ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຜະລິດຢາບ້າ ໃນເຂດສາມຫຼ່ຽມຄຳ ທີ່ໄດ້ຮັບສານເຄມີຕົ້ນຈາກຈີນ ມີປະລິມານ ເພີ້ມຂຶ້ນຢ່າງຫຼວງຫຼາຍ


ຜູ້ຂັບລົດສາມລໍ້ເຄື່ອງ ທ້າວສຸນທອນ ພວມສະແດງໃຫ້ເຫັນວິທີສູບຢາບ້າ ໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວ AFP ທີ່ບາງກອກ ປະເທດໄທ ເມື່ອວັນທີ 12 ມັງກອນ 2021.
ຜູ້ຂັບລົດສາມລໍ້ເຄື່ອງ ທ້າວສຸນທອນ ພວມສະແດງໃຫ້ເຫັນວິທີສູບຢາບ້າ ໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວ AFP ທີ່ບາງກອກ ປະເທດໄທ ເມື່ອວັນທີ 12 ມັງກອນ 2021.

ສານເຄມີຕົ້ນຈໍານວນຫລາຍໃນລາວນັບແຕ່ທ້າຍປີກາຍນີ້ ມີການນໍາໃຊ້ສູດໃໝ່ ເພື່ອຜະລິດຢາບ້າຫຼື Methamphetamine ຂອງເອເຊຍ ແລະເສັ້ນທາງທີ່ກຸ່ມອາດຊະຍາກໍາໄດ້ໄຊ້ ໃນການຂົນວັດຖຸດິບ ຈາກໂຮງງານຈີນ ຜ່ານທ່າເຮືອໄທ ເຂົ້າສູ່ໂຮງງານຜະລິດຢາເສບຕິດ ໃນເຂດສາມຫລ່ຽມຄໍາ.

ການຜະລິດຢາເສບຕິດໃນພູມິພາກນີ້ ໄດ້ເພີ້ມຂຶ້ນຫຼາຍເປັນພິເສດ ນັບຕັ້ງແຕ່ມີການເຮັດລັດຖະປະຫານຢູ່ມຽນມາໃນວັນທີ 1 ກຸມພາຜ່ານມາ ອັນເຮັດໃຫ້ຂາດດຸນອໍານາດທີ່ຊັບຊ້ອນໃນເຂດສາມຫລ່ຽມຄໍາ, ເຊິ່ງເປັນພື້ນທີ່ທີ່ຖືກຄວບຄຸມໂດຍກຳລັງຂອງພວກຂຸນເສິກ, ທະຫານບ້ານຕິດອາວຸດ, ພວກຄ້າປືນເຖື່ອນ ແລະຜູ້ຄ້າຢາເສບຕິດ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ຮັກສາກົດໝາຍ.

ລາວ, ມຽນມາ ແລະໄທ ແມ່ນຕັ້ງຢູ່ໃນເຂດທີ່ເປັນພູຜາ, ເຊິ່ງ ລາວ ແລະມຽນມາ ແມ່ນມີຊາຍແດນຕິດກັບຈີນ.

ປະເທດໄທເປັນເສັ້ນທາງຫລັກໃນການຂົນສົ່ງຢາບ້າຂອງມຽນມາສູ່ເຂດເອເຊຍປາຊິຟິກ, ເຊິ່ງໃນປີນີ້ ສາມາດຢຶດຢາບ້າໄດ້ແລ້ວຫລາຍກ່ວາ 300 ລ້ານເມັດທີ່ຮູ້ຈັກກັນໃນຊື່ “ຢາບ້າ” ແລະຢາ ໄອສ໌ (Crystal Meth) ທີ່ຢຶດໄດ້ເກືອບ 20 ໂຕນ ເຊິ່ງເພີ້ມຂຶ້ນສອງເທົ່າໃນຊ່ວງເວລາດຽວກັນ, ອີງຕາມການລາຍງານຂອງເຈົ້າໜ້າທີ່ຢາເສບຕິດຂອງໄທ.

ມັນເປັນຜົນມາຈາກການແຕກຫັກລົງ ຂອງການຢຸດຍິງ ລະຫວ່າງກຸ່ມກະບົດໃນມຽນມາ ອັນເປັນຜົນມາຈາກການເຮັດລັດຖະປະຫານ ທີ່ຂັບໄລ່ລັດຖະບານທ່ານນາງອອງຊານ ຊູຈີ.

“ການຕໍ່ສູ້ໃນພະມ້າໃກ້ກັບແຫລ່ງຜະລິດຢາເສບຕິດ ໄດ້ຜັກດັນໃຫ້ມີການຜະລິດ ໃນປະລິມານສູງກ່ວາປົກກະຕິ” ອີງຕາມຄໍາເວົ້າ ຂອງນາຍພົນຕີພອນໄຊ ຈະເຣີນວົງ ຮອງຜູ້ບັນຊາການກອງປາບປາມຢາເສບຕິດຂອງໄທ.

ຢາເສບຕິດແຜ່ເຂົ້າໄປໃນໄທ ແລ້ວກໍ່ແຜ່ກະຈາຍສູ່ເອເຊຍປາຊີຟິກ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG