ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານຂອງມຽນມາ ເວົ້າວ່າຊາວມຸສລິມ ທີ່ເປັນຊົນກຸ່ມນ້ອຍຢູ່ໃນປະເທດຂອງທ່ານນາງ ຈະຕ້ອງສາມາດມີຄວາມຮູ້ສຶກທີ່ໝັ້ນຄົງປອດໄພ ແລະເອີ້ນສະຖານະການຂອງພວກເຂົາເຈົ້າວ່າ ເປັນສະພາບການທີ່ໜ້າເສົ້າໃຈຫຼາຍ.
ໃນການຖະແຫຼງຕໍ່ນັກຂ່າວເມື່ອວັນພຸດວານນີ້ ໃນລະຫວ່າງການຢ້ຽມຍີ່ປຸ່ນ ນັ້ນ ທ່ານນາງອອງຊານ ຊູຈີ ເວົ້າວ່າ ບັນດາຊາວພຸດທັງຫຼາຍໃນມຽນມາ ຈະຕ້ອງຮຽນຮູ້ ທີ່ຈະຮັບເອົາແລະອະນຸໂລມຜ່ອນຜັນ ໃຫ້ແກ່ພວກປະຊາ ຊົນ ທີ່ມີທັດສະນະທີ່ແຕກຕ່າງໄປ.
ເມື່ອບໍ່ດົນມານີ້ ທ່ານນາງອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນເເບລ ຂະແໜງສັນຕິພາບ ໄດ້ພົບປະກັບບັນດາຜູ້ນໍາມຸສລິມຂອງມຽນມາ ຈໍານວນນຶ່ງ ຊຶ່ງທ່ານນາງເວົ້າວ່າ ພວກເຂົາເຈົ້າຖືກປະຕິບັດຕໍ່ແບບທີ່ເຮັດໃຫ້ພວກເຂົາເຈົ້າຮູ້ສຶກວ່າ ພວກເຂົາເຈົ້າບໍ່ເປັນຄົນຂອງມຽນມາ ຫຼືຂອງປະເທດອື່ນ ໃດ.
ທ່ານນາງອອງຊານ ຊູຈີ ໄດ້ຖືກຕ້ອງຕິຢ່າງໃຫຍ່ ທີ່ບໍ່ໄດ້ປາກເວົ້າອອກມາຕໍ່ຕ້ານການປະຫັດປະຫານຂອງບັນດາຊົນເຜົ່າ ແລະຊົນສາສະໜາສ່ວນນ້ອຍ ໃນລະຫວ່າງເກີດເຫດການຄວາມຮຸນແຮງ ທີ່ຍັງຜົນໃຫ້ປະຊາຊົນ ຫຼາຍກວ່ານຶ່ງແສນຄົນ ຕ້ອງພັດພາກຖິ່ນຢູ່ອາໄສ.
ຢ່າງໜ້ອຍ ມີຜູ້ເສຍຊີວິດ 43 ຄົນ ໃນເຫດການຄວາມບໍ່ສະຫງົບລະຫວ່າງ ຊາດພຸດແລະຊາວມຸສລິມ ທີ່ເກີດຂຶ້ນເມື່ອເດືອນຜ່ານມາ ໃນ ເມືອງ Meikhtila ທາງພາກກາງຂອງປະເທດ ຊຶ່ງເຫດການຄວາມຮຸນແຮງດັ່ງກ່າວໄດ້ແຜ່ລາມ ອອກໄປຍັງຫົວເມືອງອື່ນໆໃນເວລາຕໍ່ມາ.
ພາບກ່ຽວກັບຄວາມຮຸນແຮງໃນມຽນມາ ເມື່ອເດືອນແລ້ວນີ້: