ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ສະເໜີໃຫ້ ລາງວັນຄ່າຫົວ 20 ລ້ານໂດລາ ສຳຫລັບ ພວກຜູ້ນຳກຸ່ມ ລັດ ອິສລາມ


ປະກາດໃຫ້ລາງວັນຂອງ ກະຊວງຍຸດຕິທຳ ທີ່ນຳໄປສູ່ການ ຈັບໂຕ ທ້າວ Abd al-Rahman Mustafa al-Qaduli, ອະດີດຮອງ ຫົວໜ້າ ລັດອິສລາມ.
ປະກາດໃຫ້ລາງວັນຂອງ ກະຊວງຍຸດຕິທຳ ທີ່ນຳໄປສູ່ການ ຈັບໂຕ ທ້າວ Abd al-Rahman Mustafa al-Qaduli, ອະດີດຮອງ ຫົວໜ້າ ລັດອິສລາມ.

ສະຫະລັດອາເມຣິກາສະເໝີ ​ໃຫ້ລາງວັນຄ່າຫົວສູງເຖິງ $20
ລ້ານ ສຳລັບຂໍ້ມູນ ທີ່ສາມາດນຳໄປສູ່ການຈັບກຸມຜູ້ນຳ​ຂັ້ນ​ສູງ
4 ຄົນ​ຂອງ​ກຸ່ມ ລັດອິສລາມ ຫລື IS.

ໃນ 4 ຄົນນັ້ນ ລວມມີ Abu Mohammed al-Adnani ໂຄ
ສົກທາງການ ຂອງກຸ່ມ. ກະຊວງການຕ່າງປະເທດສະຫະລັດ
ເອີ້ນຜູ້ກ່ຽວວ່າ “ສື່ຫລັກ” ​ສຳລັບການປ່ອຍສານ ຫລືຂໍ້ຄວາມ
ຂອງ​ກຸ່ມ IS ​ອອກ​ໄປ ລວມທັງຄຳ​ຮຽກຮ້ອງໃຫ້ທຳການໂຈມ
ຕີຊາວຕາເວັນຕົກ.

ສ່ວນອີກສາມຄົນແມ່ນ Abd al Rahman Mustafa
al-Qaduli, ອາດີດຮອງຫົວໜ້າກຸ່ມລັດອິສລາມ; Tarkhan Tayumurazovich
Bastirashvili ຜູ້​ຄວບ​ຄຸ​ມຄຸກ​ຂອງກຸ່ມ IS ບ່ອນ​ທີ່​ໂຕ​ປະກັນ​ຕ່າງ​ປະ​ເທດໄດ້ຖືກ​ກັກ​ຂັງ
​ໄວ້ ​ແລະ Tarig Bin al Tahar Bin al Falih al-Awni al-Harzi ​ທີ່ກະຊວງ​ການ​ຕ່າງ
ປະ​ເທດ​ສະຫະ​ລັດເອີ້ນ​ວ່າ ​ເປັນຜູ້ໜຶ່ງ​ໃນບັນດາ ສະມາ​ຊິກ​ຊຸດ​ທຳ​ອິດໆຂອງກຸ່ມ IS ​ແລະ
ເປັນ​ຜູ້ຈັດ​ຫາ​ເງິນ​ທຶນ​ມາ​ໃຫ້​ກຸ່ມກໍ່​ການຮ້າຍດັ່ງກ່າວ.

​ເງິນ​ລາງ​ວັນຄ່າ​ຫົວນີ້ ​ໄດ້​ຖືກ​ສະ​ເໜີໃຫ້ຜ່ານໂຄງການ ລາງວັນເພຶ່ອຄວາມ​ຍຸດຕິ​ທຳຂອງ
​ສະຫະລັດ, ​ເຊິ່ງໄດ້​ຈ່າຍເງິນ ຫລາຍ​ກວ່າ $125 ລ້ານ ສຳລັບ​ຂໍ້​ມູນ​ ກ່ຽວ​ກັບພວກກໍ່ການ
​ຮ້າຍ​ທີ່​ສະຫະລັດ​ຕ້ອງການ​ໂຕ​ ນັບ​ຕັ້ງ​ແຕ່​ໂຄງການນີ້​ໄດ້​ເລີ່ມຕົ້ນຂຶ້ນ ໃນ​ປີ 1984. ​

ຄະນະຜູ້ແທນຕ່າງຊາດ ມາຢ້ຽມຢາມສະຫະລັດ ເພື່ອຮຽນວິທີຕໍ່ຕ້ານພວກຫົວຮຸນແຮງ:

Foreign Delegation on US Tour to Fight Extremism
please wait

No media source currently available

0:00 0:02:20 0:00

XS
SM
MD
LG