ຝຣັ່ງໄດ້ສົ່ງໜ່ວຍປະຕິບັດການພິເສດ ໄປຄຸ້ມກັນພວກບໍ່ທາດ ຢູເຣນຽມ ຢູ່ໃນປະເທດໄນເຈີ. ບໍ່ເຫລົ່ານັ້ນແມ່ນສະໜອງສ່ວນ ໃຫຍ່ຂອງທາດຢູເຣນຽມ ທີ່ຝຣັ່ງຕ້ອງການ ສໍາລັບອຸດສາຫະກໍາ ພະລັງນີວເຄຼຍຂອງຕົນນັ້ນ. ຂະນະດຽວກັນຢູ່ພາຍໃນປະເທດ ນັ້ນ ລັດຖະບານຝຣັ່ງໄດ້ເພີ່ມຂີດຄວາມລະວັງ ໄພການກໍ່ການ ຮ້າຍ ໃຫ້ຢູ່ໃນລະດັບສູງສຸດອັນດັບສອງ ພ້ອມກັບເສີມກໍາລັງ ຮັກສາຄວາມປອດໄພຢູ່ຕາມໂຮງການໃຫຍ່ໆຂອງລັດຖະບານ ແລະສະຖານທ່ອງທ່ຽວທີ່ສໍາຄັນໆຕ່າງໆ. Henry Ridgwell ຜູ້ສື່ຂ່າວວີໂອເອ ລາຍງານຈາກນະຄອນຫຼວງປາຣີ ກ່ຽວກັບ ຄວາມຢ້ານກົວວ່າ ຈະມີການແກ້ແຄ້ນຂອງພວກກໍ່ການຮ້າຍ ຢູ່ພາຍໃນປະເທດແລະຕ່າງປະເທດ ລຸນຫຼັງທີ່ຝຣັ່ງໄດ້ສົ່ງ ທະຫານ ເຂົ້າໄປແຊກແຊງໃນປະເທດມາລີ.