ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມ al-Qaida ​ໃນ​ອິຣັກ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ອາທິດແລ້ວນີ້


ພາບລຸນຫລັງການໂຈມຕີຂອງ ເຄືອຂ່າຍ al-Qaida ໃນອິຣັກຕໍ່ ກະຊວງຍຸດຕິທໍາ ຊຶ່ງຢູ່ໃກ້ໆ ກັບເຂດສີຂຽວ ຫລື Green Zone ທີ່ມີການ ປ້ອງກັນຢ່າງໜາແໜ້ນ
ພາບລຸນຫລັງການໂຈມຕີຂອງ ເຄືອຂ່າຍ al-Qaida ໃນອິຣັກຕໍ່ ກະຊວງຍຸດຕິທໍາ ຊຶ່ງຢູ່ໃກ້ໆ ກັບເຂດສີຂຽວ ຫລື Green Zone ທີ່ມີການ ປ້ອງກັນຢ່າງໜາແໜ້ນ
ກຸ່ມພັນທະມິດຂອງເຄືອຂ່າຍ al-Qaida ​ໃນ​ອິຣັກ ໄດ້ອ້າງ
ເອົາຄວາຮັບຜິດ ຊອບຕໍ່ການໂຈມຕີ ທີ່ມີການປະສານງານ
ກັນຕໍ່ກະຊວງແຫ່ງນຶ່ງ ໃນນະຄອນ ຫລວງ​ແບກ​ແດ​ດ ຊຶ່ງໄດ້
ສັງຫານຢ່າງໜ້ອຍ 25 ຄົນ​ ເມື່ອ​ອາທິດ​ຜ່ານ​ມາ.

ກຸ່ມລັດ​ອິສລາມ​ແຫ່ງອີຣັກ ກ່າວຢູ່ໃນຖະແຫລງການທີ່ນໍາ​ອອກ
ເຜີຍແຜ່ທາງ ອິນເຕີແນັດວ່າ ຕົນ​ໄດ້ອອກຄໍາສັ່ງ​ໃຫ້​ທໍາການ ໂຈມຕີໃນອາທິດແລ້ວນີ້ ຕໍ່ ກະຊວງຍຸດຕິທໍາ ຊຶ່ງຢູ່ໃກ້ໆ ກັບ
ເຂດສີຂຽວ ຫລື Green Zone ທີ່ມີການ ປ້ອງກັນຢ່າງໜາ​
ແໜ້ນ ແລະເປັນຄຸ້ມຢູ່ອາໄສຂອງບັນດາໂຮງການລັດຖະບານ
ແລະສະຖານທູດ ປະເທດຕາເວັນຕົກ.

ການ​ວາງລະເບີດ​ໂຈມ​ຕີ​ດັ່ງກ່າວໄດ້ເກີດຂຶ້ນ ນຶ່ງອາທິດກ່ອນຮອດວັນຄົບຮອບ 10 ປີ ທີ່
ມີການບຸກລຸກອີຣັກພາຍໃຕ້ການນໍາພາຂອງສະຫະລັດ ແລະນຶ່ງເດືອນ ກ່ອນໜ້າການ
ເລືອກຕັ້ງຄັ້ງທໍາອິດຂອງອີຣັກໃນຮອບສາມປີ.

ອີຣັກໄດ້ຖືກຄຸກ​ຄາມທໍາລາຍໂດຍການຕໍ່ສູ້ກັນ​ພາຍ​ໃນ ລະຫວ່າງພັກຝ່າຍທາງ ສາສະ
ໜາຕ່າງໆ. ພວກຊາວຊຸນນີ ກ່າວຫານາຍົກ Nouri al-Maliki ຊຶ່ງເປັນຊາວ Shi’ite ວ່າ
ປະຕິບັດມີການແບບຈໍາແນກຕໍ່ປະຊາຄົມຂອງພວກເຂົາເຈົ້າ. ເປັນເວລາຫລາຍເດືອນ
ແລ້ວ ທີ່ພວກຫົວຮຸນແຮງຊາວຊຸນນີ ໄດ້ທໍາການໂຈມຕີເປົ້າໝາຍຂອງຊາວ Shi’ite ຢ່າງ​
ຕໍ່​ເນື່ອງ​ກັນ​ມາຫລາຍໆຄັ້ງ.
XS
SM
MD
LG