຄໍາ​ສັນຍາ​ຂອງ​ທັງ​ສອງ​ຝ່າຍ ທີ່ຈະ​ປ້ອງ​ກັນ
ບໍ່​ໃຫ້ມີ​ການ​ປິດ​ເຂດອຸດສາຫະກໍາ​ຮ່ວມ​ ລົງໃນ​ອານາ​ຄົດ ​ແລະ​ຈະ​ເປີດ​ໃຫ້​ມີ​ການ
​ລົງທຶນ​ຂອງຊາວ​ຕ່າງປະ​ເທດ​ເຂົ້າ​ນໍາ​ອີກ.

​ເຂດອຸດສາຫະກໍາ​ຮ່ວມ Keasong ​ໄດ້ໄຂ​ຂຶ້ນ​ໃນ​ປີ 2004 ຊຶ່ງ​ເປັນ​ສັນຍາ​ລັກຂອງ​
ການ​ຮ່ວມມື ກັນ​ຂອງ​ກຸງ​ໂຊ​ລ​ແລະ​ກຸງ​ພຽງ​ຢາງ​. ມີໂຮງງານ​ເກົາຫລີ​ໃຕ້ ປະມານ
123 ​ແຫ່ງ ທີ່​ວ່າ​ຈ້າງ ພະນັກງານ​ຈາກ​ເກົາຫຼີ​ເໜືອ 53 ພັນ​ຄົນ ​ແລະເປັນແຫ​ລ່ງ
ສະໜອງ​ເງິນຕາ​ຕ່າງປະ​ເທດ​ທີ່​ສໍາຄັນ ​ໃຫ້​ແກ່​ເກົາຫຼີ​ເໜືອ ທີ່​ທຸກ​ຍາກ​ນັ້ນ.
XS
SM
MD
LG