ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຢູເຄຣນ ເລື່ອນເວລາ ດຳເນີນຄະດີ ອະດີດນາຍົກ Tymoshenko


ສານ​ຢູ​ເຄຣນ ​ໄດ້ເລື່ອນ​ເວລາ​ອີກຄັ້ງ​ນຶ່ງ​ໃນ​ການດຳເນີນ​ຄະດີ
​ກ່ຽວກັບ​ການ​ບໍ່ເສຍພາສີ ແລະ​ການ​ສໍ້​ໂກງ​ເງິນ ຂອງ​ອະດີດ
​ນາຍົກລັດຖະມົນ​ຕີ Yulia Tymoshenko.

ໃນ​ວັນ​ອັງຄານ​ວານ​ນີ້ ຜູ້​ພິພາກສາ​ຄົນ​ນຶ່ງ ໄດ້ກຳນົດ​ວັນຂື້ນ​ສານໃໝ່​ອີກ ​ໃສ່ວັນ​ທີ 11 ​ເດືອນ​ກັນຍາ ຫລັງ​ຈາກຜູ້​ນໍາ​ຝ່າຍ​ຄ້ານ​ອາຍຸ 51 ປີ ໄດ້​ອ້າງ​ວ່າ ທ່ານນາງ​ມີ​ບັນຫາ​ສຸຂະພາບ ​ແລ​ະປະຕິ​ເສດ ບໍ່​ຍອມ​ໄປປາກົດ​ໂຕ​ຢູ່ສານ ທີ່ເມືອງ Kharkiv ​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ການ​ດຳ​ເນີນ​ຄະດີທ່ານ​ນາງ Tymoshenko ​ໄດ້​ມີ​ການ​ຊັກ​ຊ້າ​ສອງ​ສາມ​ຄັ້ງ​ມາ​ແລ້ວ ​ເນື່ອງ​ຈາກ​ການ​ປິ່ນປົວ​ບັນ​ຫາ​ການ​ເຈັບຫລັງທີ່ເຮື້ອ​ຮັງ​ຂອງ​ທ່ານ​ນາງ.

ຕຸ​ລາກ​ານຂອງ​ລັດຖະບານ ທ່ານ​ນາງ Maryna Kapynis ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ການ​ດຳ​ເນີນ​ຄະດີຈະ​ເລີ້ມ​ບໍ່​ໄດ້ ​ໂດຍ​ປາສຈາກ​ຈຳ​ເລີຍ.

ທ່ານ​ນາງ​ເວົ້າວ່າ “ກົດໝາຍ​ໄດ້​ບົ່ງ​ວ່າ ການ​ດຳ​ເນີນ​ຄະດີ​ຜູ້​ກະທໍາ​ຜິດ ​ໃນ​ຄະດີ ອາຍາ ມີ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ ມີການ​ໄປ​ປະກົດ​ໂຕ​ຂອງ​ຈຳ​ເລີຍ​ທໍ່​ນັ້ນ”

ທ່ານ​ນາງ Tymoshenko ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາຕ່າງໆນັບ​ຕັ້ງ​ແຕ່ຊຸມ​ປີ 1990. ທ່ານ​ນາງ​ກ່າວ​ວ່າ ​ຂໍ້​ຫາ​ເຫຼົ່ານີ້​ແມ່ນ​ທໍ່​ກັບ​ເປັນ​ການ​ແກ້​ແຄ້ນ​ສ່ວນ​ຕົວ ​ຕໍ່ທ່ານ​ນາງ ​ໂດຍປະທາ
ນາທິບໍດີ Viktor Yanukovych ທີ່​ໄດ້​ຊະນະທ່ານ​ນາງ​ຢ່າງ​ຫວຸດ​ຫວິດໃນ​ການ​ເລືອກຕັ້ງ​ປີ 2010.

ທ່ານ​ນາງ​ໄດ້​ຮັບໃຊ້​ໂທດ​ໃນ​ການ​ຖືກຕັດສິນຈຳ​ຄຸກ​ເປັນ​ເວລາ 7 ປີມາແລ້ວ ​ໃນການ​ໃຊ້​ຕຳ​ແໜ່​ງ​ໄປ​ໃນ​ທາງ​ຜິດ ທີ່​ພົວພັນ​ກັບ​ການ​ເຮັດ​ຂໍ້​ຕົກລົງ​ກັບຣັດ​ເຊຍ​ໃນ​ປີ 2009 ຂະນະ​ທີ່​ທ່ານ​ນາງ​ເປັນ ນາຍົກລັດຖະມົນຕີຢູ່ນັ້ນ.

XS
SM
MD
LG