ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະຫະລັດ ຊ້ອມລົບທາງອາກາດ ກັບປະເທດພາຄີ ເອເຊຍປາຊີຟິກ


ພົນເອກ ທະນະສັກ ພະຕິມະພຣະກອນ (ຊ້າຍ) ຫົວໜ້າກອງບັນຊາການປ້ອງກັນປະເທດໄທ ຍ່າງຄຽງຂ້າງ ນາຍພົນຈັດຕະວາ Achmad Faridz ຫົວໜ້າກອງນາວິກກະໂຍທິນ ຂອງອິນໂດເນເຊຍ ໃນຕອນທີ່ທ່ານໄປ ຢ້ຽມຢາມກອງບັນຊາການ ຂອງກອງທັບເຮືອອິນໂດເນເຊຍ ຢູ່ກຸງ Jakarta ເມື່ອວັນທີ 18 ກໍລະກົດ, 2012.
ພົນເອກ ທະນະສັກ ພະຕິມະພຣະກອນ (ຊ້າຍ) ຫົວໜ້າກອງບັນຊາການປ້ອງກັນປະເທດໄທ ຍ່າງຄຽງຂ້າງ ນາຍພົນຈັດຕະວາ Achmad Faridz ຫົວໜ້າກອງນາວິກກະໂຍທິນ ຂອງອິນໂດເນເຊຍ ໃນຕອນທີ່ທ່ານໄປ ຢ້ຽມຢາມກອງບັນຊາການ ຂອງກອງທັບເຮືອອິນໂດເນເຊຍ ຢູ່ກຸງ Jakarta ເມື່ອວັນທີ 18 ກໍລະກົດ, 2012.

ເຮືອບິນຈາກອອສເຕຣເລຍ ຈາກສະຫະລັດ ແລະອິນໂດເນເຊຍ ຈະເລີ່ມທໍາການຊ້ອມລົບກັນ ເປັນເວລາສາມອາທິດ ເລີ່ມຕົ້ນໃນວັນສຸກມື້ນີ້ ທີ 27 ກໍລະກົດ ຢູ່ໃນລັດ Northern Territory ຫລື ລັດດິນແດນພາກເໜືອ ຂອງອອສເຕຣເລຍ. ການຊ້ອມລົບທາງອາກາດຄັ້ງນີ້ ແມ່ນຈະ ເປັນການຊ້ອມລົບທີ່ໃຫຍ່ ແລະ ສະລັບຊັບຊ້ອນທີ່ສຸດ ທີ່ຈັດຂຶ້ນຢູ່ໃນທະວີບນີ້. ຜູ້ສື່ຂ່າວວີໂອ ເອ Phil Mercer ລາຍງານກ່ຽວກັບເລຶ່ອງນີ້ຈາກນະຄອນຊິດນີ ປະເທດອອສເຕຣເລຍ ຊຶ່ງ ວັນນະສອນຈະນໍາເອົາລາຍລະອຽດ ມາສະເໜີທ່ານ.

ເຮືອບິນ​ລົບ​ຂອງອອສ​ເຕຣ​ເລຍ ສະຫະລັດ ​ແລະ​ອິນ​ໂດ​ເນ​ເຊຍ ​ໄດ້​ເຂົ້າ​ຮ່ວມກັບ​ເຮືອບິນ​
ອື່ນໆ​ຈາກ​ ສິງ​ຄະ​ໂປ ​ໄທ ​ແລະ​ນີວຊີແລນ​ດ໌ ​ໃນການ​ຊ້ອມລົບ ຢູ່​ເໜືອລັດ​ດິນ​ແດນພາກ
​ເໜືອ​ ຫລື Northern Territory ຂອງ​ອອສ​ເຕຣ​ເລຍ ​ໃນ​ນີ້.

ຈາ​ກາ​ຕ້າ​ແມ່ນໄດ້​ສົ່ງ​ເຮືອບິນ​ລົບ​ໄອ​ພົ່ນ Sukhoi ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຕົນ ​ໄປ​ຮ່ວມ
​ຊ້ອມ​ລົບໃນ​ຄັ້ງ​ນີ້​ນໍາ ຊຶ່ງ​ບັນດາ​ນັກວິ​ເຄາະ​ກ່າວ​ວ່າການ​ເຄຶ່ອນໄຫວ ​ດັ່ງກ່າວ​ນີ້ ​ເປັນ​ການ
​ໄຂ​ສັກກະຫລາດໃໝ່​ ຂອງການ​ຮ່ວມ​ມື​ກັນ​ລະຫວ່າງ​ສອງປະ​ເທດ​ເພື່ອນ​ບ້ານ ​ໃນ​ຂົງ​ເຂດ
​ເອ​ເຊຍ-ປາຊິຟິກນັ້ນ.

Roy Medcalf ​ເປັນຜູ້​ອໍານວຍ​ການ ໂຄງການ​ຄວາມ​ໝັ້ນຄົງ​ນານາ​ຊາດ ປະ​ຈໍາສະ​ຖາ​ບັນ
Lowy ຊຶ່ງ​ເປັນ​ກຸ່ມຄົ້ນ​ຄ້ວາທີ່​ມີ​ສໍານັກງານຢູ່​ນະຄອນ​ຊິດ​ນີ ປະ​ເທດ​ອອສ​ເຕຣ​ເລຍ.

ທ່ານ ​ເມັດ​ແຄ​ຟ ກ່າວ​ວ່າ: ​ແຕ່​ໃດໆ​ມາ​ແລ້ວ ນີ້ແມ່ນການ​ຊ້ອມ​ລົບ​ທີ່​ພົວ ພັນ​ກັບບັນດາ
ປະ​ເທດ​ ທີ່​ມີ​ຄວາມ​ສໍາພັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ທີ່ໃກ້ຊິດ​ກັບອອສ​ເຕຣ​ເລຍ
. ສະ​ນັ້ນ
ຈຶ່ງນັບ​ວ່າ​ເປັນຄວາມ​ໄວ້​ວາງ​ໃຈ​ກັນໃນ​ລະດັບ ສູງ​ພໍ​ສົມຄວນເວລາເຮົາ​ນໍາ​ເອົາ​ເຮືອບິ​ນລົບ​
ທີ່​ວ່າ​ດີ​ທີ່​ສຸດ​ຂອງ​ເຮົາ ເຂົ້າມາ​ຮ່ວມ​ທໍາ​ງານຢ່າງໃກ້ຊິດ​
ກັບ​ອີກ​ປະ​ເທດ​ນຶ່ງ. ດັ່ງ​ນັ້ນ ການ​
ທີ່​ອິນ​ໂດ​ເນ​ເຊຍ ​ເຕັມ​ໃຈ​ນໍາ​ເອົາ​ເຮືອບິນ​ລົບ​ຂອງ​ຕົນ​
ມາ​ຍັງ​ອອສ​ເຕຣ​ເລຍ​ເພື່ອ​ຮ່ວມ​ຊ້ອມ​
ລົບ​ກັນ​ຄັ້ງ​ນີ້ ຈຶ່ງເປັນ​ສັນຍານ​ເຖິງ​ຄວາມ​ໄວ້​ວາງ​ໃຈ​ກັນ​ທີ່​ດີ​ຂຶ້ນຫຼາຍ ​ໃນເລື່ອງຄວາມ​ສໍາ
ພັນ​ດ້ານປ້ອງ​ກັນ​ປະ​ເທດ​ນັ້ນ
.”

ສາຍ​ສໍາພັນ​ທາງກອງທັບຂອງອອສ​ເຕຣ​ເລຍ ກັບອິນ​ໂດ​ເນ​ເຊຍນັ້ນ ​ແມ່ນ​ຢູ່​ໃນ​ສະພາບເຄັ່ງ
​ຕຶງ ​ໃນໄລຍະ​ຫຼາຍ​ສິບ​ປີ​ບໍ່​ດົນ​ຜ່ານ​ມາ​ນີ້. ຄວາມສໍາພັນດັ່ງ ກ່າວ ​ໄດ້​ຮັບ​ການ​ທົດ​ສອບ​ຢ່າງ
​ໜັກ​ໃນ​ປີ 1999 ​ເວລາ​ທະຫານ​ອອສ​ເຕຣ​ເລຍ ຖືກ​ສົ່ງໄປ​ຍັງປະ​ເທດ ຕີ​ມໍ ຕາ​ເວັນ​ອອກ ຫຼື
Timor Leste ​ເພື່ອ​ປາບ​ປາມການ​ກໍ່ຮຸນ​ແຮງຂອງ​ກຸ່ມ​ທະຫານ​ບ້ານ ​ທີ່​ຄັດຄ້ານການ​ແບ່ງ​
ແຍກ​ດິນ​ແດນ​ ອອກ​ຈາກ​ອິນ​ໂດ​ເນ​ເຊຍນັ້ນ.

​ໃນ​ບໍ່ເທົ່າ​ໃດ​ປີຜ່ານມາ​ນີ້ ຄວາມ​ສໍາພັນໄດ້ດີ​ຂຶ້ນ ສ່ວນ​ໃຫຍ່​ແມ່ນ​ເປັນ​ຍ້ອນ ການ​ຮັບ​ມື​ກັບ​
ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ​ໂຮມ​ທັງ​ເຫດການ​ວາງລະ​ເບີດສອງ​ບັ້ນພ້ອມ​ກັນ ທີ່ໄດ້​
ສັງຫານ 202 ຄົນ ທີ່​ເກາະ​ຕາກ​ອາກາດບາ​ຫຼີ ​ເມື່ອ​ປີ 2002 ​ແລະ​ໄພພິບັດ​ທໍາ​ມະ​ຊາດ​ຕ່າງໆ​
ໃນ​ອິນ​ໂດ​ເນ​ເຊຍ.

ທ່ານ ເມັດ​ແຄ​ຟ ກ່າວ​ອີ​ກວ່າ ການ​ເຂົ້າພົວພັນໃນ​ການ​ຊ້ອມ​ລົບ​ກັບກໍາລັງ​ທະຫານ​ອອສ​ເຕຣ
​ເລຍ ​ແລະ​ສະຫະລັດ​ໃນ​ຄັ້ງ​ນີ້ ​ແມ່ນເປັນ​ການໃຫ້​ກໍາລັງໃຈ​ເພີ່ມ​ຂຶ້ນ​ແກ່ສະຫະລັດ ວ່າ ອິນ​ໂດ
​ເນ​ເຊຍຈະ​ບໍ່​ຄັດຄ້ານ​ຕໍ່​ແຜນການຂອງ​ຕົນ ທີ່​ຈະ​ເຂົ້າໄປພົວພັນ​ທາງ​ທະຫານ​ຫລາຍ​ກວ່າ​ເກົ່າ​
ໃນ​ຂົງ​ເຂດ​ເອ​ເຊຍ​ນັ້ນ

ທ່ານ ​ເມັດ ​ແຄ​ຟ ກ່າວ​ວ່າ: “ມີ​ປະຊາຊົນ​ຢູ່​ໃນ​ອາ​ເມຣິກາ ​ທີ່​ຢາກ​ເຫັນ​ອິນໂດ​ເນ​ເຊຍ ​ໃນ​ລັກ
ສະນະ​ເປັນປະ​ເທດ​ອິນ​ເດຍ​ໃໝ່. ນັ້ນ​ຄື ​ເປັນພາຄີ​ຍຸດ​ທະ​ສາດ ທີ່​ມີ​ຖານະຍັງ​ບໍ່​ເຖິງ​ຂັ້ນ​ເປັນ
​ພັນທະ​ມິດ ​ແຕ່​ກໍ​ເຫັນ​ພ້ອມ​ນໍາຢ່າງ ກວ້າງຂວາງ ກັບ​ການມີໜ້າຂອງ​ກອງທັບ​ສະຫະ​ລັດ​ຢູ່
​ໃນ​ຂົງ​ເຂດ​ເອ​ເຊຍ ​ເປັນປະ​ເທດທີ່​ມີ​ມຸມ​ມອງ​ດ້ານ​ປະຊາ​ທິປະ​ໄຕ​ສູງ ປະ​ເທດ​ທີ່​ສະໜັບສະໜຸນ
ລະບົບ​ການຄ້າ​ເສລີ ​ແລະ​ການ​ສື່ສານ​ທາງ​ທະ​ເລ ​ພິທັກ​ປົກ​ປ້ອງ​ເສລີພາບ​ໃນ​ການເດີນ​ເຮືອ​
ທີ່​ຊາວ​ອາ​ເມຣິກັນ​ຕ້ອງ​ຫຼາຍ​ທີ່​ສຸດ​ນັ້ນ. ດັ່ງ​ນັ້ນ ຂ້າພະ​ເຈົ້າ ຄິດ​ວ່າ ອາ​ເມຣິກາຢາກ​ຈະ​ເຫັນ
ອິນໂດ​ເນ​ເຊຍ​ ເປັນ​ພາກສ່ວນນຶ່ງ​ຂອງ​ຍຸດທະສາດ​ແຫ່ງ​ພາກ​ພື້ນ​ເອ​ເຊຍ​ຂອງ​ພວກ​ເຂົາ​ເຈົ້າ
ນັ້ນ​ນໍາ.”

ການ​ຊ້ອມ​ລົບ​ທີ່​ໃຫ້​ຊື່ວ່າ Pitch Black ນີ້ ຈະ​ເລີ່​ມຈາກ​ວັນ​ທີ 27 ກໍ​ລະ​ກົດນີ້ ​ໄປ​ຈົນ​ເຖິງ
​ວັນ​ທີ່ 17 ​ເດືອນ​ສິງຫາ. ການ​ຊ້ອມ​ລົບແບບ​ມີ​ຫຼາຍຝ່າຍດັ່ງກ່າວ​ນີ້ ມີ​ຂຶ້ນທຸກໆ​ສອງ​ປີ ​
ຕະຫລອດ​ໄລ​ຍະ​ຊາວ​ປີຜ່ານມາ​ ​ແຕ່​ການ​ຊ້ອມ​ລົບ​ປະ​ຈໍາປີ​ນີ້ ​ແມ່ນຈະ​ຍິ່ງ​ໃຫຍ່​ກວ່າ​ຄັ້ງ​
ໃດໆ​ຜ່ານ​ມາ.

ໂຄສົກ​ກອງທັບ​ອອສ​ເຕຣ​ເລຍຄົນ​ນຶ່ງ​ກ່າວ​ວ່າ ຈະ​ມີເຮືອບິນ 85 ລໍາ ​ແລະ​ທະຫານ​ຫຼາຍ
​ກວ່າ 2000 ຄົນ ​ເຂົ້າປະກອບສ່ວນໃນການ​ຊ້ອມ​ລົບ​ຄັ້ງ​ນີ້.

XS
SM
MD
LG