ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານເຄນຢາ ຮັບຟັງ ຄຳຮ້ອງຮຽນ ກ່ຽວກັບ ການເລືອກຕັ້ງ


ທ່ານ Uhuru Kenyatta ຊະນະການເລືອກຕັ້ງ ປະທານາທິບໍດີ ເຄນຢາ ໂບກມືໃຫ້ ແກ່ຜູ້ສະໜັບສະໜູນ
ທ່ານ Uhuru Kenyatta ຊະນະການເລືອກຕັ້ງ ປະທານາທິບໍດີ ເຄນຢາ ໂບກມືໃຫ້ ແກ່ຜູ້ສະໜັບສະໜູນ
ສານ​ສູງຂອງ​ເຄນ​ຢາ ກໍາລັງ​ຮັບ​ຟັງຄຳ​ຮ້ອງ​ຮຽນ ​ໃນ​ວັນ​ພຸດມື້ນີ້
ອັນ​ເປັນ​ພາກ​ສ່ວນນຶ່ງໃນການ​ທ້າ​ທາຍຂອງນາຍົກລັດຖະມົນຕີ
Raila Odinga ຕໍ່​ຜົນ​ການ​ເລືອກ​ຕັ້ງປະທານາທິບໍດີໃນອາທິດ​
ແລ້ວ​ນີ້.

ຜູ້​ຈັດການ ​ໃນການ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ Odinga ຄື
ທ່ານ Eliud Owalo ກໍາລັງຮຽກຮ້ອງ​ໃຫ້​ສານບັງ​ຄັບໃຫ້​ຄະນະ​ກຳມະການ ​ເລືອກ​ຕັ້ງທີ່​ເປັນ​ອິດສະຫຼະແລະ​ຄວບ​ຄຸມ​ເຂດ​ຕ່າງໆຂອງ​ເຄນ​ຢາ ​ຕະ ຫຼອດທັງ​ບໍລິສັດ​ໂທລະສັບ ເປີດເຜີຍກ່ຽວ​ກັບ​ບັນທຶກ​ຕ່າງໆ​ ທີ່​ທ່ານ​ກ່າວ​ວ່າ​ຈະ​ຊ່ວຍ​ພິສູດ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງນັ້ນ.

ທ່ານກ່າວ​ວ່າ ​ຂໍ້​ມູນຈະ​ສະ​ແດງ​ໃຫ້​ຊາວ​ເຄນ​ຢາ​ໄດ້ເຫັນ “​ເຖິງລະດັບ ຂອງ​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​” ​ແລະ​ມັນ​ເປັນ​ເຫດຜົນ​ທີ່​ສອດຄ່ອງ​ກັບການ​ທີ່ທ່່ານ Odinga ​ທ້າ​ທາຍ​ຕໍ່​ສານ ຊຶ່ງ​ເຂົາ​ເຈົ້າ​ຄາດ​ວ່າ​ຈະ​ຍືນ​ ໃ​ນວັນ​ສຸກຈະ​ມາ​ນີ້.

ຄະນະ​ກໍາມະການ​ເລືອກ​ຕັ້ງ ໄດ້​ປະກາດ​ໃຫ້ ທ່ານ Uhuru Kenyatta ​ເປັນ​ຜູ້​ຊະນະ​ການ​ເລືອກຕັ້ງ ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ 50.07 ​ເປີ​ເຊັ​ນ ຂອງ​ຈຳນວນ​ບັດ​ທັງ​ໝົດ ພຽງ​ພໍ​ຕໍ່​ການ​ຫລີກ​ລ້ຽງບໍ່​ໃຫ້​ມີ​ການ​ປ່ອນ​ບັດ​ຮອບສອງ. ບັນດາກຸ່ມສັງ​ເກດ​ການປ່ອນ​ບັດ
ທ້ອງ​ຖິ່ນ ​ແລະ​ນາໆ​ຊາດ​ກ່າວ​ວ່າ ການ​ລົງ​ຄະແນນ​ສຽງໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມງຽບ​ສະຫງົບ​ດີ ​ແລະ​ເປັນ​ທີ່ໜ້າເຊື່​ອຖື.

ທ່ານ Odinga ​ໄດ້​ກ່າວຄຳ​ປາ​ໄສ​ຕໍ່​ພວກ​ສະໜັບສະໜຸນທີ່​ພາກັນ​ໂຫ່​ຮ້ອງ ​ໃນ​ການ​ໂຮມຊຸ​ມນຸມ ທີ່ເມືອງ Kibera ​ໃນ​ວັນ​ອັງຄານ​

XS
SM
MD
LG