ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກ​ໄທ ຢືນຢັນ​ ​ຈະ​ລົງທຶນ​ ກໍ່ສ້າງ​ທາງ​ລົດ​ໄຟ​ ຄວາມ​ໄວ​ປານ​ກາງ​ ລະບົບ​ລາງ​ຄູ່ ​​ເຊື່ອມ​ຕໍ່​ກັບ​ລາວ


ໂຄງການ​ກໍ່ສ້າງ​ລົດ​ໄຟ​ ຄວາມ​ໄວ​ລະດັບ​ປານ​ກາງ ລະບົບລາງ​ຄູ່ ຂະໜາດ​ກວ້າງ 1.438 ​​ແມັດ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ​ໄປ​ຈີນ.
ໂຄງການ​ກໍ່ສ້າງ​ລົດ​ໄຟ​ ຄວາມ​ໄວ​ລະດັບ​ປານ​ກາງ ລະບົບລາງ​ຄູ່ ຂະໜາດ​ກວ້າງ 1.438 ​​ແມັດ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ​ໄປ​ຈີນ.

ນາຍົກລັດຖະມົນຕີ​ໄທ ຢືນຢັນ​ວ່າ​ຈະ​ລົງທຶນ​ກໍ່ສ້າງ​ທາງ​ລົດ​ໄຟ​
ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ ຈີນ
​ໃຫ້​ໄດ້​ຕະຫລອດ ​ເສັ້ນທາງ​ພາຍ​ໃນ​ປີ 2022 ​ເປັນ​ຢ່າງ​ຊ້າ.

ພົນ​ເອກ ປຣະຍຸດ ຈັນ​ໂອຊາ ຫົວໜ້າ​ຄະນະ​ຮັກສາ​ຄວາມ​ສະຫງົບ ​ແລະ ນາຍົກລັດຖະມົນຕີ​ ໄທ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ຄະນະ​ລັດຖະບານ​ໄທ ​ໄດ້​ບັນຈຸ​ໂຄງການ​ກໍ່ສ້າງ​ລົດ​ໄຟ​ຄວາມ​ໄວ​ລະດັບ​ປານ​ກາງ ລະບົບລາງ​ຄູ່ ຂະໜາດ​ກວ້າງ 1.438 ແມັດ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ​ໄປ​ຈີນ ​ໄວ້​ໃນ​ແຜນການ​ພັດທະນາ​ລະບົບ ​ໂຄງ​ສ້າງ​ພື້ນຖານ​ລະດັບ​ຊາດ​ນັບ​ຈາກ​ປີ 2015 ​ໄປ​ຈົນ​ເຖິງ​ປີ 2022 ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ຂະນະ​ນີ້.

ໂດຍ​ສຳ​ຫລັບ​ເສັ້ນທາງ​ລົດ​ໄຟ​ລະບົບ​ລາງ​ຄູ່ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ລາວ ​ໄປ​ຈີນ​ນັ້ນ ຈະ​ມີ​ຢູ່ 3 ​ເສັ້ນ ທາງ​ດ້ວຍ ກໍ​ຄື​ເສັ້ນທາງ​ບາງກອກ-​ໂຄຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​ທ່າ​ເຮືອ​ມາບ​ຕາ​ພຸດ-​ໂຄຣາດ-ໜອງ​ຄາຍ ​ແລະ ​ເສັ້ນທາງ​ຣະ​ຢອງ-ບາງກອກ-​ໂຄຣາດ-ໜອງ​ຄາຍ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ນະຄອນຫລວງ​ວຽງ​ຈັນ ຂອງ​ລາວ​ຕໍ່​ໄປ​ຍັງ​ຈີນ ຊຶ່ງ​ນາຍົກລັດຖະມົນຕີ​ໄທ ຄາດ​ວ່າ​ຈະ​ເຊື່ອມ​ຕໍ່​ກັນ​ໄດ້​ຕະຫລອດ​ເສັ້ນທາງ​ພາຍ​ໃນ​ປີ 2022 ​ເປັນ​ຢ່າ​ງຊ້າ​ດັ່ງ​ທີ່​ພົນ​ເອກ ປຣະຍຸດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ພັດ​ທະນາ​ໂຄງ​ຂ່າຍ​ລົດ​ໄຟ ລະຫວ່າງ​ເມືອງ ຈະ​ພັດທະນາ​ທາງ​ຄູ່​ຂະໜາດ​ມາດ​ຕະຖານ 3 ​ເສັ້ນທາງ ທີ່​ຈະ​ເນັ້ນການ​ຂົນ​ສົ່ງ​ ເຊື່ອມ​ຕໍ່​ໄປ​ຍັງ​ເຂດອຸດສາຫະກຳ ​ແລະ ປະ​ເທດ​ເພື່ອນ​ບ້ານ ​ໄດ້​ແກ່ ກຸງ​ເທບ-ນະຄອນຣາດຊະ​ສີມາ​-ມາບ​ຕາ​ພຸດ ກຸງ​ເທບ-
ຣະຢອງ ​ແລະ ນະຄອນຣາດຊະສີມາ-ໜອງ​ຄາຍ ຄິດ​ເປັນ​ລະຍະ​ທາງ 705 ກິ​ໂລ​ແມັດ.”

ກ່ອນ​ໜ້າ​ນີ້ ທ່ານ​ນາງ​ ວິ​ໄລ​ຄຳ ​ໂພ​ສາລາ​ດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ ​ແລະ ຂົນສົ່ງ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ​ເຈລະຈາ​ລະຫວ່າງ ຜູ້​ຕ່າງ​ໜ້າ​ຂອງ​ລັດຖະບານ​ລາວ ກັບ​ຈີນ​ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ ​ເພື່ອ​ເຊື່​ອມຕໍ່ ຈາກ​ຈີນ​ມາລາ​ວ ຍັງ​ສືບ​ຕໍ່​ການ​ເຈລະຈາ​ຢູ່​ເລື້ອຍ​ມາ ​ໂດຍ​ນາຍົກລັດຖະມົນຕີຂອງທັງ 2 ປະ​ເທດ ​ໄດ້​ແຕ່​ງຕັ້ງ ຄະນະ​ກຳມະການ​ ຂອງ​ຝ່າຍ​ຕົນ​ຂຶ້ນມາ​ ຮັບຜິດຊອບ​ການ​ເຈລະຈາ​ເປັນ​ການສະ​ເພາະ.

ພົນ​ເອກ ປຣະຍຸດ ຈັນ​ໂອຊາ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ຈະກໍ່ສ້າງ​ທາງ​ລົດ​ໄຟ​ ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ ຈີນ.
ພົນ​ເອກ ປຣະຍຸດ ຈັນ​ໂອຊາ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ຈະກໍ່ສ້າງ​ທາງ​ລົດ​ໄຟ​ ຄວາມ​ໄວ​ປານ​ກາງ​ລະບົບ​ລາງ​ຄູ່ ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ ​ແລະ​ ຈີນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ ວິ​ໄລ​ຄຳ ກໍ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ
​ຄາດໝາຍ​ໄດ້​ວ່າ ການ​ເຈລະຈາ ​ລະຫວ່າງ​ຄະນະ​ຮັບຜິດຊອບ​
ຂອງ​ທາງ​ການ​ລາວ ​ແລະ ​ຈີນ​ຈະ​ຕ້ອງ​ໃຊ້​ເວລາ ​ອີກ​ຍາວ​ນານ​
ເທົ່າ​ໃດ​ແທ້ ຫາກ​ແຕ່​ກໍ​ມີ​ຄວາມ​ຫວັງ​ວ່າ​ທາງ​ການ​ຂອງ​ທັງ 2 ຝ່າ​ຍ
ຈະ​ສາມາດຕົກລົງ​ກັນ​ໄດ້​ໃນ​ທີ່​ສຸດ ​ເນື່ອງ​ຈາກ​ວ່າ ຜູ້ນຳ​ລັດຖະບານ
ລາວ ​ແລະ ຈີນ ຕ່າງ​ກໍ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ ກັບ​ແຜນການ
​ກໍ່ສ້າງ​ທາງ​ລົດ​ໄຟ ​ເພື່ອ​ເຊື່​ອມຕໍ່​ລະຫວ່າງ​ກັນ ດັ່ງ​ທີ່ ​ທ່ານ​ນາງ
ວິ​ໄລ​ຄຳ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ​ຖື​ເປັນອັນ​ໃໝ່​ສະ​ເພາະ​
ປະ​ເທດ​ຂອງ​ພວກ​ເຮົາ ສະນັ້ນກະຊວງ​ໂຍທາ ​ໃນ​ນາມ​
ທີ່​ລັດຖະບານ ​ໄດ້​ມອບ​ໝາຍ​ໃຫ້​ຮັບຜິດຊອບ ກໍ​ແມ່ນ​ສືບ​ຕໍ່​ການ​ເຈລະຈາ ຄະນະ​
ນຳ​ເພິ່ນ​ກະ​ໄດ້​ເອົາ​ໃຈ​ໃສ່ ​ເພິ່ນ​ກະ​ໄດ້​ເຈລະຈາ​ຊ່ອຍ ພ້ອມ​ກັນນັ້ນ ພວກ​ເຮົາ​ກະ​
ແມ່ນ​ໄດ້​ກະກຽມ​ ຜູ້ຮັບຜິດຊອບ​ໂຄງການ ​ໂດຍ​ການ​ແຕ່ງຕັ້ງ ຈາກ​ທ່ານ​ນາຍົກ
ກະຖື​ວ່າ​ມີ​ຄວາມ​ຄືບ​ໜ້າ ດຽວ​ນີ້​ຢູ່​ໃນ​ຂັ້ນ​ເຈລະຈາ ​ເຖິງ​ແນວ​ໃດ​ກະ​ຢ່າ ກະຊວງ​
ໂຍທາ ກະ​ມີ​ຄວາມ​ຫວັງ​ ຫັ້ນ​ແຫລະ.”

ທາງ​ດ້ານ ທ່ານ​ຫລີ ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍ​ໄດ້​ຢືນຢັນ​ວ່າ ຈະ​ເລັ່ງລັດ​ໃຫ້​ມີ​
ການ​ເຈລະຈາ ລະຫວ່າງ​ລາວ​ກັບ​ຈີນ ​ເພື່ອ​ຕົກລົງ​ກ່ຽວ​ກັບ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ
​ໃນລາວ​ ໃຫ້​ໄວ​ທີ່​ສຸດ ​ໂດຍ​ເປັນ​ການຢືນຢັນ ​ໃນ​ໂອກາດ​ທີ່ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກ
ລັດຖະມົນຕີລາວ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ ຢ່າງ​ເປັນ​ທາງ​ການ ​ໃນ​ຊ່ວງ​ຕົ້ນ
​ເດືອນ​ເມສາ 2014 ທີ່​ຜ່ານ​ມາ.

​ໂດຍ​ເຖິ່ງ​ແມ່ນ​ວ່າ ການ​ຢືນຢັນ​ຂອງ​ນາຍົກ​ລັດຖະມົນຕີ​ຈີນ ​ໃນ​ຄັ້ງຫລ້າ​ສຸດ​ນີ້ ຈະ​ຍັງ​ຄົງ​ບໍ່​
ມີ​ຄວາມ​ຊັດ​ເຈນ​ວ່າ ການ​ເຈລະຈາ​ດັ່ງກ່າວ​ ຈະ​ກຳນົດ ​ໃຫ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ ເມື່ອ​ໃດ
​ກໍ​ຕາມ ຫາກ​ແຕ່​ນາຍົກລັດຖະມົນຕີຈີນ ກໍ​ໄດ້​ຢືນຢັນ​ວ່າ ການ​ເຈລະຈາ​ຮອບ​ໃໝ່ ຈະ​ມີ ​
ການ​ກຳນົດ​ຮູບ​ແບບ​ຂອງ​ການ​ຮ່ວມ​ມື ທີ່​ມີ​ປະສິດທິພາບ ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​
ປະ​ໂຫຍ​ດ ຢ່າງ​ຍຸດຕິ​ທຳ ​ແລະ ສອດ​ຄ້ອງ​ກັບ​ສະພາບ​ການ​ທີ່​ເປັນ​ຈິງ ຊຶ່ງ​ທາງ​ການ​ຈີນ​ ກໍ​
ໄດ້​ແຕ່ງຕັ້ງຄະນະ​ຮັບຜິດຊອບ ​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງການ​ອີກ​ເທື່ອ
​ໃໝ່​ແລ້ວ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ທາງ​ການ​ຈີນ​ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງ​ອາດ​ຈະ​ບໍ່​ເມາະ​ສົມ​ກັບ​ສະພາບ​ພູມິ​ປະ​ເທດ ​ໃນ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ກັບ​ທັງ​ຍັງ​ອາດ​ຈະ​ບໍ່​ສອດ​ຄ້ອງ ​ກັບ​ການ​ພັດທະນາ​ເສດຖະກິດ​ ຂອງ​ລາວ ອີກ​ດ້ວຍ​ ເພາະສະນັ້ນ ທາງ​ການ​ຈີນ ຈຶ່ງ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່ ທີ່​ແຍກ​ກັນ​ລະຫວ່າງ​ຂະ​ບວນ ​ໂດຍສານ​ທີ່​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ ​ແລະ ຂະ​ບວນຂົນ​ສົ່ງ​ສິນຄ້າ ທີ່​ມີ​ຄວາມ​ໄວ 120 ກິ​ໂລ​ແມັດ ຕໍ່​ຊົ່ງ​ໂມງ​ ຕາກ​ລຳດັບ.

XS
SM
MD
LG