ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

18 ຄົນ ຕາຍ ຍ້ອນເຫດ​ລະ​ເບີດ​ ທີ່​ບໍ່​ຖ່ານ​ຫິນ ໃນຈີນ


ແຜນທີ່ຈີນ
ແຜນທີ່ຈີນ
ອົງການ​ຂ່າວ​ຂອງ​ທາງ​ການ​ຈີນເວົ້າ​ວ່າ ມີ 18 ຄົນ​ເສຍ​ຊີວິດ ​ແລະ​ອີກ​ຢ່າງ​ໜ້ອຍຫ້າ​ຄົນຍັງ​ຫາຍ​ສາບ​ສູນຫຼັງຈາກເກີດເຫດ​ລະ​ເບີດ​ທີ່​ບໍ່​ຖ່ານ​ຫິນ​ແຫ່ງນຶ່ງ.

ອົງການ​ຂ່າວ​ຊິນ​ຫົວ​ລາຍ​ງານ​ວ່າ ມີ​ພວກ​ຄົນ​ງານ​ 28 ຄົນ ທີ່​ທໍາ​ງານ​ຢູ່​ໃຕ້​ພື້ນ​ດິນ ​ເມື່ອ​ວັນ​ເສົາ​ວານ​ນີ້ ຢູ່​ບໍ່​ຖ່ານ​ຫິນ Xiangshi ທີ່​ລັດ​ເປັນ​ເຈົ້າຂອງ​ ​ໃນ​ແຂວງ Guizhou ທາງພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ ບ່ອນ​ທີ່​ເກີດ​ເຫດຖ່ານ​ຫິນ​ແລະແກັ​ສລະ​ເບີດ​ໃນ​ເວລາ​ປະມານ 11 ​ໂມງ​ເຊົ້າຕາມ​ເວລາທ້ອງ​ຖິ່ນ. ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ອີກ​ວ່າ ພວກ​ຄົນ​ງານ​ຫ້າ​ຄົນຂອງ​ຈໍານວນ ດັ່ງກ່າວ​ໄດ້​ຖືກ​ຊ່ວຍ​ອອກ​ມາໄດ້.

ພວກ​ຄົນ​ງານ​ຈໍານວນ​ເກືອບ 2,000 ຄົນ​ໄດ້​ເສຍ​ຊີວິດ​ໃນ​ອຸບັດ​ເຫດ​ບໍ່​ຖ່ານ ຫິນ​ເມື່ອ​ປີ​ຜ່ານມາ​ນີ້​ຢູ່​ໃນ​ຈີນ ບ່ອນ​ທີ່​ກົດ​ເກນ​ດ້ານ​ຄວາມ​ປອດ​ໄພ​ບໍ່​ໄດ້​ມາດ ຕະຖານ ທີ່​ເຮັດ​ໃຫ້​ບໍ່​ຖ່ານ​ຫິນຂອງ​ຈີນ ເປັນ​ບ່ອນ​ທີ່​ມີ​ອັນຕະລາຍ​ຮ້າຍ​ແຮງ ທີ່​ສຸດຂອງ​ໂລກ. ແຕ່​ຕາມ​ສະຖິຕິ​ຂອງທາງ​ການ​ຈີນ ພົບ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດແມ່ນ​ໄດ້​ລົດລົງ​ 19 ​ເປີ​ເຊັນ​ໃນ​ລະ​ຫວ່າງ​ປີ 2010 ​ແລະ​ປີ 2011 ນັ້ນ.
XS
SM
MD
LG