ໜັງສືພິມ Vientiane Times ຂອງ ສປປ ລາວ ລາຍງານວ່າ
ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ທ່ານ
Daniel Clune ໄດ້ເນ້ນຢໍ້າເງິນລາງວັນດັ່ງກ່າວ ໃນກອງປະ
ຊຸມໃຫ້ສໍາພາດຂ່າວ ຮ່ວມກັນຂອງບັນດານັກການທູດຕ່າງ
ປະເທດ ເມື່ອວັນພະຫັດແລ້ວນີ້ ຢູ່ນະຄອນຫລວງວຽງຈັນ
ໃນພິທີທີ່ຈັດຂຶ້ນ ເພື່ອເປັນຂີດໝາຍ ວັນສັດປ່າສາກົນ ເທື່ອ
ທຳອິດໃນປະເທດລາວ.
ຫົວໜ້າແກ໊ງຄ້າສັດປ່າດັ່ງກ່າວ ທີ່ຊື່ທ້າວ ວິໄຊ ແກ້ວສະຫວ່າງ ເປັນຜູ້ອໍານວຍການ
ບໍລິສັດການຄ້າ ຂາເຂົ້າ-ຂາອອກ ຈໍາກັດ ແລະເວລານີ້ ຜູ້ກ່ຽວຍັງລີ້ຊ່ອນໂຕຢູ່ໃນປະ
ເທດລາວ ອິງຕາມຄໍາຢືນຢັນຂອງທ່ານ Clune ເອກອັກຄະລັດຖະທູດສະຫະລັດ ທີ່
ກ່າວວ່າ:
“ພວກເຮົາໄດ້ສະເໜີໃຫ້ລາງວັນນີ້ ເມື່ອເດືອນພະຈິກຜ່ານມາ ແລະເວລານີ້ ພວກ
ເຮົາກໍຢູ່ໃນລະຫວ່າງຂັ້ນຕອນ ເກັບກໍາຂໍ້ມູນທີ່ມີຄົນແຈ້ງມາ ເພື່ອສະໜອງຕອບຕໍ່
ລາງວັນດັງກ່າວ.”
ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ທ່ານ Robert von Rimscha
ທີ່ໄປຮ່ວມຖະແຫລງຂ່າວ ບໍ່ໄດ້ຢືນຢັນວ່າທ້າວວິໄຊ ຍັງຢູ່ໃນປະເທດລາວ ແຕ່ໄດ້ຊີ້ໄປ
ໃສ່ລາຍງານຂ່າວໂທລະພາບທາງ ອອນລາຍ ທີ່ອອກເມື່ອວັນອາທິດກ່ອນ ຂອງອົງການ
ຂ່າວ Der Spiegel ຂອງເຢຍລະມັນ ຊຶ່ງສະແດງໃຫ້ເຫັນນັກຂ່າວສືບສວນຂອງຕົນ
ທ້າວ Karl Ammann ສໍາພາດທ້າວວິໄຊ ຂະນະທີ່ຜູ້ກ່ຽວກໍາລັງຕົ້ມກະດູກສິງແລະເສືອ
ຢູ່ບ່ອນທີ່ເຂົາລີ້ຊ່ອນໂຕຢູ່ ໃນເຂດເມືອງປາກເຊ.
ທ່ານ Clune ເອກອັກຄະລັດຖະທູດສະຫະລັດ ກ່າວວ່າ ຕານ່າງຂອງທ້າວວິໄຊ ເປັນ
ແກ໊ງອາຊະຍາກໍາຂ້າມຊາດ ທີ່ອໍານວຍຄວາມສະດວກໃຫ້ແກ່ການຄ້າສັດປ່າ ແລະການ
ຂ້າສັດປ່າທີ່ໃກ້ຈະສູນພັນ ເຊັ່ນຊ້າງ ໂຕແຮດ ແລະອື່ນໆ ແລ້ວກໍເອົາເງິນກໍາໄລທີ່ໄດ້ມາ
ນັ້ນ ໄປເປັນທຶນດໍາເນີນກິດຈະກໍາຜິດກົດໝາຍອື່ນໆ. ທ່ານກ່າວຕື່ມວ່າ ພວກສາຂາໃນ
ຕ່າງປະເທດຂອງຕານ່າງໄຊສະຫວ່າງ ຂອງທ້າວວິໄຊ ລັກລອບເອົາສັດປ່າ ຈາກອາຟຣິ
ກາແລະເອເຊຍ ເຂົ້າໄປໃນປະເທດລາວ ແລ້ວສົ່ງຜະລິດຕະພັນຈາກສັດປ່າເຫລົ່ານັ້ນ
ໄປຍັງຫວຽດນາມ ກັບກໍາປູເຈຍ ແລະປະເທດອື່ນໆ ໂຮມທັງສະຫະລັດ ທີ່ເປັນຕະຫລາດ
ຂາຍຍ່ອຍໃຫຍ່ອັນດັບສອງຂອງໂລກ ຕໍ່ຈາກປະເທດຈີນ ສໍາລັບການຄ້າງາຊ້າງ.
ທ່ານ Clune ກ່າວສະຫລູບວ່າ “ເງິນລາງວັນ ສໍາລັບຕານ່າງໄຊສະຫວ່າງນີ້ ແມ່ນມີ
ເປົ້າໝາຍເພື່ອໃຫ້ໄດ້ມາຊຶ່ງຂໍ້ມູນ ທີ່ຈະຊ່ວຍລັດຖະ ບານລາວ ແລະລັດຖະບານ
ປະເທດອື່ນໆ ສາມາດດໍາເນີນການເພື່ອ ທັບມ້າງຕານ່າງອັນນີ້. ແລະພວກເຮົາ
ຍິນດີຮັບເອົາການຮ່ວມມືຈາກ ລັດຖະບານອື່ນໆ ໃນການຕ້ານຢັນກັບອາຊະຍາ
ກໍາຂ້າມຊາດ ທີ່ມີການຈັດຕັ້ງກັນຢ່າງດີ ຮວມທັງການຄ້າສັດປ່ານໍານັ້ນ.”

The US$1 million reward to dismantle a transnational wildlife trafficking syndicate in Laos, known as the Xaysavang Network, was underscored by the US Ambassador to Laos, Daniel Clune, at a press conference of foreign diplomats held in Vientiane last Thursday, marking the first observance of World Wildlife Day in Laos, according to Lao media.
The “linchpin”, a Lao national named Vixay Keosavang who is the director of Xaysavang Trading Export Import Company Limited, was recently seen in Laos.
US Ambassador Daniel Clune said “The Xaysavang reward offer is intended to produce information that will help the government in Laos and other governments to take action in dismantling the network. And we welcome the cooperation of other governments to counter transnational organized crime including wildlife trade.”
He added “We offered the reward in November and we are in the process of gathering information that we received in response to that reward.” He also said Vixay is still in Laos.
Attending the conference, German Ambassador to Laos Robert von Rimscha cited a major German news organization, Der Spiegel, which claims it has access to Vixay and that a middleman confirmed that he was recently in Pakse.
Von Rimscha did not confirm the information, but the referred TV programme posted online last Sunday shows investigative journalist Karl Ammann meeting the wanted man inside his compound, boiling lion and tiger bones.
Clune noted that the network is a transnational crime syndicate that facilitates wildlife trafficking and killing of endangered elephants, rhinos and other species, and utilizes the profit from wildlife products to fund other illicit activities. The group's associates, he added, smuggle wildlife from Africa and Asia into Laos and illegally export the products to Vietnam and China, among other destinations.
The US is reportedly the second-largest retail market of illegal ivory trade after China.