ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບານກ່າວວ່າ ເຂົາເຈົ້າພວມດຳເນີນງານເພື່ອແກ້ໄຂຂໍ້​ຫ້າມການ​ສຶກ​ສາ​ ຕໍ່​ແມ່​ຍິງອັ​ຟ​ກາ​ນິ​ສ​ຖານ 'ຊົ່ວຄາວ' ຢູ່


(ພາບ​ໃນ​ແຟມ) ນັກ​ສຶກ​ສາ​ແມ່​ຍິງອັຟກາ​ນິສຖານ ພາ​ກັນ​ຢືນ​ຢູ່ນອກມະ​ຫາ​ວິ​ທະ​ຍາ​ໄລ​ກາ​ບູ​ລ ໃນ​ນະ​ຄອນ​ຫລວງ​ ​ຂອງອັຟກາ​ນິສຖານ, ວັນ​ທີ 21 ທັນ​ວາ, 2022
(ພາບ​ໃນ​ແຟມ) ນັກ​ສຶກ​ສາ​ແມ່​ຍິງອັຟກາ​ນິສຖານ ພາ​ກັນ​ຢືນ​ຢູ່ນອກມະ​ຫາ​ວິ​ທະ​ຍາ​ໄລ​ກາ​ບູ​ລ ໃນ​ນະ​ຄອນ​ຫລວງ​ ​ຂອງອັຟກາ​ນິສຖານ, ວັນ​ທີ 21 ທັນ​ວາ, 2022

ກຸ່ມ​ຕາ​ລີ​ບານທີ່​ປົກຄອງ​ອັຟກາ​ນິສຖານ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ອາດ​ຈະ​ຜ່ອນ​ຜັນ​ຂໍ້​ຫ້າມ​ການ​ສຶກສາຕໍ່ແມ່ຍິງ​ໂດຍ​ກ່າວ​ວ່າ ກຳ​ລັງມີ​ການ​ດຳ​ເນີນງານ​ເພື່ອ​ແກ້​ໄຂ "ບາດກ້າວ​ຊົ່ວຄາວ​ນີ້ຢູ່."

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ​ເພື່ອ​ຕອບ​ສະໜອງ​ການ​ຮຽກຮ້ອງ​ຂອງ​ປະ​ເທດ​ພັນທະ​ມິດ​ ທີ່​ມີ​ປະ​ຊາ​ຊົນ​ສ່ວນ​ໃຫຍ່ເປັນ​ຊາວ​ມຸ​ສ​ລິ​ມ ວ່າ​ໃຫ້​ກຸ່ມ​ອິສ​ລາມ​ຕ່າວ​ປີ້ນ​ຂໍ້​ຫ້າມ​ສຶກສາ​ຂອງ​ເດັກ​ຍິງ ​ແລະ ພະນັກງານ​ອົງ​ການຊ່ວຍ​ເຫຼືອ​ທີ່​ເປັນແມ່ຍິງ​ອັຟກາ​ນິສຖານ.

ອົງການ​ຮ່ວມ​ມື​ອິ​ສ​ລາມ ຫຼື OIC ທີ່​ມີ​ສະມາຊິກ 57 ປະເທດ ຕັ້ງ​ຢູ່​ໃນຊາ​ອຸດີ ອາ​ຣາ​ເບຍ​ ໄດ້​ຈັດ “ກອງ​ປະຊຸມ​ວິ​ສາ​ມັນ” ຂອງ​ຄະນະ​ບໍລິຫານ​ງານ​ຂອງ​ຕົນ​ໃນ​ວັນ​ພຸດ​ຜ່ານ​ມາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສະກັດ​ກັ້ນ ​ພວກ​ຕາ​ລີ​ບານ​ຕໍ່​ແມ່ຍິງ.

ຖະແຫຼງການຫຼັງກອງປະຊຸມຂອງ OIC ໄດ້ພັນ​ລະ​ນາເຖິງຂໍ້ຫ້າມດັ່ງກ່າວວ່າ ເປັນ ການລະເມີດກົດໝາຍອິສລາມ ແລະ “ວິທີການ” ຂອງພະສາດສະດາໂມ​ຮຳມັດ (Muhammad) ໂດຍ​ໄດ້ຮຽກຮ້ອງໃຫ້ກຸ່ມຕາລີບານ ພິຈາລະນາການຕັດສິນໃຈຫ້າມແມ່ຍິງບໍ່​ໃຫ້​ໄດ້​ຮັບການສຶກສາ ແລະໄປເຮັດການ ນັ້ນ​ຄືນ​ໃໝ່.

ຖະແຫຼງການນັ້ນກ່າວວ່າ OIC “ສະແດງຄວາມຜິດຫວັງຂອງຕົນຕໍ່ການໂຈະການສຶກສາຂອງ​ແມ່ຍິງໃນອັຟການິສຖານ ແລະການຕັດສິນໃຈສັ່ງໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານ ຫລື NGO ແຫ່ງຊາດແລະສາກົນ ຢຸດການ​ຮັບພະນັກງານຍິງ ຈົນກວ່າ ຈະມີແຈ້ງການເພີ່ມເຕີມ.

ໂຄສົກຂອງຫົວໜ້າກຸ່ມຕາລີບານ, ທ່ານ​ຊາ​ບີ​ຮູ​ລລາ ມູ​ຈາ​ຮິດ (Zabihullah Mujahid) ໃນຄຳຕອບຂອງ​ທ່ານໃນວັນພະຫັດວານນີ້ ກ່າວວ່າ ລັດຖະບານຂອງທ່ານ ຍິນດີນຳກອງປະຊຸມຂອງ OIC ແລະຖະ​ແຫລງ​ການ​ຂອງ​ອົງ​ການ​ດັ່ງ​ກ່າວ. ​ແຕ່​ຢູ່ໃນຄຳຖະ​ແຫຼ​ງ​ທີ່​ເອົາອອກມາ​ໃຫ້ສື່​ມວນ​ຊົນນັ້ນ, ທ່ານມູ​ຈາ​ຮິດ​ໄດ້​ຮຽກຮ້ອງປະຊາ​ຄົມ​ໂລກ “ບໍ່​ໃຫ້​ເຂົ້າໄປ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ” ຂອງ​ອັຟກາ​ນິສຖານ.

ທ່ານກ່າວອີກວ່າ "ຄວາມກັງວົນຂອງອົງການນີ້ ກ່ຽວກັບການສຶກສາຂອງແມ່ຍິງແມ່ນເປັນ​ເລື້ອງທີ່​ພໍເຂົ້າໃຈໄດ້." "ແຕ່ ອຳ​ນາດການ​ປົກ​ຄອງອິສລາມໄດ້ເອົາບາດກ້າວຊົ່ວຄາວ ແລະກຳລັງດຳ​ເນີນການເພື່ອສ້າງເງື່ອນໄຂສຳ​ລັບແກ້ໄຂບັນຫານີ້​ຢູ່," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ມູ​ຈາ​ຮິດໂດຍໃຊ້ຊື່ທີ່ເປັນທາງການສຳລັບການປົກຄອງຂອງກຸ່ມຕາລີບານ ທີ່ມີແຕ່ຜູ້ຊາຍຢູ່ໃນນະ​ຄອນ​ຫລວງ​ກາ​ບູ​ລ. ທ່ານບໍ່ໄດ້ອະທິບາຍໃຫ້ລະອຽດແຕ່​ຢ່າງ​ໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG