ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ ຕັ້ງເຂດ ໄຊສົມບູນ ເປັນແຂວງ ທີ 18 ຂອງປະເທດ


ບັນດາເຈົ້າໜ້າທີ່ ແຂວງໄຊສົມບູນ
ບັນດາເຈົ້າໜ້າທີ່ ແຂວງໄຊສົມບູນ
ລັດຖະບານ​ລາວ​ປະກາດ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນ ​ເປັນ​ແຂວງ​
ທີ່ 17 ຂອງ​ປະ​ເທດ​ດ້ວຍ​ເປົ້າໝາຍ​ທີ່​ຈະ​ເພີ່ມ​ປະສິດທິພາບ​ໃນ​
ການ​ປົກຄອງ ​ແລະ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ພັດທະ​ນາ​ຕ່າງໆ​
ຢ່າງ​ທົ່ວ​ເຖິງ


ພິທີການ​ປະກາດການ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນ ​ເປັນ​ແຂວງ​ທ່ີ
17 ຂອງ ສປປ.ລາວ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 31
ທັນວາ ປີ 2013 ທີ່​ຜ່ານ​ມາ ​ໂດຍ​ມີ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ການ​ນໍາ​ພັກ-ລັດ ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ ພະນັກງານ​ລັດຖະກອນ ​ແລະ​ປະຊາ​ຊົນ​ລາວ ​ເຂົ້າຮ່ວມ​ໃນ​ພິທີ​ດັ່ງ​ກ່າວ​.

​ໂດຍ​ແຂວງ​ໄຊ​ສົມບູນ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ນີ້ ປະກອບ​ມີ​ເຂດ​ການ​ປົກຄອງ 5 ​ເມືອງ​ດ້ວຍ​ກັນ​ກໍ​ຄື ​ເມືອງ​ຮົ່ມ ​ເມືອງ​ທ່າ​ໂທມ ​ເມືອງອະນຸວົງ ເມືອງ​ລອງ​ຊານ ​ແລະ​ເມືອງ​ລ່ອງ​ແຈ້ງ ຊຶ່ງ​ໃນ​ນີ້​ກໍ​ມີ​ຢູ່ 3 ​ເມືອງ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່ ກໍ​ຄື​ເມືອງ​ລອງ​ຊານ ທີ່ແຍກ​ອອກ​ຈາກ​ເມືອງ​ຮົ່ມ ກັບ​ເມືອງ​ລ່ອງ​ແຈງ ​ແລະ​ເມືອງ​ອະນຸວົງ ທີ່​ສ້າງ​ຕັ້ງ​ຂຶ້ນມາ ​ແທນ​ເມືອງ​ໄຊ​ສົມບູນ​ນັ້ນ​ເອງ. ​

ເຂດໄຊ​ສົມບູນ ​ເຄີຍ​ເປັນ​ເຂດ​ປົກຄອງ​ພິ​ເສດ ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງ​ກອງ ທັບປະຊາຊົນ​ລາວ ​ໃນ​ຊ່ວງ​ປີ 1975-2006 ​ເນື່ອງ​ຈາກ​ເປັນ​ເຂດ​ທີ່​ມີ​ບັນດາ​ຊາວ​ມົ້ງອາ​ໄສ​ຢູ່ ຢ່າງ​ໜາ​ແໜ້ນເຂດ​ນຶ່ງ​ໃນ​ລາວ ​ໂດຍ​ລັດຖະບານ​ລາວ​ໄດ້​ປະກາດ​ຍົກ​ເລີກ​ເຂດ​ພິ​ເສດ​ໄຊ​ສົມບູນດັ່ງກ່າວ​ໃນ​ປີ 2006 ​ແລ້ວ​ກໍ​ໄດ້​ໂອນ​ຍ້າຍ​ເມືອງ​ໄຊ​ສົມບູນ​ແລະ​ເມືອງ​ຮົ່ມ​ໄປ​ຢູ່​ພາຍ​ໃຕ້ ອໍານາດ​ການ​ປົກຄອງແຂວງ​ວຽງ​ຈັນ.

ສ່ວນ​ເມືອງ​ທ່າ​ໂທມ​ນັ້ນ ກໍ​ເຄີຍ​ຢູ່​ພາຍ​ໃຕ້​ອໍານາດ​ການປົກຄອງ​ແຂວງ​ຊຽງ​ຂວາງ ຫາກ​ແຕ່​ວ່າ​ເມື່ອ​ມີ​ການ​ສ້າງ​ຕັ້ງ​ ແຂວງ​ໄຊ​ສົມບູນ​ຂຶ້ນມາ​ ຢ່າງ​ເປັນທາງ​ການ​ໃນ​ຄັ້ງ​ນີ້ ລັດຖະ ບານ​ລາວ​ຈຶ່ງ​ໄດ້​ໂອນ​ຍ້າຍ​ເມືອງ​ທ່າ​ໂທມ ​ໃຫ້ມາ​ເປັນ​ສ່ວນ​ນື່ງຂອງ​ແຂວງ​ໄຊ​ສົມບູນ ຊຶ່ງ ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ໂອນ​ຍ້າຍ​ກຸ່ມ​ບ້ານ​ໂພນ​ພະ ​ແລະ​ກຸ່ມ​ບ້ານ​ເມືອ​ງພູນ​ເກົ່າ ຈາກ​ເມືອງ​ວັງ​ວຽງ ​ແຂວງ​ວຽງຈັນ ​ໃຫ້​ມາ​ຢູ່​ພາຍ​ໃຕ້​ອໍານາດ​ການ​ປົກຄອງ​ແຂວງ​ໄຊ​ສົມບູນ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ດັ່ງກ່າວ.

ແຂວງໄຊສົມບູນ
ແຂວງໄຊສົມບູນ

ການ​ສ້າງ​ຕັ້ງ​ ແຂວງ​ໄຊ​ສົມ​ບູນດັ່ງກ່າວ​ນີ້ ໄດ້​ຜ່ານ​ການ​ຮັບຮອງ​
ຈາກ​ກອງ​ປະຊຸມ​ສະ​ໄໝ​ສາ ມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​
ລາວ​ຊຸດ​ທີ 7 ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ທັນວາ​ປີກາຍ​ນີ້
ຊຶ່ງ​ໃນ​ໂອກາດ​ດັ່ງ​ກ່າວ ທ່ານຄໍາ​ມູນ ວິ​ພົງ​ໃຊ ລັດຖະມົນຕີ​ຊ່ວຍ​
ວ່າການ​ກະຊວງພາຍ​ໃນ​ ກໍ​ໄດ້​ຖະ​ແຫຼ​ງ​ເຖິງ​ຄວາມ​ຈໍາ​ເປັນ ​ແລະ​
ເປົ້າໝາຍ​ທີ່​ໄດ້​ມີ​ການ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນຂຶ້ນມາ​ຢ່າງ​ເປັນ​
ທາງ​ການ​ວ່າ:

“​ເປົ້າໝາຍ​ແລະ​ຄວາມ​ຈໍາ​ເປັນ​ຂອງ​ການ​ສ້າງ​ຕັ້ງ​ແຂວງ​ໄຊສົມບູນ ​ແມ່ນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ຄະນະ​ພັກ ​ແລະ​ອົງການ​ປົກຄອງ​ຂັ້ນ​ແຂວງ ​ແລະ​ຂັ້ນ​ເມືອງ​ລົງ​ຊີ້​ນໍາພາ​ບ້ານ​ໄດ້​ຢ່າງ​ສະດວກ​ໃກ້ຊິດ ​ແລະ​ເຮັດ​ໃຫ້​ເຂດ​ດັ່ງກ່າວ​ນີ້ ​ໄດ້​ຮັບການ​ພັດທະນາ​ໄວ​ຂຶ້ນ ​ແລະ ທົ່ວ​ເຖິງ ຄື​ກັນ​ກັບ​ເມືອງ​ອື່ນໆ.”

​ໂດຍ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ເຈົ້າ​ແຂວງ​ຄົນ​ທໍາ​ອິດ ຂອງ​ແຂວງ​ໄຊ​ສົມບູນ ກໍ​ແມ່ນ​ທ່ານ​ສົມບັດ ​ເຢຍລີ​ເຮີ ອະດີດ​ເຈົ້າຄອງ​ເຂດ​ນະຄອນ​ຫຼວງວຽງຈັນ ທັງ​ຍັງ​ຄວບ​ຕໍາ​ແໜ່​ງ​ເລຂາ​ພັກ​ແຂວງ​ດ້ວຍ ພ້ອມ​ກັນ​ນີ້ ​ກໍ​ໄດ້​ມີການ​ແຕ່ງ​ຕັ້ງ​ຕໍາ​ແໜ່​ງ ຮອງ​ເຈົ້າ​ແຂວງ​ສອງ​ທ່ານ ຄື​ທ່ານ ພອຍ​ຄໍາ ຮຸ່ງ​ບຸນ​ຍວງ ອະດີດ​ເຈົ້າ​ເມືອງ​ຈັນທະ​ບຸລີ ​ໃນ​ເຂດ​ນະຄອນ​ວຽງ​ຈັນ ​ແລະ​ທ່ານ​ລາວ​ປາວ​ຊົງ ນະ​ວົງ​ໄຊ ຜູ້​ນໍາ​ຄົນນຶ່ງຂອງຊົນ​ເຜົ່າ​ມົ້ງ.

ທາງ​ດ້ານ​ທ່ານ​ທອງ​ສິງ ກໍ​ໄດ້​ເນັ້ນ​ຢໍ້າ​ໃຫ້​ຄະນະບໍລິຫານ​ງານ​ແຂວງ​ໄຊ​ສົມບູນ ຕ້ອງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ການ​ເມືອງ​ຂອງ​ຕົນ​ໃຫ້​ສູງ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ເຮັດ​ໃຫ້​ສໍາ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ຕາມ​ການ​ມອບ​ໝາຍ​ຂອງຂັ້ນ​ເທິງ ກໍ​ຄື​ການ​ນໍາພາ​ພະນັກງານ ທະຫານ ຕໍາຫຼວດ ປະຊາຊົນ ​ແລະ​ສ້າງສາ​ພັດທະນາ​ເສດຖະກິດ ​ແລະ​ ພື້ນຖານ​ໂຄງ​ຮ່າງ ​ໃຫ້​ຈະເລີ​ນຮຸ່ງ​ເຮືອງ ​ແລະ​ກໍ່ສ້າງ​ສັງຄົມ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ ​ແລະເປັນ​ລະ ບຽບ​ຮຽບຮ້ອຍ. ​

ໂດຍ​ໃນ​ປັດຈຸບັນ​ນີ້ ​ແຂວງ​ໄຊ​ສົມບູນ​ມີ​ຈໍານວນ​ປະຊາກອນ​ທັງ​ໝົດ 81,801 ຄົນ ​ໃນ 7,800 ຄອບຄົວ ຊຶ່ງ​ໃນ​ຈໍານວນ​ດັ່ງກ່າວ​ນີ້ ກໍ​ປະກົດ​ວ່າ​ ຍັງ​ມີ​ຢູ່​ເຖິງ ​3,600 ກວ່າ​ຄອບ ຄົວ ທີ່​ຍັງ​ທຸກ​ຍາກ ​ແລະ​ມີ​ພື້ນ​ທີ່​ໃນ​ເຂດ​ປົກຄອງ​ກວ້າງ​ກວ່າ 8,500 ກິ​ໂລ​ແມັດມົນທົນ.
XS
SM
MD
LG