ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີໃຕ້ ຖອນພະນັກງານ ອອກຈາກ ເຂດ Kaesong (ສະໄລດ໌/ວີດີໂອ)


ຂະບວນລົດຂອງເກົາຫຼີໃຕ້ ທີ່ລຳລຽງເຄື່ອງຂອງຕ່າງໆ ຈາກເຂດອຸດສາຫະກຳຮ່ວມ Kaesong ເດີນທາງໄປເຖິງ ດ່ານພາສີແລະກວດຄົນເຂົ້າເມືອງ ໃກ້ໆບ້ານປັນມຸນຈອມ ໃນເຂດ ເມືອງ Paju (27 ເມສາ 2013)
ຂະບວນລົດຂອງເກົາຫຼີໃຕ້ ທີ່ລຳລຽງເຄື່ອງຂອງຕ່າງໆ ຈາກເຂດອຸດສາຫະກຳຮ່ວມ Kaesong ເດີນທາງໄປເຖິງ ດ່ານພາສີແລະກວດຄົນເຂົ້າເມືອງ ໃກ້ໆບ້ານປັນມຸນຈອມ ໃນເຂດ ເມືອງ Paju (27 ເມສາ 2013)
ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ພວກຄົນງານທີ່ຍັງເຫຼືອຢູ່ທີ່ໂຮງງານ
ທີ່ຖືກສັ່ງປິດໃນເຂດອຸດສາຫະກຳຮ່ວມທີ່ຕັ້ງຢູ່ໃນເກົາຫຼີເໜືອໄດ້ ເດີນທາງກັບຄືນສູ່ເກົາຫຼີໃຕ້ແລ້ວ.

ຂະບວນລົດເກງ ລົດໂດຍສານແລະລົດບັນທຸກທີ່ລຳລຽງເຄື່ອງ ຂອງໆພວກເຂົາເຈົ້າໄດ້ຂ້າມເຂົ້າສູ່ເກົາຫຼີໃຕ້ໃນວັນເສົາມື້ນີ້. ກະ
ຊວງທ້ອນໂຮມຊາດ ຂອງເກົາຫຼີໃຕ້ ກ່າວວ່າ ພວກຄົນງານ 127
ຄົນ ຂອງຈຳນວນທັງໝົດ 175 ຄົນ ຢູ່ທີ່ເຂດອຸດສາຫະກຳຮ່ວມ
Kaesong ຈະເດີນທາງກັບຄືນໄປຍັງເກົາຫຼີໃຕ້ ໃນວັນເສົາມື້ນີ້
ແລະຈຳນວນທີ່ຍັງເຫຼືອ ຈະກັບຄືນປະເທດໃນໄລຍະສອງສາມ
ມື້ຕໍ່ໜ້າ.



ການຕັດສິນໃຈທີ່ຈະນຳເອົາພວກຄົນງານກັບຄືນປະເທດ ມີຂຶ້ນໃນມື້ວັນສຸກວານນີ້ບໍ່ເທົ່າ ໃດຊົ່ວໂມງຫຼັງຈາກເກົາຫຼີເໜືອໄດ້ປະຕິເສດຕໍ່ຂໍ້ສະເໜີຂອງເກົາຫຼີໃຕ້ທີ່ຢາກໃຫ້ເປີດການ ເຈລະຈາຢ່າງເປັນທາງການເພື່ອໃຫ້ເລີ້ມມີການປະຕິບັດງານຄືນໃໝ່ທີ່ເຂດອຸດສາຫະກຳ ຮ່ວມ Kaesong.

ເກົາຫຼີໃຕ້ໄດ້ໃຫ້ເວລາແກ່ເກົາຫຼີເໜືອ 24 ຊົ່ວໂມງໃນມື້ວັນພະຫັດຜ່ານມາ ເພື່ອໃຫ້ຕົກລົງ ເປີດການເຈລະຈາກັນ ໂດຍເຕືອນວ່າ ຈະທຳການຕອບໂຕ້ຢ່າງແຮງ ຖ້າພຽງຢາງຫາກບໍ່ ຕົກລົງຮັບເອົາຂໍ້ສະເໜີທີ່ວ່ານີ້.

ບໍ່ເທົ່າໃດຊົ່ວໂມງຫຼັງຈາກເສັ້ນຕາຍຜ່ານໄປໃນມື້ວັນສຸກວານນີ້ ພຽງຢາງກໍໄດ້ປະຕິເສດຕໍ່ ຂໍ້ສະເໜີດັ່ງກ່າວແລະເຕືອນວ່າ ຕົນຈະເປັນຜູ້ທຳອິດທີ່ຈະເອົາມາດຕະການຢ່າງແຂງຂັນ ຖ້າເກົາຫຼີໃຕ້ຫາກຍັງຢືນຢັດ ຈະເຮັດໃຫ້ສະຖານະການ ທີ່ເຂດອຸດສາຫະກຳຮ່ວມ Kae-
song ຊຶ່ງເປັນຫົວເມືອງຊາຍແດນ ຊຸດໂຊມລົງຕື່ມ.

ວີດີໂອ ຄວາມເຄັ່ງຕຶງ ຢູ່ແຫຼມເກົາຫຼີ
please wait

No media source currently available

0:00 0:00:41 0:00
XS
SM
MD
LG