ພິທີສາບານໂຕ ເຂົ້າຮັບຕໍາແໜ່ງ ສະໄໝທີສອງ ຂອງປະທານາທິບໍດີ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາ ໄດ້ສາບານຕົວເຂົ້າຮັບຕໍາແໜ່ງ ປະທານາທິບໍດີສະໄໝທີສອງ ຕໍ່ໜ້າມະຫາຊົນ ເມື່ອວັນຈັນ ທີ 21 ມັງກອນຜ່ານມານີ້ ໂດຍມີປະຊາຊົນຫຼາຍແສນຄົນພາກັນໄປ ເຕົ້າໂຮມກັນຢູ່ທີ່ສະໜາມຫຼວງ ໃນນະຄອນຫລວງວໍຊິງຕັນ ດີຊີ ເພື່ອຊົມພິທີສາບານຕົວດັ່ງກ່າວ ມືໂບກທຸງຊາດອະເມຣິກັນ ພ້ອມກັບຮ້ອງໂຮສະໜັບສະໜຸນປະທານາທິບໍດີ ຄົນທີ 44 ຂອງປະເທດ. Carolyn Presutti ຜູ້ສື່ຂ່າວວີໂອເອ ນໍາເອົາ ພາບແລະສຽງຂອງບັນຍາກາດ ໃນພິທີສາບານຕົວປະທານາ ທິບໍດີ ຄັ້ງທີ 57 ຂອງສະຫະລັດ ມາໃຫ້ຊົມ.