ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເມືອງ​​ໃນມຽນມ້າ


ສະຖາບັນປະຊາທິປະໄຕກ່າວວ່າ ການເລືອກຕັ້ງໃນມຽນມາ ໂດຍ​ພື້ນຖານ​ແລ້ວ ​ແມ່ນ​ຈະ​ດໍາ​ເນີນ​ໄປ​​ແບບ​ບໍ່​ມີປະຊາທິປະ​ໄຕ. ​

ສະ​ຖາ​ບັນ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ທ່ີ​ໄດ້​ຮັບ​ທຶນ​ຈາກ​ລັດຖະບານສະຫະລັດ​ກ່າວ​ວ່າ ລັດຖະ
ບານ​ທະຫານມຽນມ້າ​ໄດ້​ຈັດ​ວາງຮູບ​ແບບ​ຂອງການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ຈະຈັດຂຶ້ນ​ນັ້ນ ອອກ​ມາ​ ໃນ​ລັກສະນະ​ທີ່​ຮັບປະກັນ​ໃຫ້​ພວກ​ທະຫານໄດ້​ປົກຄອງ​ປະ​ເທດຕໍ່​ໄປ.

ອົງການ​ທ່ີ​ບໍ່​ຫາ​ຜົນ​ກໍາ​ໄລ​ດັ່ງກ່າວ ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ກຸງ​ວໍ​ຊິງ​ຕັນ​ໄດ້ອອກ​ບົດ​ວິ​ເຄາະ​ສະບັບ​ນຶ່ງ​ທີ່​ລົງ​ຄວາມ​ເຫັນ​ວ່າ ການ​ເລືອກ​ຕັ້ງ​ໃນ​ມຽນ ມ້ານັ້ນ ​ໂດຍ​ພື້ນຖານ​ແລ້ວ ​ແມ່ນ​ຈະ​ດໍາ​ເນີນ​ໄປແບບ​ບໍ່​ມີປະຊາທິປະ​ໄຕ ​ແລະວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງຮອດ​ຈະ​ບໍ່ໄດ້ມາດຕະ ຖານທີ່ຕໍ່າສຸດ​ ຂອງສາກົນ​ດ້ວຍຊໍ້າ.

ລັດຖະບານ​ທະຫານ​ມຽນມ້າ​ຍັງ​ບໍ່​ທັນ​ໄດ້ກໍານົດ​ວັນເລືອກ​ຕັ້ງເທ່ືອ ​ແຕ່​ໄດ້​ໃຫ້​ຄໍາ​ໝັ້ນສັນຍາ ວ່າ ຈະ​ຈັດການ​ເລືອກ​ຕັ້ງຂຶ້ນ​ກ່ອນ​ທ້າຍ​ປີ​ນີ້. ພັກ​ການ​ເມືອງ​ໃໝ່​ປະມານ 30 ກວ່າ​ພັກ​ ແລະ​ 5 ກຸ່ມ​ການ​ເມືອງທີ່​ມີ​ຢູ່​ແລ້ວ​ນັ້ນ ຈະ​ເຂົ້າ​ຮ່ວມ​ໃນ​ການ​ເຂ່ງຂັນ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ຊຶ່ງຈະ​ເປັນ​ການ​ເລືອກ​ຕັ້ງເທື່ອ​ທໍາ​ອິດ​ໃນ​ມຽນມ້າ ນັບ​ແຕ່​ປີ 1990​ ເປັນ​ຕົ້ນມາ ​ເວລາພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມ້າ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ສໍາຄັນ​ໃນ​ເວລາ​ນັ້ນ ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ ຢ່າງ​ທີ່​ພວກທະຫານບໍ່​ນຶກ​ບໍ່​ຝັນ​. ​ແຕ່​ພວກ​ທະຫານ​ບໍ່​ຍອມ​ປ່ອຍ​ໃຫ້​ພັກດັ່ງກ່າວ ​ຂຶ້ນ​ຄອງ​ອໍານາດ ​ແລະ​ໄດ້​ຈັບ​ກຸມ​ຄຸມ​ຂັງສະມາຊິກ​ພັກ​ຫລາຍ​ຄົນ​ໃນ​ຈໍານວນ​ພວກທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເຂົ້າ​ນັ່ງ​ໃນ​ສະພາ​. ພັກສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ ຫລື NLD ພາກັນຄັດ​ຄ້ານບໍ່​ຍອມເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ເຖິງແມ່ນພວກສະມາຊິກບາງ​ຄົນ​ໃນ​ພັກ​ໄດ້ພາ ກັນ​ຈັດ​ຕັ້ງ​ພັກ​ການ​ເມືອງ​ໃໝ່​ຂຶ້ນມາ ​ແລະ​ວາງ​ແຜນ​ຈະ​ສົ່ງ​ຜູ້​ສະໝັກເຂົ້າ ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​.

XS
SM
MD
LG