ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຢັ່ງສຽງ ພົບວ່າ ຈີນ ຈະລໍ້າໜ້າ ກາຍເປັນ ມະຫາ ອໍານາດ ໃຫຍ່ສຸດ


ສູນ​ກາງຄົ້ນຄວ້າ Pew ກ່າວ​ວ່າ ​ໂລກ​ພາກັນ​ເຊື່ອ​ຫລາຍຂຶ້ນວ່າ ຈີນ ​ໃນ​ທີ່​ສຸດກໍ​ຈະ​ລໍ້າ​ໜ້າສະຫະລັດ ກາຍ​ເປັນມະຫາ​ອໍານາດ​ສຸດ​ຍອດຂອງ​ໂລກ.
ສູນ​ກາງຄົ້ນຄວ້າ Pew ກ່າວ​ວ່າ ​ໂລກ​ພາກັນ​ເຊື່ອ​ຫລາຍຂຶ້ນວ່າ ຈີນ ​ໃນ​ທີ່​ສຸດກໍ​ຈະ​ລໍ້າ​ໜ້າສະຫະລັດ ກາຍ​ເປັນມະຫາ​ອໍານາດ​ສຸດ​ຍອດຂອງ​ໂລກ.
ການ​ຢັ່ງ​ສຽງ​ໃໝ່​ຂອງສູນ​ກາງຄົ້ນຄວ້າ Pew ກ່າວ​ວ່າ ​ໂລກ​ພາ
ກັນ​ເຊື່ອ​ຫລາຍ ຂຶ້ນວ່າ ຈີນ ​ໃນ​ທີ່​ສຸດກໍ​ຈະ​ລໍ້າ​ໜ້າສະຫະລັດ ​
ເປັນມະຫາ​ອໍານາດ​ສຸດ​ຍອດຂອງ​ໂລກ.

​ໃນ​ຈຳນວນ​ຫຼາຍກວ່າ​ເຄິ່ງ ຂອງ 39 ປະ​ເທດ ທີ່​ມີ​ການ​ຢັ່ງ​ສຽງ​
ນັ້ນ ສະຫະລັດ ຍັງຖືກຮັບຮູ້ ຢ່າງຖືກຕ້ອງວ່າ ເປັນເສດຖະກິດ
ໃຫຍ່ທີ່​ສຸດຂອງໂລກ. ​ແຕ່ຄົນ​ສ່ວນ​ຫລາຍ​ໃນ​ຈໍານວນ 18
ປະທດ​ກ່າວ​ວ່າຈີນ​ໃນ​ທີ່​ສຸດ​ກໍຈະ​ລໍ້າ​ໜ້າສະຫະລັດ.

ການ​ສໍາ​ຫລວດ​ທີ່ນຳ​ອອກ​ເຜີຍແຜ່​ໃນວັນ​ພະຫັດ​ວານ​ນີ້ ສະ​
ແດງໃຫ້​ເຫັນວ່າ ສະຫະລັດຍັງສືບ​ຕໍ່​ມີ​ພາບ​ພົດ​ໃນ​ທາງ​ບວກ
ຢູ່​ໃນ​ທົ່ວ​ໂລກ​ຫລາຍ​ກວ່າ​ຈີນ. ການ​ສຳ ຫຼວດ​ເຜີຍ​ໃຫ້​ເຫັນ​ວ່າ ອັດຕາ​ຄວາມ​ນິຍົມ​ຕໍ່ສະ
ຫະລັດແມ່ນ 63 ​ເປີ​ເຊັ​ນສົມທຽບ ​ໃສ່ຈີນ 50 ​ເປີ​ເຊັນ.

ຄະ​ແນນ​ນິຍົມ​ຊົມ​ຊອບ​ ​ແມ່ນແຕກ​ຕ່າງ​ກັນໄປ​ແລ້ວ​ແຕ່​ຂົງ​ເຂດ. ການ​ສໍາ​ຫລວດ​ພົບ​ເຫັນ​ວ່າ ພາບ​ພົດ​ຂອງຈີນບໍ່​ຄ່ອຍ​ດີປານ​ໃດ ໃນລະຫວ່າງ​ບັນດາ​ປະ​ເທດເພື່ອນ​ບ້ານຂອງ​ຈີນ. ການ​ສຳ​ຫລວດ​ກ່າວ​ວ່າ ພາບ​ພົດ​ຂອງສະຫະລັດ ແມ່ນ​ບໍ່​ດີຢູ່​ໃນສ່ວນ​ໃຫຍ່​ຂອງບັນດາປະ​ເທດທີ່​ຖືສາສະໜາ​ອິສລາມ.

​ເຖິງ​ແນວໃດກໍຕາມ ແມ່ນແຕ່ບັນດາ​ປະ​ເທດ​ທີ່ມີ​ຄວາມ​ກຽດ​ຊັງ​ຕໍ່ສະຫະ​ລັດກໍກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ​ສະຫະລັດໄດ້ໃຫ້​ເສຣີພາບສ່ວນ​ບຸກຄົນ​ແກ່​ປະຊາຊົນ​ຂອງ​ຕົນຫລາຍກວ່າປະ ເທດອື່ນໃດ. ຈຸດເຄິ່ງກາງ 70 ​ເປັນ​ເຊັນ​ ກ່າວ​ຕໍ່ອົງການ Pew ວ່າ ສະຫະລັດໃຫ້​ຄວາມ​ນັບ ຖືຕໍ່​ສິດ​ເສລີພາບ​ສ່ວນ​ບຸກຄົນໃນຂະນະທີ່​ອີກ 36 ​ເປີ​ເຊັ​ນກ່າວວ່າ ​ຈີນໃຫ້ສິດເສລີພາບດັ່ງ ກ່າວ.
XS
SM
MD
LG