ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ແຕ່ງຕັ້ງ ຜູ້ບັນຊາການ ກອງທັບເຮືອ ເປັນຮອງປະທານາທິບໍດີ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ຜູ້​ບັນຊາ​ການ​ກອງທັບ​ເຮືອ​ມຽນມາ ທີ່​ມີ​ຊື່​ສຽງ​ວ່າ ເປັນຜູ້ນິຍົມການ​ເມືອງ​ແນວທາງ​ປານກາງ ​ໄດ້​ສາບານ​ຕົວເຂົ້າຮັບ​ຕໍາ​ແໜ່​ງ​ເປັນຮອງປະທານາທິບໍດີອີກ​ຄົນ​ນຶ່ງຂອງ​ມຽນມາ ​ໃນ​ການ​ເຄຶ່ອນ​ໄຫວ​ທີ່​ມອງ​ກັນ​ວ່າ ​ເປັນ​ການ​ມອບ​ອໍານາດ​ໃຫ້​ແກ່​ພວກປະຕິ​ຮູບຫຼາຍຂຶ້ນ​ໃນ​ວົງ​ການ​ລັດຖະບານ​ທີ່ ​ຄອບ​ງໍາ​ໂດຍ​ຝ່າຍ​ທະຫານ​ນັ້ນ.

ພົນ​ເຮືອ​ເອກ Nyan Tun ​ໄດ້​ເຂົ້າມາ​ຮັບ​ຕໍາ​ແໜ່​ງ​ແທນ ​ຜູ້​ທີ່​ນິຍົມ​ແນວ ທາງ​ແຂງ​ກະດ້າງຄົນ​ນຶ່ງ​ຂອງ​ລັດຖະບານ ທີ່​ໄດ້​ລາ​ອອກ​ເມື່ອ​ເດືອນ​ຜ່າ​ນ ມາ​ນີ້ ທີ່​ໄດ້​ພາ​ໃຫ້​ເກີດມີຂ່າວ​ລືກ່ຽວ​ກັບການຍາດ​ແຍ່ງ​ອໍານາດ​ກັນ. ຄື​ທ່ານ Tin Aung Myint Oo ​ໄດ້​ລາ​ອອກ​ຢ່າງ​ເປັນ​ທາງ​ການ​ໂດຍ​ອ້າງ​ວ່າ​ຍ້ອນ​ສຸຂະພາບບໍ່​ດີ ​ຊຶ່ງ​ຫຼາຍຄົນ​ເວົ້າວ່າ​ເປັນ​ຍ້ອນ​ຜູ້ກ່ຽວ​ບໍ່​ເຫັນ​ພ້ອມ​ກັບ​ການ​ປະຕິ​ ຮູບເສດຖະກິດ​ແລະ​ການ​ເມືອງ​ເມື່ອ​ບໍ່​ດົນ​ມາ​ນີ້​ ຂອງມຽນມານັ້ນ ຫຼາຍກວ່າ.

ພົນ​ເຮືອ​ເອກ Nyan Tun ​ເຂົ້າຮັບ​ໜ້າ​ທີ່ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຕຳ ​ແໜ່​ງທາງ​ພິທີການ​ເທົ່າ​ນັ້ນ ຫຼັງຈາກ​ຖືກ​ສະ​ເໜີ​ຊື່​ໂດຍ​ສະມາຊິກ​ສະພາ​ຝ່າຍ​ທະຫານ​ຂອງ​ມຽນມາ ຊຶ່ງ​ປະກອບ​ໃນ​ສັດສ່ວນນຶ່ງ​ສ່ວນ​ສີ່​ຂອງ​ທີ່​ນັ່ງ​ທັງ​ໝົດ​ໃນ​ສະພາ ​ແລະ​ມີ​ສິດ​ທີ່​ຈະ​ເລືອກ​ເອົາ​ນຶ່ງ ​ໃນ​ສອງ​ຕໍາ​ແໜ່​ງຮອງ​ປະທານາທິບໍດີ. ຜູ້​ສະ​ໜັກ​ເຂົ້າ​ຮັບ​ຕໍາ​ແໜ່​ງຄົນ​ທໍາ​ອິດຂອງ​ກອງທັບ ຄື​ທ່ານ Myint Swe ອະດີດ​ຫົວໜ້າໜ່ວຍ​ສືບ​ລັບ​ທະຫານນັ້ນ ບໍ່ໄດ້​ຮັບ​ການ​ອະນຸມັດ.

ນັບ​ຕັ້ງ​ແຕ່​ເຂົ້າມາ​ບໍລິຫານ​ປະ​ເທດ​ເມື່ອ​ປີຜ່ານມາ​ນີ້ ທ່ານ ທຽນ ​ເຊ​ນ ປະທານາທິບໍດີ ມຽນມາ ​ໄດ້​ປ່ອຍ​ນັກ​ໂທດ​ການ​ເມືອງຫຼາຍຮ້ອຍ​ຄົນ​ອອກ​ຈາກ​ຄຸກ ​ໂຍະຍານ​ຂໍ້​ຈໍາກັດ​ຮັດ​ແຄບ​ດ້ານການ​ຂ່າວ ​ແລະພ້ອມ​ກັບອະນຸຍາດ​ໃຫ້ ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ໄດ້​ຢ່າງ​ສໍາ​ເ​ລັດ​ຜົນ.

XS
SM
MD
LG