ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ຟິລິບປິນກຽມເລືອກຕັ້ງ ເອົາສະມາຊິກສະພາ ແລະເຈົ້າໜ້າທີ່ທ້ອງຖິ່ນ (ວີດິໂອ)


ປ້າຍໂຄສະນາ ຫາສຽງເລືອກຕັ້ງ ຂອງພັກຕ່າງໆ ໃນຟິລິບປິນ ກຽມໃສ່ການເລືອກຕັ້ງ ໃນວັນຈັນ ທີ 13 ພືດສະພາ 2013.
ຟິລິບ​ປິນກໍາລັງ​ຕຽມ​ຈັດການ​ເລືອກຕັ້ງສະພາ ​ເຄິ່ງສະ​ໄໝ
ການ​ດໍາລົງ​ຕໍາ​ແໜ່​ງ ຊຶ່ງ​ຈະ​ມີ​ຈຶ້ນ​ໃນວັນ​ຈັນ ມື້​ອື່ນ​ນີ້.

ໃນ​ວັນ​ອາທິດ​ມື້​ນີ້ ບັນດາ​ພະນັກງານ​ການ​ເລືອກ​ຕັ້ງພາກັນ​
ຫຍຸ້ງ​ຢູ່​ກັບ​ວຽກ​ ຂົນ​ຫີບປ່ອນ​ບັດຂຶ້ນ​ລົດ​ບັນທຸກ ​ເພື່ອ​ນໍາ​ໄປ​
ແຈກ​ຢາຍ​ຢູ່​ຕາມ​ບ່ອນ​ປ່ອນ​ບັດ​ຕ່າງໆ.

ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ມີ​ຜູ້​ສະໝັກ 33 ຄົນ ​ເພື່ອ​ຊິງ​ເອົາບ່ອນນັ່ງ​ໃນ​ສະພາ​ສູງ 12 ທີ່​ນັ່ງ. ​
ໃນ​ທັງ​ໝົດ​ແລ້ວ ມີ​ປະມານ 18,000 ຕໍາແໜ່​ງຈະ​ໄດ້​ຖືກແຕ່ງ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຈະ​ຈັດ​ຂຶ້ນຢູ່​ຕາມ​ໂຮງຮຽນທົ່ວ​ຟິລິບ​ປິນ ​ບ່ອນ​ທີ່ພວກ​ນາຍຄູ​
ຂອງໂຮງຮຽນ ​ຈະທໍາ​ໜ້າ​ທີ່​ເປັນ​ຜູ້​ສັງ​ເກດ​ການ​ໃຫ້ຄະນະ​ກໍ​າມະ​ການ ການ​ເລືອກ​ຕັ້ງ.

(ເບິ່ງວີດີໂອ)

ການເລືອກຕັ້ງໃນຟິລິບປິນ
please wait

No media source currently available

0:00 0:00:47 0:00
XS
SM
MD
LG