ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ Rolling Thuder ອະນາໄມ ອະນຸສາວະລີ ນັກລົບເກົ່າຫວຽດນາມ


ອະນຸສາວະລີນັກລົບເກົ່າສົງຄາມຫວຽດນາມ ທີ່ນະຄອນຫຼວງວໍຊິງຕັນດີຊີ ເປັນອະນຸສອນ ສະຖານແຫ່ງນຶ່ງ ທີ່ມີພວກຄົນໄປທ່ອງທ່ຽວ ຫຼາຍທີ່ສຸດໃນ ເມືອງຫຼວງຂອງສະຫະລັດ. ກໍາ ແພງຫິນແກຣນິຕ ສີດໍາອັນແຂງແກ່ງແຫ່ງນັ້ນ ຖືກສະຫຼັກໄວ້ດ້ວຍຊື່ຂອງທະຫານສະຫະລັດ ຫຼາຍກວ່າ 58,000 ຄົນ ທີ່ເສຍຊີວິດຫຼືຫາຍ ສາບສູນໄປໃນປາງສົງຄາມຫວຽດນາມ. ທຸກໆວັນອາທິດໃດ ຈາກເດືອນເມສາຫາ ເດືອນຕຸລາ ກຸ່ມອາສາສະໝັກພິເສດກຸ່ມນຶ່ງ ພາກັນໄປເຕົ້າໂຮມຢູ່ທີ່ນັ້ນໃນຕອນເຊົ້າມືດ ເພື່ອສະແດງຄວາມເຄົາລົບຕໍ່ເຫຼົ່າທະຫານ ທີ່ໄດ້ເສຍຊີວິດໄປໃນລະຫວ່າງສົງຄາມ ທີ່ ແກ່ຍາວໄປດົນເຖິງ ສອງທົດສະວັດ ຊຶ່ງໄດ້ ສິ້ນສຸດລົງໃນປີ 1975.

XS
SM
MD
LG