ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດິນເຈື່ອນລົງມາຖົມ ເດັກນ້ອຍ ນັກຮຽນປະຖົມ 18 ຄົນ ​ໃນ​ຈີນ


ບັນດາສື່ທາງການຂອງຈີນກ່າວວ່າ ໄດ້ເກີດເຫດແຜ່ນດິນເຈື່ອນ ລົງມາຖົມເດັກນ້ອຍນັກຮຽນປະຖົມ 18 ຄົນ ໃນຂົງເຂດພາກຕາ
ເວັນຕົກສຽງໃຕ້ ທີ່ຫາກໍຟື້ນໂຕຄືນມາຈາກຄວາມເສຍຫາຍ
ທີ່ໄດ້ຮັບຈາກແຜ່ນດິນໄຫວໃນຫວ່າງບໍ່ດົນມານີ້.

ອົງການຂ່າວຊິນຫົວກ່າວວ່າ ແຜ່ນດິນເຈື່ອນນີ້ໄດ້ທໍາລາຍໂຮງ
ຮຽນປະຖົມ Youfang ແລະຟາມລ້ຽງສັດ 2 ບ່ອນ ໃນໝູ່ບ້ານ
Zhenhe ໃນເຊົ້າວັນພະຫັດມື້ນີ້.

ຕາມປົກກະຕິແລ້ວ ພວກນັກຮຽນແມ່ນບໍ່ໄປໂຮງຮຽນໃນອາທິດນີ້
ເພາະວ່າຍັງຢູ່ໃນລະຫວ່າງຢຸດພັກນຶ່ງອາທິດ ສະຫຼອງບຸນໃບໄມ້
ຫລົ່ນປະຈໍາປີ ແຕ່ທາງການກ່າວວ່າ ພວກນັກຮຽນເຫລົ່ານັ້ນໄດ້
ໄປໂຮງຮຽນ ເພື່ອຮຽນທົດແທນຕອນໂຮງຮຽນຢຸດ ໃນຊ່ວງທີ່ເກີດ
ແຜ່ນດິນໄຫວເມື່ອເດືອນແລ້ວນີ້ ທີ່ໄດ້ເອົາຊີວິດ 81 ຄົນໄປນັ້ນ.

ໝູ່ບ້ານ Zhenhe ຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງແຂວງ Yunnan ເປັນເຂດພູຜາ
ທີ່ມັກເກີດແຜ່ນດິນໄຫວຢູ່ເລື້ອຍໆ. ແຜ່ນດິນໄຫວ ທີ່ມີຄວາມແຮງ 5.6 ຣິກເຕີ ໃນເດືອນ
ແລ້ວນັ້ນ ໄດ້ທໍາລາຍຫຼາຍໆໝູ່ບ້ານ ແລະສົ່ງຜົນໃຫ້ຜູ້ຄົນ ຫຼາຍກວ່າ 200,000 ຄົນ ບໍ່ມີ
ເຮືອນຢູ່ອາໄສ.

ຊິນຫົວກ່າວວ່າ ພວກນັກກູ້ໄພຍັງສຶບຕໍ່ຊອກຄົ້ນຫາພວກທີ່ອາດຍັງມີຊີວິດລອດມາໄດ້
ຈາກເຫດແຜ່ນດິນເຈື່ອນຄັ້ງນີ້ ແລະທາງການທ້ອງຖິ່ນກໍໄດ້ຍົກຍ້າຍປະຊາຊົນ ທີ່ອາໄສ
ຢູ່ແຖວນັ້ນ ໃຫ້ໄປຢູ່ໃນເຂດທີ່ປອດໄພແລ້ວ.
XS
SM
MD
LG