ຄະນະສືບສວນສະຫະລັດກ່າວວ່າ ຜູ້ຕ້ອງສົງໄສຄົນນຶ່ງໃນລັດ Mississippi ພາກໃຕ້ ຂອງສະຫະລັດ ໄດ້ຖືກຈັບກຸມ ທີ່ກ່ຽວຂ້ອງກັບການສົ່ງຈົດໝາຍທີ່ມີສານພິດເຖິງປະທານາທິບໍດີ Barrack Obama.
ກົມສືບສວນກາງສະຫະລັດ ຫຼື FBI ກ່າວວ່າ ຜູ້ຕ້ອງສົງໄສ ທ້າວ Paul Kevin Curtis ໄດ້ຖືກຈັບກຸມ ໃນວັນພຸດວານນີ້ ຢູ່ເມືອງ Corinth. ທາງເຈົ້າໜ້າທີ່ສືບສວນບໍ່ໄດ້ໃຫ້ລາຍ ລະອຽດເພີ່ມຕື່ມແຕ່ຢ່າງໃດ.
ແຕ່ ລາຍງານແຈ້ງຂ່າວລັບຂອງ FBI ທີ່ພວກນັກຂ່າວໄດ້ຮູ້ເຫັນນັ້ນ ກ່າວວ່າ ຈົດໝາຍລົງວັນທີ 8 ເມສາ ຂອງຜູ້ຕ້ອງສົງໄສ ທີ່ສົ່ງເຖິງທ່ານ Obama ແລະສະບັບທີ 2 ທີ່ສົ່ງເຖິງສະມາຊິກສະພາສູງ ທ່ານ Roger Wicker ນັ້ນແມ່ນໄດ້ຈໍ້າກາສົ່ງມາຈາກເມືອງ Memphis ລັດ Tennessee ທີ່ມີບາງຂໍ້ຄວາມ ທີ່ຄືກັນ.
ໃນການກວດເບິ່ງຂັ້ນຕົ້ນນັ້ນ ຈົດໝາຍທັງ 2 ສະບັບ ໄດ້ຖືກພົບເຫັນວ່າ ບັນຈຸສານ Ricin ຊຶ່ງເປັນສານພິດທີ່ຮ້າຍແຮງເຖິງຕາຍ ເຖິງແມ່ນນມີປະລິມານນ້ອຍໆເທົ່າກັບເມັດເກືອ ກໍຕາມ.
ຄະນະເຈົ້າໜ້າທີ່ສືບສວນກ່າວວ່າ ຈົດໝາຍທັງ 2 ສະບັບ ໄດ້ຖືກກວດແລະກັກໄວ້ໄດ້ໃນຕຶກສົ່ງຈົດໝາຍທີ່ຫ່າງຈາກທໍານຽບຂາວແລະລັດຖະສະພາ ແລະຜົນທີ່ຕາມມານັ້ນແມ່ນວ່າ ທັງປະທານາທິບໍດີແລະ ສະມາຊິກສະພາສູງນັ້ນແມ່ນບໍ່ໄດ້ຮັບອັນຕະລາຍໃດໆທັງສິ້ນ.