ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຄັດຄ້ານ ການລົງໂທດ ຂອງ ສຫລ ຕໍ່ບໍລິສັດ ຂອງຕົນ


ແຜນທີ່ປະເທດຈີນ
ແຜນທີ່ປະເທດຈີນ
ຈີນເວົ້າວ່າຕົນຄັດຄ້ານຕໍ່ການລົງໂທດຂອງສະຫະລັດທີ່ວາງ
ອອກເມື່ອມໍ່ໆມານີ້ ຕໍ່ບໍລິສັດປ້ອງກັນປະເທດທີ່ສຳຄັນຂອງຕົນ
ບໍລິສັດນຶ່ງ ທີ່ຖືກກ່າວຫາວ່າ ມີສ່ວນພົວພັນກັບການແຜ່ຜາ
ຍອາວຸດເກືອດຫ້າມ. ກຸງປັກກິ່ງຮຽກຮ້ອງໃຫ້ຍົກເລີກການ
ລົງໂທດດັ່ງກ່າວນັ້ນ.

ໃນວັນຈັນວານນີ້ ໂຄສົກກະຊວງການຕ່າງປະເທດຈີນ ທ່ານ
ນາງ Hua Chunying ໄດ້ຮຽກຮ້ອງໃຫ້ສະຫະລັດ “ຍຸດຕິ
ການກະທໍາ ທີ່ຈະໄປແຕະຕ້ອງ ຜົນປະໂຫຍດຂອງຈີນ ແລະ
ສາຍພົວພັນລະຫວ່າງຈີນ ແລະສະຫະລັດ.”

ທ່ານນາງ Hua ເວົ້າວ່າ ຈີນມີຄວາມມຸ້ງໝັ້ນ ນຳການປະຕິ
ບັດຕາມລະບົບ ຫ້າມແຜ່ຜາຍ ອາວຸດຂອງນາໆຊາດ ແລະວ່າ ກຸງປັກກິ່ງໄດ້ປະຕິບັດຕາມກົດ ໝາຍຄຸ້ມຄອງການສົ່ງອອກຂອງຕົນຢ່າງເຄັ່ງຄັດ.

ບໍລິສັດ Poly Technologies ຊຶ່ງເປັນສາຂາໃຫຍ່ຂອງກຸ່ມລັດວິສະຫະກິດ China Poly Group Corporation ເອີ້ນການລົງໂທດດັ່ງກ່າວນັ້ນວ່າ “ບໍ່ມີຫລັກຖານ ແລະ ບໍ່ສົມ
ເຫດສົມຜົນ.”

ຄໍາສັ່ງດໍາເນີນການຂອງກະຊວງການຕ່າງປະເທດສະຫະລັດ ແມ່ນມີຜົນບັງຄັບໃຊ້ໃນອາ ທິດແລ້ວນີ້ ແລະແນເປົ້າໃສ່ 4 ບໍລິສັດຂອງຈີນ ຕະຫລອດທັງທຸລະກິດ ຫລືສ່ວນບຸກຄົນ ຈາກ Belarus, Venezuela, Iran ແລະ Syria ອີກດ້ວຍ.

ບໍລິສັດ ແລະສ່ວນບຸກຄົນທັງໝົດ ລ້ວນແຕ່ຖືກກ່າວຫາວ່າ ລ່ວງລະເມີດຕໍ່ກົດໝາຍບໍ່ໃຫ້ ສົ່ງອາວຸດໃຫ້ແກ່ອີຣ່ານ, ເກົາຫລີເໜືອ, ແລະຊີເຣຍ ຊຶ່ງແນໃສ່ປ້ອງກັນບໍ່ໃຫ້ສາມປະເທດ ດັ່ງກ່າວ ຊື້ເອົາແລະຂາຍວັດຖຸທີ່ຖືກເກືອດຫ້າມ ທີ່ມີສ່ວນພົວພັນກັບອາວຸດທີ່ມີອະນຸພາບ ຮ້າຍແຮງ ແລະລະບົບລູກສອນໄຟ Cruise ຫຼືລູກສອນໄຟຂີປະນາວຸດ.
XS
SM
MD
LG