ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ການພັດທະນາໃນລາວ ທີ່ອິງໃສ່ແຕ່ ຊັບພະຍາກອນ ທໍາມະຊາດນັ້ນ ຈະບໍ່ສົ່ງຜົນດີ ໃນລະຍະຍາວ


ການຂຸດຄົ້ນຊັບພະຍາກອນທໍາມະຊາດ ແຫ່ງນຶ່ງໃນລາວ
ການຂຸດຄົ້ນຊັບພະຍາກອນທໍາມະຊາດ ແຫ່ງນຶ່ງໃນລາວ
ນາ​ຍົກລັດຖະມົນຕີ ຍອມຮັບ​ວ່າການ​ພັດທະນາ​ທາງ​ເສດຖະກິດ​
ຂອງ​ລາວ​ຍັງ​ອິງ​ໃສ່ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດເປັນ​
ດ້ານ​ຫຼັກ ທັງ​ຍັງ​ໄດ້​ ສົ່ງ​ຜົນ​ກະທົບ​ ຕໍ່​ສິ່ງ​ແວດລ້ອມ​ ທໍ​າມະ​ຊາດ​
ຫຼາຍ​ຂຶ້ນນັບ​ມື້ອີກ​ດ້ວຍ.


ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ຖະ​ແຫຼ​ງຍອມຮັບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ທີ່​ໄດ້​ດໍາ​ເນີນ​ກອງ​ປະຊຸມ​ໃນລະ ຫວ່າງ ວັນ​ທີ 9-25 ທັນວາ​ນີ້ ວ່າ​ສະພາບ​ການ​ພັດທະນາ​ທາງ​ເສດຖະກິດ​ຂອງ​ລາວ​ໃນ ປັດຈຸບັນ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ກໍ​ຕາມ​ ຫາກ​ແຕ່​ພື້ນ ຖານ​ການ​ຜະ​ລິດ​ສິນຄ້າ​ກໍ​ຍັງ​ອິງ​ໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດ​ເປັນ​ຕົ້ນຕໍ.

ຍີ່​ງ​ໄປ​ກວ່າ​ນັ້ນ ຜົນ​ການກວດ​ກາ​ບັນດາ​ໂຄງການ​ລົງທຶນ​ທີ່​ເປັນ​ການ​ຂຸດ​ຄົ້ນ​ຊັບ​ພະຍາ ກອນ​ທໍາ​ມະ​ຊາດ​ໃນ​ທົ່ວ​ປະ​ເທດ​ໃນ​ລາວ​ລະຍະ​ທີ່​ຜ່ານ​ມາ ກໍ​ຍັງ​ພົບ​ວ່າ​ມີ​ຫຼາຍໆ​ໂຄງ ການ​ທີ່​ໄດ້​ດໍາ ​ເນີນ​ການ​ຂຸດ​ຄົ້ນ​ໃນ​ລັກສະນະ​ສວນ​ທາງ​ກັບ​ຫຼັກການ​ພັດທະນາ​ແບບ​ຍືນ​ຍົງ ທັງ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ຫຼາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້ຖະ​ແຫຼ​ງ​ເນັ້ນ​ຢໍ້າວ່າ:

ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

“​ເສດຖະກິດ​ແຫ່ງ​ຊາດ ​ເຖິງ​ແມ່ນ​ວ່າມີ​ການ​ເຕີບ​ໂຕ​ແລະ​
ຕໍ່​ເນືອງ ​ແຕ່ພື້ນຖານ​ ຍັງ​ບໍ່​ທັນ​ໜັກ​ແໜ້ນ ການ​ສະ​ສົມ​
ພາຍ​ໃນ​ຍັງ​ມີ​ນ້ອຍ ພື້ນຖານ​ການ​ຜະລິດ​ບໍ່​ທັນ​ຫຼາຍ ຍັງ​
ອາ​ໄສ​ການ​ຂົດ​ຄົ້ນ​ຊັບພະຍາກອນ​ທໍາ​ມະ​ຊາດແລະ​ການ​
ສົ່ງ​ອອກ​ວັດຖຸ​ດິບ ​ເປັນ​ຕົ້ນຕໍ ການ​ຄຸ້ມ​ຄອງ​ນໍາ​ໃຊ້​ຊັບພະ
ຍາກອນ​ທໍາ​ມະ​ຊາດ​ມີ​ຫຼາຍ​ກໍ​ລະ​ນີບໍ່​ທັນ​ຮັບປະກັນ​ຄວາມ​
ຍືນ​ຍົງ ​ແລະ​ບໍ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ.” ​


ໃນ​ປັດຈຸບັນ ລັດຖະບານ​ລາວ​ກໍາລັງ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ສະບັບ​ທີ 7 ທີ່​ໄດ້​ເລີ່​ມລົງມື​ປະຕິບັດ​ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ ແລະ​ຍັງ​ຈະ​ຈັດ​ຕັ້ງ​ປະຕິບັດຕໍ່​ໄປ​ຈົນ​ເຖິງ ປີ 2015 ​ໂດຍ​ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ​ເສດຖະ ກິດ​ລາວ​ໄດ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນຈາກ 8.1% ​ໃນ​ແຜນການ​ປີ 2010-2011 ​ເປັນ 8.3% ທັງ​ໃນ​ແຜນການ​ປີ 2011-2012 ​ແລະ​ແຜນການ​ປີ 2012-2013.

​ໂດຍ​ປັດ​ໄຈ​ສໍາຄັນ​ ທີ່​ຊຸກຍູ້​ໃຫ້​ເສດຖະກິດ​ຂອງ​ລາວ​ ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນດັ່ງ ກ່າວ ກໍ​ຄື​ການ​ຂະຫຍາ​ຍຕົວ​ຂອງ​ການ​ຜະລິດ​ໃນ​ພາກ​ອຸດສາຫະກໍາ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ​ ພາກ​ພະລັງງານ ຫາກ​ແຕ່ວ່າ​ທະນາຄານໂລກ ​ແລະ​ທະນາຄານ​ພັດທະນາ​ເອ​ເຊຍ
(ADB) ກໍ​ໄດ້​ຕັກ​ເຕືອນ​ວ່າ ການ​ພັດທະນາ​ເສດຖະກິດ ​ທີ່​ອິງ​ໃສ່​ແຕ່​ການ​ຂຸດ​ຄົ້ນຊັບພະຍາ
ກອນ​ທໍາ​ມະ​ຊາດ​ເປັນຕົ້ນຕໍ​ນັ້ນ ຈະ​ບໍ່​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ລາວ​ໃນ​ລະຍະ​ຍາວ ​ເພາະ
​ບໍ່​ມີ​ພຽງ​ແຕ່​ຈະ​ເຮັດ​ໃຫ້ ຊັບພະຍາກອນ​ຕ້ອງ​ລົດ​ນ້ອຍ​ລົງ​ໄປ​ເລືອ​ຍໆ​ເທົ່າ​ນັ້ນ ​ແຕ່​ຍັງ​ຈະ​ສົ່ງ
​ຜົນ​ກະທົບ​ຕໍ່​ສະພາ​ແວດ ລ້ອມ​ທໍາ​ມະ​ຊາດ​ໃນ​ລາວ​ຢ່າງ​ກວ້າງຂວາງ​ອີກ​ດ້ວຍ.

ຕຶກຫ້ອງວ່າການ ລັດຖະບານລາວ ທີ່ນະຄອນຫລວງວຽງຈັນ ຖ່າຍຈາກອະນຸສາວະລີ ປະຕູໄຊ
ຕຶກຫ້ອງວ່າການ ລັດຖະບານລາວ ທີ່ນະຄອນຫລວງວຽງຈັນ ຖ່າຍຈາກອະນຸສາວະລີ ປະຕູໄຊ


​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ ກໍ​ຍັງຢືນຢັນ​ຈະ​ຊຸກຍູ້​ໃຫ້
​ເ​ສດຖະກິດ​ໃນ​ລາວ​ ຂະ ຫຍາຍ ຕົວ​ເພີ່ມ​ຂຶ້ນຕໍ່​ໄປ​ຢ່າງ​ຕໍ່​ເນື່ອງ ​
ໂດຍ​ລ່າ​ສຸດ​ກໍ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ແຜນ ການ​ແລະ​ການ​
ລົງທຶນ​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ​ໃນ​ການ​ຮ່າງ​ແຜນການ​
ພັດທະນາ​ເສດຖະກິດ-ສັງຄົມ ສະບັບ​ທີ 8 ສໍາລັບ​ຈັດ​ຕັ້ງ​ປະຕິ
ບັດ​ໃນ​ຊ່ວງ​ປີ 2016-2020 ຕໍ່​ໄປ. ​

ໂດຍ​ລັດຖະບານ​ລາວ ​ໄດ້​ວາງ​ຄາດໝາຍ​ໄວ້​ວ່າ​ເສດຖະກິດລາວ​
ຈະ​ຕ້ອງ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ ລະຫວ່າງ 8.5%
ຫາ 9% ​ໃນ​ແຕ່ລະ​ປີ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ຂອງ​ລາວ ສາມາດຄິດ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ໄດ້​ເຖິງ 3,200 ​ໂດ​ລ່າ ຕໍ່​ຄົນ​ຕໍ່​ປີ ​ໃນ​ປີ 2020 ​ແລະ​ເປັນ​ການ​ຮັບປະກັນ​ວ່າ​ລາວ​ໄດ້​ຫຼຸດ​ພົ້ນ​ຈາກ​ການ​ເປັນ​ປະ​ເທດດ້ອຍ​ພັດທະນາ​ແລ້ວ​ອີກ​ດ້ວຍ.

ທາງ​ດ້ານ​ ທ່ານ​ລີ​ເບີ ລີ​ບົວ​ປາວ ຜູ້​ອໍານວຍ​ການ​ສະ​ຖາ​ບັນ​ວິ​ໄຈ​ ເສດຖະກິດ​ແຫ່ງ​ຊາດ​
ລາວ ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເສດຖະກິດຂອງລາວ​ມີ​ຄວາມ​ອາດ​ສາມາດ​ທີ່​ຈະ​
ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໄດ້​ ໃນ​ອັດຕາ​ສ​ະ​ເລ່ຍທີ່​ເກີນ​ກວ່າ 9% ຕໍ່​ປີ ຖ້າ​ຫາກ​ວ່າ​ໂຄງການກໍ່
ສ້າງ​ທາງ​ລົດ ​ໄຟ​ຄວາມ​ໄວ​ສູງ​ທີ່​ເຊື່ອມ​ຕໍ່​ຈາກ​ລາວ​ໄປ​ຈີນ​ໄດ້​ເກີດ​ຂຶ້ນຢ່າງ​ເປັນ​ຮູບ​ປະທໍາ
​ແຕ່​ກໍ​ຍັງ​ບໍ່​ຊັດເຈນ​ວ່າ ​ໂຄງການ​ດັ່ງກ່າວ​ນີ້ ຈະ​ສາມາດ​ເລີ່​ມລົງມື​ກໍ່ສ້າງ​ໄດ້​ເມື່ອ​ໃດ​ແທ້ ​
ເພາະ​ທາງ​ການ​ຈີນ ຍັງ​ບໍ່​ອະນຸມັດ​ເງິນ​ກູ້​ 7,000 ລ້ານ​ໂດ​ລ່າ​ໃຫ້​ລາວ​ນັ້ນ​ເອງ.
XS
SM
MD
LG