ເມືອງ Aleppo ຂອງຊີເຣຍ ໃນວັນອັງຄານວານນີ້ ເພື່ອໃຫ້ບັນ
ດາເຈົ້າໜ້າທີ່ສະພາກາແດງ ໄດ້ເຂົ້າໄປກູ້ເອົາຊາກສົບທີ່ເນົ່າ
ເໝັນ ທີ່ຢາຍຊະຊາຍຢູ່ຕາມທ້ອງຖະໜົນນັ້ນ ອອກມາ.
ເຈົ້າໜ້າທີ່ກ່າວວ່າ ໄດ້ມີການກູ້ເອົາ 31 ຊາກສົບ ຢູ່ໃນເຂດຄຸ້ມ al-Sakhour ຊຶ່ງສ່ວນໃຫຍ່ຂອງພວກເຄາະຮ້າຍ ທີ່ມີຮວມທັງພວກເດັກນ້ອຍນັ້ນ ແມ່ນໄດ້
ຖືກສັງຫານໂດຍພວກດັກຍິງ ແຕ່ວ່າຍັງບໍ່ມີຜູ້ໃດສາມາດເຂົ້າໄປເກັບເອົາຊາກສົບເຫຼົ່ານັ້ນ
ຍ້ອນມີການສູ້ລົບແລະມີການຍິງປືນໃສ່ກັນຢ່າງຕໍ່ເນື່ອງ ຈາກທັງຝ່າຍທະຫານຊີເຣຍແລະພວກຕໍ່ຕ້ານ ຊຶ່ງຊາກສົບ ຈໍານວນນຶ່ງ ແມ່ນຖືກປະຖີ້ມໄວ້ ຫລາຍໆເດືອນແລ້ວ.
ພາບຄວາມເສຍຫາຍ ຫລ້າສຸດ ຈາກການສູ້ລົບກັນ ໃນຊີເຣຍ:
ກ່ອນໜ້ານັ້ນ ປະທານາທິບໍດີ ຊີເຣຍ ທ່ານ Bashar ໄດ້ປະກາດ ໃຫ້ການນີລະໂທດກໍາທົ່ວໄປ ແກ່ພວກທີ່ໄດ້ກະທໍາຄວາມຜິດ ກ່ອນໜ້າວັນອັງຄານວານນີ້ ຊຶ່ງຄໍາສັ່ງດັ່ງກ່າວມີຂຶ້ນ ນຶ່ງມື້ກ່ອນວັນສະຫຼອງວັນເອກກະລາດຂອງຊີເຣຍ.
ປະທານາທິບໍດີ ທ່ານ Bashar ໄດ້ອອກດໍາລັດໃຫ້ອະໄພຍະໂທດແບບຄ້າຍໆກັນນີ້ ຫລາຍໆເທື່ອແລ້ວ ໃນໄລຍະສອງປີຜ່ານມານີ້.