ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານສະຫະລັດ ຈຸສຸດທ້າຍ ອອກຈາກອິຣັກ (ເບິ່ງສະໄລດ໌)


ທະຫານອະເມຣິກັນຈຸສຸດທ້າຍ ຖອນອອກຈາກອີຣັກ ໄປຍັງຄູເວດ (18 ທັນວາ 2011)
ທະຫານອະເມຣິກັນຈຸສຸດທ້າຍ ຖອນອອກຈາກອີຣັກ ໄປຍັງຄູເວດ (18 ທັນວາ 2011)

ຂະ​ບວນລົດບັນທຸກ​ພວກ​ທະຫານສະຫະລັດ​ຈຸ​ສຸດ​ທ້າຍ​ໄດ້​ອອກ​ຈາກ​ອີຣັກ ​ແລະ​ເຂົ້າ​ໄປຍັງ
ຄູ​ເວດ.

ພວກ​ລົດ​ທະ​ຫານ​ຈຸສຸດ​ທ້າຍ​ທີ່ບັນທຸກ​ພວກ​ທະຫານ​ຫລາຍ​ຮ້ອຍ​ຄົນ​ໄດ້ ຂ້າມ​ຊາຍ​ແດນ​ເວ
ລາ 7:38 ​ໂມງ​ເຊົ້າ ທີ່​ຍັງ​ເຫລືອ​ທະຫານ​ພຽງ​ສອງ​ຮ້ອຍ ຄົນ​ທີ່ຢູ່​ພາຍ​ໃຕ້​ສະຖານທູດ​ສະຫະ
ລັດ​ໃນ​ນະຄອນຫລວງ​ແບກ​ແດດ.

ການ​ຖອນ​ກໍາລັງ​ທະຫານ​ສະຫະລັດໄດ້​ສິ້ນ​ສຸດລົງ​ຫລັງ​ຈາກ​ສົງຄາມ​ເກືອບ ​ເກົ້າປີ ທີ່​ຍັງ​ຜົນ​ໃ
ຫ້​ທະຫານ​ສະຫະລັດ​ເສຍ​ຊີວິດ 4,500 ຄົນ ​ພ້ອມທັງ ຊາວ​ອີຣັກຫຼາຍສິບ​ພັນ​ຄົນ ​ຕະຫຼອດ
ທັງ​ຄ່າ​ໃຊ້​ຈ່າຍ​ອີກ​ຫລາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ.

ສົງຄາມ​ໃນ​ອີຣັກ ​ໄດ້​ເລີ່​ມຂຶ້ນ​ໃນ​ປີ 2003 ​ໂດຍ​ການ​ຈູ່ໂຈມຢ່າງວ່ອງໄວ ເພື່ອ​ໂຄ່ນ​ລົ້ມ​ຈອມ
ຜະເດັດ​ການ ຊັດ​ດາມ ຮູ​ສ​ເຊ​ນ.

ໃນ​ລະດັບ​ສູງ​ສຸດ​ຂອງ​ສົງຄາມ​ນັ້ນ ມີ​ທະຫານ​ສະຫະ​ລັດ​ຫລາຍ​ກວ່າ 170,000 ຄົນ​ຖືກ​ສົ່ງໄປ​
ປະ​ຈໍາ​ການຢູ່ຕາມຄ້າ​ຍທະຫານໃນ​ອີຣັກ ຫລາຍ ກວ່າ 500 ​ແຫ່ງ. ​ຕົກ​ເຖິງ​ວັນ​ເສົາ​ວານ​ນີ້
ຍັງ​ມີ​ທະຫານ​ສະຫະລັດ​ເຫລືອ ຢູ່​ໃນ​ອີຣັກໜ້ອຍ​ກວ່າ 3,000 ຄົນ.

ພວກ​ນັກ​ວິຈານ​ໄດ້​ຕິຕຽນຢ່າງແຮງຕໍ່ສະຫະລັດ​ທີ່​ໄດ້​ປະ​ຖິ້ມ​ປະ​ເທດທີ່​ຖືກ​ທໍາລາຍ ພ້ອມ​ດ້ວຍ
ພໍ່​ໝ້າຍ​ແມ່ໝ້າຍ ​ແລະ​ພວກ​ລູກ​ກໍ່າພ້າຫຼາຍໆພັນຄົນ ຕະຫຼອດທັງພວກ​ຄົນ​ທີ່​ຍັງມີການແບ່ງ​
ແຍກ​ຢ່າງ​ເລິກ​ເຊິ່ງທາງດ້ານສາສະໜາ ​ແລະ​ໂດຍປາດ​ສະ​ຈາກ​ການ​ບູລະນະສ້າງສາ​ພວກ​ໂຄງ
ລ່າງ​ພື້ນຖານ​ທີ່​ຖືກ​ທໍາລາຍ​ນັ້ນ​ຄືນ

ລັດຖະບານ​ອີຣັກ ທີ່​ນໍາ​ໂດຍສາສະໜາອິສລາມ​ນິກາຍ Shi’ite ຂອງນາ​ຍົກລັດຖະມົນຕີອີ
ຣັກທ່ານ Nouri al-Maliki ​ໄດ້​ລົ້ມລຸກຄຸກຄານ​ກັບ​ການ​ແບ່ງປັນ​ອໍານາດ​ລະຫວ່າງພັກນິ
ກາຍShi’ite ນິກາຍ Sunni ​ແລະ ພວກ​ຊາວເຄີ​ດ.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາກ່າວວ່າ ອະນາຄົດ​ຂອງ​ອີຣັກ ບັດ​ນີ້​ຕົກ​ຢູ່
ໃນ​ມື​ຂອງ​ປະຊາຊົນ​ອີຣັກ​ເອັງແລ້ວ.

XS
SM
MD
LG