ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດຄວາມວຸ້ນວາຍ ທີ່ເມືອງ Amiens ພາກເໜືອຂອງຝຣັ່ງ


ລົດ ທີ່ຖືກຈູດເຜົາທທີເມືອງ Amiens ປະເທດຝຣັ່ງ
ລົດ ທີ່ຖືກຈູດເຜົາທທີເມືອງ Amiens ປະເທດຝຣັ່ງ
ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ຫລາຍ​ກວ່າ 200 ຄົນ​ກໍາລັງ​ລາດຕະ​ເວນ ທີ່​ເມືອງ Amiens ​ໃນພາກ​ເໜືອ​ຂອງ​ຝຣັ່ງ ​ໃນ​ຄວາມພະຍາ​ຍາມເພື່ອຮັກສາ​ຄວາມ​ສະ​ຫງົບ ຫລັງ​ຈາກໄດ້​ເກີດ​ຄວາມ​ວຸ້ນວາຍ​ຂື້ນ ​ໃນ​ຕົ້ນ​ອາທິດ​ນີ້.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ພວກ​ກໍ່​ຄວາມ​ວຸ້ນວາຍ ​ໄດ້​ຈູດ​ເຜົາ​ລົດຫລາຍ​ຄັນ ​ແລະ​ຕຶກ
ອາຄານຕ່າງໆ ຮວມທັງ​ ໂຮງຮຽນ​ນຶ່ງ​ຫລັງ ​ແລະ​ສູ​ນກາງ​ເຍົາວະ​ຊົນ ​ແຫ່ງ​ນຶ່ງ​ ທີ່ຢູ່​ໃນ​ເຂດ​
ທີ່​ມີ​ບັນຫາ​ຂອງ​ເມືອງດັ່ງກ່າວ. ​ເຈົ້າ​ໜ້າ​ທີ່​ຕໍາຫລວດ 16 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ປະກົດ​ວ່າຄວາມ​ຮຸນ​ແຮງນີ້ ໄດ້ເກີດ​ຂື້ນໃນ​ວັນ​ອາທິດ​ແລ້ວ ຢູ່​ບ່ອນ​ສົ່ງສະການ ​ໜຸ່ມນ້ອຍ​ຄົນ​ນຶ່ງ ທີ່​ຕາຍ​ຍ້ອນ​ອຸປະຕິ​ເຫດ​ລົດ​ຕໍາ​ກັນ. ບັນດາ​ຜູ້​ເຂົ້າ​ຮ່ວມໃນພິທີ​ສົ່ງສະການ ກ່າວ​ວ່າ​ ​ເຂົາ​ເຈົ້າບໍ່ພໍ​ໃຈ ​ໃນ​ການກວດ​ຖາມ​ຫາ​ບັດປະຈໍາ​ຕົວ ຂອງເຈົ້າ​ໜ້າ​ທີ່​ຕໍາຫລວດ.

ຢູ່​ໃນ​ຄຸ້ມ​ດັ່ງກ່າວຂອງ​ເມືອງ​ Amiens ອັດຕາການ​ຫວ່າງ​ງານ​ຂອງ​ພວກຊາ​ວໜຸ່ມ​ແມ່ນ​ສູງ ເຖິງ 60​ ​ເປີ​ເຊັນ ​ແລະ​ຄວາມ​ເຄັ່ງຕຶງ ລ​ະຫວ່າງພວກຊາວບ້ານ​ ແລະ​ເຈົ້າໜ້າ​ທີ່​ຕໍາຫລວດ​ຢູ່​ທີ່ນັ້ນກໍສູງຢູ່​ຕະຫລອດ​ມາ.
XS
SM
MD
LG