ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຢາກໃຫ້ມີ ກົດໝາຍຄວບຄຸມປືນ ທີ່ເຂັ້ມງວດກວ່າເກົ່າ (ວີດິໂອ)


ປະທານາທິບໍດີ Obama ຊຸກຍູ້ໃຫ້ມີກົດໝາຍ ຄວບຄຸມອາວຸດປືນ ທີ່ເຄ່ງຄັດກ່ວາເກົ່າ.
ປະທານາທິບໍດີ Obama ຊຸກຍູ້ໃຫ້ມີກົດໝາຍ ຄວບຄຸມອາວຸດປືນ ທີ່ເຄ່ງຄັດກ່ວາເກົ່າ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ເວົ້າວ່າ ບໍ່
ຈໍາເປັນຕ້ອງມີການຂັດແຍ້ງກັນ ລະຫວ່າງການປົກປ້ອງສິດໃນ
ການມີປືນຢູ່ໃນສະຫະລັດ ແລະການປົກປ້ອງຊີວິດຂອງພົນເມືອງ.

ທ່ານ Obama ໃຫ້ຄຳເຫັນດັ່ງກ່າວ ຕໍ່ພວກເຈົ້າໜ້າທີ່ຕໍາຫລວດ
ໃນວັນພຸດ ວານນີ້ ທີ່ລັດ Colorado ຊຶ່ງເປັນລັດນຶ່ງທີ່ຜູ້ປົກຄອງ
ລັດ ໄດ້ເຊັນຮັບຮອງ ເອົາກົດໝາຍຄຸ້ມຄອງປືນສະບັບໃໝ່ ທີ່ເຄັ່ງຄັດທີ່ສຸດຂອງປະເທດ ໃນ
ເດືອນແລ້ວນີ້.

ກົດໝາຍຄຸ້ມຄອງປືນຂອງລັດ Colorado ລວມມີບາງຂໍ້ທີ່ທ່ານປະທານາທິບໍດີ ຢາກໃຫ້ ລັດຖະສະພາຮັບຜ່ານ ເພື່ອໃຊ້ກັບລັດອື່ນໆ ຢູ່ໃນປະເທດ ຊຶ່ງແມ່ນການກວດປະຫວັດຂອງ
ຄົນຊື້ປືນ ທີ່ລະອຽດເພີ້ມຂຶ້ນອີກ.

ທ່ານ Obama ເວົ້າວ່າ ກົດໝາຍຄຸ້ມຄອງປືນໃນປັດຈຸບັນ ມີຊ່ອງຫວ່າງທີ່ເຮັດໃຫ້ພວກຜູ້
ຮ້າຍໃນຈຳນວນຫຼາຍເກີນໄປ ສາມາດຫລີກລ່ຽງຕໍ່ການກວດປະຫວັດ ໄດ້.

ທ່ານໃຫ້ຄໍາເຫັນວ່າ ການມີກົດໝາຍທີ່ເຂັ້ມແຂງຂຶ້ນ ຈະບໍ່ສາມາດຍຸຕິການກໍ່ອາດຊະຍາ
ກໍາທັງໝົດໄດ້ຢ່າງສິ້ນເຊີງ ແຕ່ທ່ານກໍເວົ້າວ່າ ມັນຄຸ້ມຄ່າທີ່ຈະຕໍ່ສູ້ໃຫ້ມີ ຖ້າຫາກມັນສາມາດ
ກີດກັ້ນ ແມ່ນແຕ່ພຽງຜູ້ນຶ່ງເທົ່ານັ້ນ ບໍ່ໃຫ້ທຳການສັງຫານໝູ່ໄດ້.

ລັດ Colorado ແມ່ນລັດທີ່ເກີດເຫດສັງຫານໝູ່ສອງຄັ້ງ ທີ່ມີການກ່ຽວພັນກັບປືນ. ປີກາຍນີ້
ມືປືນຜູ້ນຶ່ງໄດ້ສັງຫານ 12 ຄົນ ຢູ່ໃນໂຮງຮູບເງົາ ໃນເມືອງ Aurora. ກ່ອນໜ້ານັ້ນ ມີນັກຮຽນ
ແລະຄູ 13 ຄົນ ຖືກຍິງຕາຍ ໂດຍພວກ ນັກຮຽນດ້ວຍກັນ ທີ່ໂຮງຮຽນມັດທະຍົມປາຍ Columbine ໃນປີ 1999.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

XS
SM
MD
LG