ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ
ການທີ່ບັງກລາແດັສຈໍາກັດຮັດແຄບການເຄື່ອນໄຫວຂອງ
ບັນດາອົງການຊ່ວຍເຫລືອນາໆຊາດນັ້ນ ມີສ່ວນເຮັດໃຫ້ການ
ຊ່ວຍເຫຼືອສຸກເສີນທາງດ້ານມະນຸດສະທໍາຕໍ່ຊາວມຸສລິມໂຣ
ຮິງຢາ ທີ່ໄດ້ຫຼົບໜີຈາກເຫດການຄວາມຮຸນແຮງທາງສາສະ
ໜາຢູ່ໃນມຽນມານັ້ນ ຊຸມໂຊມລົງຕື່ມ.
ໃນເດືອນແລ້ວ ບັງກລາແດັສໄດ້ສັ່ງໃຫ້ອົງການກຸສົນ 3 ກຸ່ມ
ເຊົາໃຫ້ການຊ່ວຍເຫລືອຕໍ່ຊາວໂຣຮິງຢາ ຍ້ອນບັງກລາແດັສ
ອ້າງວ່າ ອົງການກຸສົນເຫຼົ່ານີ້ ຊຸກຍູ້ໃຫ້ມີພວກອົບພະຍົບຂ້າມ ຊາຍແດນເຂົ້າໄປໃນບັງກລາແດັສເພີ້ມຂຶ້ນ.
ອົງການແພດບໍ່ມີພົມແດນ, ອົງການເຄື່ອນໄຫວຕ້ານຄວາມອຶດຫີວ
ແລະອົງການຊ່ວຍເຫລືອຊາວມຸສລິມ ໄດ້ສະໜອງນໍ້າ, ການດູແລສຸຂະພາບ, ສຸຂະອະນາໄມ ແລະການຊ່ວຍເຫລືອພື້ນຖານອື່ນໆ ແກ່ອົບພະຍົບຊາວໂຣຮິງຢາຢູ່ໃນ ເມືອງ Cox Bazaar ຂອງບັງກລາແດັສ.
ໃນຄໍາຖະແຫລງສະບັບນຶ່ງ ທີ່ນຳອອກເຜີຍແຜ່ອອກໃນວັນພະຫັດມື້ນີ້ ກຸ່ມປົກປ້ອງສິດທິ ມະນຸດ Human Rights Watch ໄດ້ກ່າວຫາບັງກລາແດັສວ່າ ພະຍາຍາມສະພາບການ ໃຫ້ພວກອົບພະຍົບຊາວໂຣຮິງຢາປະມານ 2 ແສນ ຄົນຢູ່ໃນປະເທດນັ້ນ “ມີຄວາມຢ້ານ ກົວ ເພື່ອຢາກເຮັດໃຫ້ພວກທີ່ຫລົບໜີການ ລະເມີດສິດທິມະນຸດຢູ່ໃນມຽນມາ ຊຶ່ງເປັນປະເທດ ເພື່ອນບ້ານນັ້ນບໍ່ຢາກໜີຈາກ ບ້ານເຮືອນຂອງຕົນເຂົ້າໄປໃນບັງກລາແດັສ.”