ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

45 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ອັຟການີສຖານ


ການ​ໂຈມ​ຕີສະຫຼະຊີບ ​ແລະ​ເຫດລະ​ເບີດ​ທີ່​ບັງຄັບ​ຈາກໄລຍະ​ໄກ ​ໄດ້ສັງ ຫານ​ຢ່າງ​ໜ້ອຍ 45 ຄົນ​ໃນ​ອັຟກາ​ນີສຖານ.

​ເຈົ້າໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ 36 ຄົນ​ເສຍ​ຊີວິດ ​ໃນ​ການ​ໂຈມ​ຕີ​ດ້ວຍ ລະ​ເບີດ​ສະຫຼະຊີບ​ ທີ່​ມີ​ການ​ປະສານ​ງານ​ກັນ ເມື່ອ​ວັນ​ອັງຄານວານ​ນີ້ ທີ່​ເມືອງ Zaranj ຊຶ່ງ​ຕາມປົກກະຕິ​ແລ້ວເປັນ​ເມືອງ​ທີ່​ສະຫງົບ​ສຸກ ​ພ້ອມ​ທັງເປັນເມືອງຫຼວງຂອງ​ແຂວງ Nimroz ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ອັຟກາ​ນີສຖານ.

ນອກ​ນັ້ນຍັງມີ​ຜູ້​ບາດ​ເຈັບ​ອີກຫຼາຍກວ່າ 70 ຄົນ​ໃນ​ເຫດ​ຮ້າຍ​ຄັ້ງ​ນີ້. ​ເຈົ້າ ໜ້າ​ທີ່​ກ່າວ​ວ່າ ຈໍານວນ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ສ່ວນ​ໃຫຍ່​ ແມ່ນ​ພົນລະ​ເຮືອນ. ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກໍ​ຢູ່​ໃນ​ຈໍານວນ​ຜູ້​ເສຍ​ຊີວິດ​ເຊັ່ນ​ ກັນ.

ຕໍາຫຼວດກ່າວ​ວ່າ ມື​ລະ​ເບີດ​ສະຫຼະຊີ​ບຢ່າງ​ໜ້ອຍສາມ​ຄົນ ​ໄດ້​ທໍາການ​ໂຈມ ຕີ​ຫຼາຍບັ້ນໃນ​ເຂດ​ຕ່າງໆຂອງ​ເມືອງ Zaranj ​ໂຮ​ມທັງຕະຫຼາດ​ທີ່​ມີ​ຄົນຫຼາຍແຫ່ງ​ນຶ່ງ. ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຄຸມ​ໂຕພວກ​ໂຈມ​ຕີ​ອື່ນ​ໆອີກ​ສາມຄົນ ​ແລະ​ກໍ​ໄດ້​ຍິງ​ສັງຫານ​ຜູ້​ໂຈມ​ຕີ​ອີກ​ຫ້າ​ຄົນ​ກ່ອນ​ພວກ​ເຂົາ​ເຈົ້າຈະ​ບີບ​ ຂະ ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ.

​ໃນ​ການ​ໂຈມ​ຕີ​ອີກ​ບັ້ນ​ນຶ່ງ​ຕ່າງຫາກ​ນັ້ນ ຕໍາຫຼວດກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ທີ່ ມັດ​ຕິດ​ກັບ​ລົດຈັກ​ ​ໄດ້ແຕກ​ຂຶ້ນ​ໃນ​ແຂວງ Kunduz ທາງ​ພາກເໜືອ​ຂອງ​ອັຟກາ​ນີສຖານ ທີ່​ໄດ້​ສັງຫານ​ຢ່າ​ງໜ້ອຍ​ເກົ້າຄົນ ​ແລະ​ບາດ​ເຈັບອີກຫຼາຍ ກວ່າ 25 ຄົນ ​ໃນ​ເຫດລະ​ເບີດ​ຢູ່ໃກ້​ຍ່ານ​ການ​ຄ້າ​ທີ່​ແອ​ອັດ​ດ້ວຍ​ຝຸງ​ຊົນ​ນັ້ນ.

ການ​ໂຈມ​ຕີໃນ​ວັນ​ອັງຄານ​ວານ​ນີ້ ນັບ​ວ່າ​ຮ້າຍ​ແຮງ​ທີ່​ສຸດບັ້ນ​ນຶ່ງ​ ​ໃນ​ແຂວງ Nimroz ​ໃນ​ປີ​ນີ້.

​ແຂວງ Nimroz ຕັ້ງ​ຢູ່ຕິດ​ຊາຍ​ແດນອິຣ່ານ​ແລະ​ປາ​ກີ​ສຖານ ​ແລະໂດຍ ປົກກະ​ແລ້ວ​ຈະ​ເປັນ​ເມືອງ​ທີ່​ສະຫງົບ​ສຸກ ​ເຖິງ​ແມ່ນ​ວ່າ​ມີ​ເຫດການຮຸນ​ແຮງ​ເພີ່ມ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ກໍ​ຕາມ. ​ເມື່ອ​ວັນເສົາ​ຜ່ານ​ມາ ຕໍາຫຼວດອັຟກາ​ນີສ ຖານ​ຄົນ​ນຶ່ງ​ໄດ້​ສັງຫານ​ເພື່ອນ​ຮ່ວມ​ງານ 11 ຄົນ ​ໃນ​ເຂດ​ເມືອງ Dilaram ຂອງ​ແຂວງ Nimroz.

XS
SM
MD
LG