ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ກ່າວວ່າ ຕະຫຼາດ ຊື້ຂາຍເຮືອນ ເລີ້ມດີຂຶ້ນແລ້ວ (ວີດີໂອ)


ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວວ່າ ຕະຫຼາດ
ຊື້ຂາຍເຮືອນກຳລັງຟື້ນໂຕຄືນ ແລະເວລານີ້ແມ່ນເວລາທີ່ຈະຕ້ອງ
ເສີມສ້າງ ເພື່ອຕໍ່ເຕີມ ໃສ່ຄວາມກ້າວໜ້າດັ່ງກ່າວ.

ປະທານາທິບໍດີໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງ
ທ່ານ ໃນວັນເສົາ ມື້ນີ້ວ່າ ລັດຖະສະພາ ຄວນຈະໃຫ້ໂອກາດ ແກ່
ຊາວອາເມຣິກັນທຸກໆຄົນ ກູ້ຢືມເງິນໃໝ່ສຳລັບຈ່າຍຄ່າເຮືອນໃນ
ອັດຕາດອກເບ້ຍທີ່ກຳລັງຕໍ່າ ຂອງທຸກມື້ນີ້ ແລະຄວນຈະຊ່ອຍໃຫ້
ບັນດາຄອບຄົວອາເມຣິກັນສາມາດກູ້ຢືມເງິນໄດ້ເພື່ອຊື້ເຮືອນຫຼັງ
ທຳອິດຂອງພວກເຂົາເຈົ້າ.

ຄຳປາໄສ ປະຈຳສັບປະດາ ຂອງປະທານາທິບໍດີ ໂອບາມາ:



ປະທານາທິບໍດີເວົ້າວ່າ ລັດຖະສະພາສະຫະລັດ ຕ້ອງໄດ້ດຳເນີນການ ເພື່ອຊ່ອຍເຮັດໃຫ້
ການເປັນເຈົ້າຂອງເຮືອນເປັນແຫລ່ງທີ່ມາຂອງຄວາມພາກພູມໃຈແລະຄວາມໝັ້ນຄົງຂອງ ພວກຄົນຊັ້ນກາງ ສຳລັບຄົນຮຸ້ນຕໍ່ໆໄປ.

ສະມາຊິກສະພາສູງ Tim Scott ຈາກລັດຄາໂຣໄລນາໃຕ້ຊຶ່ງເປັນຜູ້ກ່າວຄຳປາໄສປະຈຳ
ສັບປະດາຂອງພັກຣີພັບບລີກັນໄດ້ໂຈມຕີລັດຖະບານທ່ານໂອບາມາຕໍ່ອັນທີ່ທ່ານເອີ້ນວ່າ ການຂັດຂວາງຕໍ່ການຜະລິດພະລັງງານໃໝ່ຂອງອາເມຣິກາ. ສະມາຊິກສະພາສູງ Scott ເວົ້າວ່າ ການຜະລິດພະລັງງານແມ່ນສາມາດສ້າງວຽກເຮັດງານທຳຫຼາຍພັນໜ້າວຽກແລະ ຫຼຸດຜ່ອນການກາງຕໍ່ອາໄສແຫຼ່ງພະລັງງານຂອງຕ່າງປະເທດ.

ຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນ:

XS
SM
MD
LG