ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະເນລະເທດ ພວກນັກເຄື່ອນໄຫວ ຈີນ


ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານຍີ່ປຸ່ນ ຂະນະທີ່ພວກເຂົາເຈົ້າຊູປ້າຍເປັນພາສາຈີນວ່າ "ຍີ່ປຸ່ນອອກໄປຈາກໝູ່ເກາະ Dioyu.
ພວກປະທ້ວງຮ້ອງຄຳຂວັນຕໍ່ຕ້ານຍີ່ປຸ່ນ ຂະນະທີ່ພວກເຂົາເຈົ້າຊູປ້າຍເປັນພາສາຈີນວ່າ "ຍີ່ປຸ່ນອອກໄປຈາກໝູ່ເກາະ Dioyu.
ຍີ່ປຸ່ນໄດ້ຕັດສິນໃຈເນລະເທດພວກນັກເຄື່ອນໄຫວຈີນ 14 ຄົນ ທີ່ໄດ້ຖືກຈັບຫຼັງຈາກຂຶ້ນໄປ ເກາະທີ່ອ້າງກຳມະສິດໂດຍທັງໂຕ
ກຽວແລະປັກກິ່ງ.

ພວກນັກເຄື່ອນໄຫວເຫຼົ່ານີ້ໄດ້ຂຶ້ນໄປທີ່ເກາະໃນເຂດທະເລຈີນ
ຕາເວັນອອກໃນມື້ວັນພຸດຜ່ານມາ ໂດຍນຳເອົາທຸງຊາດຈີນໄປ ປັກໄວ້ແລະພາກັນຮ້ອງເພງຊາດ ກ່ອນທີ່ພວກເຂົາເຈົ້າຖືກຈັບ
ແລະກ່າວຫາວ່າ ລະເມີດກົດໝາຍ ຄົນເຂົ້າເມືອງຂອງຍີ່ປຸ່ນ.

ຕຳຫຼວດກ່າວໃນວັນສຸກມື້ນີ້ວ່າ ໝົດທັງ 14 ຄົນໄດ້ຖືກຍ້າຍໄປ ຍັງໜ່ວຍດຳເນີນການດ້ານຄົນເຂົ້າເມືອງ.

ຫົວໜ້າກອງເລຂາປະຈຳຄະນະລັດຖະບານຍີ່ປຸ່ນກ່າວຕໍ່ພວກ
ນັກຂ່າວທີ່ກຸງໂຕກຽວ ໃນວັນສຸກມື້ນີ້ວ່າ ທ່ານຍັງບໍ່ຮູ້ເທື່ອວ່າ ການເນລະເທດຈະມີຂຶ້ນ
ໃນເວລາໃດ.

ປັກກິ່ງໄດ້ທວງໃຫ້ປ່ອຍພວກນັກເຄື່ອນໄຫວເຫຼົ່ານີ້ ໂດຍບໍ່ມີເງື່ອນໄຂໃດໆທັງສິ້ນ. ໝູ່
ເກາະທີ່ບໍ່ມີຄົນອາໄສຢູ່ ທີ່ຮູ້ກັນໃນພາສາຍີ່ປຸ່ນວ່າ Senkaku ແລະ Diaoyo ໃນພາສາ
ຈີນນັ້ນ ເປັນເຂດທີ່ມີການຜິດຂ້ອງຕ້ອງຖຽງກັນຢູ່ເລື້ອຍໆລະຫວ່າງໂຕກຽວ ແລະປັກກິ່ງ.

ໝູ່ເກາະດັ່ງກ່າວນີ້ ຕັ້ງຢູ່ໃນພື້ນທີ່ໆອຸດົມສົມບູນ ໄປດ້ວຍແກັສທຳມະຊາດ ແລະຫ້ອມ ລ້ອມດ້ວຍທະເລທີ່ມີປາຫຼາຍ.
XS
SM
MD
LG