ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປ່າ​ສະຫງວນ​ແຫ່ງ​ຊາດ​ລາວ ຍັງເຫຼືອຢູ່​ບໍ່​ເຖິງ 4 ລ້ານ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ


ພື້ນ​ທີ່​ປ່າ​ສະຫງວນ​ແຫ່ງ​ຊາດ​ລາວ ຫລຸດລົງ​ຢ່າງ​ຕໍ່​ເນື່ອງ ຍັງ​ເຫຼືອຢູ່​ບໍ່​ເຖິງ 4 ລ້ານ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ.
ພື້ນ​ທີ່​ປ່າ​ສະຫງວນ​ແຫ່ງ​ຊາດ​ລາວ ຫລຸດລົງ​ຢ່າງ​ຕໍ່​ເນື່ອງ ຍັງ​ເຫຼືອຢູ່​ບໍ່​ເຖິງ 4 ລ້ານ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ.
ພື້ນ​ທີ່​ປ່າ​ສະຫງວນ​ແຫ່ງ​ຊາດ​ລາວ ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ​ໂດຍ​
ເຊື່ອວ່າ​ຍັງ​ເຫຼືອຢູ່​ບໍ່​ເຖິງ 4 ລ້ານ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ ​ຊຶ່ງມີ​
ສາ​ເຫດ​ມາ​ຈາ​ກ ການລັກລອບ​ຕັດ​ໄມ້​ຜິດ​ກົດໝາຍ​ ທີ່ຍັງ​ເກີດ​
ຂຶ້ນຢ່າງ​ກວ້າງຂວາງ.

​ເຈົ້າໜ້າ​ທີ່​ຂັ້ນສູງ​ ໃນ​ກະຊວງ​ຊັບພະຍາກອນແລະສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ ​ເປີດ​ເຜີຍວ່າປ່າໄມ້​ຢູ່​ໃນ​ເຂດ​ ປ່າ​ສະຫງວນ​ແຫ່ງ​ຊາດ​ຂອງ​ລາວ ​ໄດ້ຫລຸດ​ລະດັບ​ຄວາມ​
ໜາ​ແໜ້ນ​ລົງ​ ຢ່າງຫຼວງຫຼາຍ​ໃນ​ລະຍະ 10 ປີ​ມາ​ນີ້ ​ໂດຍ​ການ​ສຳຫຼວດ​ໃນ​ປີ 2013
ພົບ​ວ່າ​ ເຂ​ດປ່າ​ສະຫງວນ​ແຫ່ງ​ຊາດ​ ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງກະຊວງ​ຊັບພະຍາກອນ ​ແລະສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດນັ້ນ ມີ​ເນື້ອ​ທີ່​ລວມ 4 ລ້ານ​ກວ່າ​ເຮັກຕາ.
ສະຖານທີ່ແຫ່ງໜຶ່ງ ທີ່ມີການ​ລັກລອບ​ຕັດໄມ້ເພື່ອ​ການ​ຄ້າ​ຜິດ​ກົດໝາຍ.
ສະຖານທີ່ແຫ່ງໜຶ່ງ ທີ່ມີການ​ລັກລອບ​ຕັດໄມ້ເພື່ອ​ການ​ຄ້າ​ຜິດ​ກົດໝາຍ.

ຫາກ​ແຕ່​ໃນ​ປັດຈຸບັນ ກໍ​ເຊື່ອ​ວ່າ​ລະດັບ​ຄວາມ​ໜາ​ແໜ້ນ​ ຂອງ​
ປ່າ​ໄມ້​ໃນ​ເຂດ​ປ່າ​ສະຫງວນ​ດັ່ງ​ກ່າວ​ ໄດ້ຫລຸດ​ລົງ​ມາເຫຼືອຢູ່​ບໍ່​ເຖິງ
4 ລ້ານ​ເຮັກຕາ ​ໂດຍ​ນອກຈາກ​ຈະ​ມີ​ສາ​ເຫດ​ມາ​ຈາກ​ ການ​ຖາງ​
ແລະ​ ເຜົາ​ປ່າ​ເພື່ອ​ເຮັດ​ໄຮ່​ເລື່ອນລອຍ​ ຂອງ​ປະຊາ​ຊົນ​ລາວ​ແລ້ວ
ກໍ​ຍັງ​ມີ​ສາ​ເຫດ​ທີ່​ສຳຄັນ ມາ​ຈາກ​ການ​ລັກລອບ​ຕັດໄມ້ເພື່ອ​ການ​
ຄ້າຜິດ​ກົດໝາຍ ທີ່​ເກີດ​ຂຶ້ນຢ່າງ​ກວ້າງ​ຂວາງ ​ໃນ​ທົ່ວ​ປະ​ເທດ​ລາວ
​ໃນ​ປັດຈຸບັນນີ້.

​ໂດຍ​ສະ​ເພາະ​ແມ່ນ​ການ​ທີ່​ບັນດາ​ພໍ່ຄ້າ​ໄມ້ ​ໄດ້​ວ່າ​ຈ້າງ​ໃຫ້​ປະຊາ
ຊົນລາວ​ໃນ​ລະດັບທ້ອງ​ຖິ່ນ ​ເພື່ອ​ໃຫ້​ເຂົ້າ​ໄປ​ລັກລອບ​ຕັດ​ໄມ້​ ໃນ
​ເຂ​ດປ່າ​ສະຫງວນ​ແຫ່ງ​ຊາດ​ນັ້ນ ຖື​ເປັນ​ບັນຫາ​ທີ່​ໄດ້​ເກີດ​ຂຶ້ນ ຢ່າງ​ກວ້າງຂວາງ​ທີ່​ສຸດ
​ໃນເວ​ລາ​ນີ້ ທັງ​ກໍ​ຍັງ​ເປັນ​ການຍາກ ​ທີ່​ຈະ​ປ້ອງກັນ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່ຂັ້ນສູງ
ທ່ານນຶ່ງ​ໄດ້​ຢືນຢັນວ່າ:
ການ​ຖາງ​ ແລະ​ເຜົາ​ປ່າ ​ເພື່ອ​ເຮັດ​ໄຮ່​ເລື່ອນລອຍ​ ກໍ​ຍັງ​ມີ​ສາ​ເຫດ​ທີ່​ສຳຄັນ ມາ​ຈາກ​ການ​ລັກລອບ​ຕັດໄມ້ ເພື່ອ​ການ​ຄ້າ​ຜິດ​ກົດໝາຍ.
ການ​ຖາງ​ ແລະ​ເຜົາ​ປ່າ ​ເພື່ອ​ເຮັດ​ໄຮ່​ເລື່ອນລອຍ​ ກໍ​ຍັງ​ມີ​ສາ​ເຫດ​ທີ່​ສຳຄັນ ມາ​ຈາກ​ການ​ລັກລອບ​ຕັດໄມ້ ເພື່ອ​ການ​ຄ້າ​ຜິດ​ກົດໝາຍ.

“ການ​ບຸກລຸກ​ປ່າ​ສະຫງວນ ປ່າ​ປ້ອງ​ກັນ​ນີ້​ ມັນ​ມີຫຼາຍ
ສາ​ເຫດ ​ເປັນ​ຕົ້ນນີ້​ ແມ່ນ​ການ​ຖາງ​ປ່າ​ເຮັດ​ໄຮ່​ຫັ້ນ ​
ໄຟ​ໄໝ້​ປ່າແລ້ວ ກະ​ມີ​ນັກ​ທຸລະ​ກິດ​ຈຳນວນ​ໜຶ່ງ ​ທີ່ຢູ່​
ເບື້ອງຫຼັງ​ໃຫ້​ປະຊາ​ຊົນ​ລັກລອບ​ຕັດ​ໄມ້​ ໂດຍ​ນຳ​ໃຊ້​
ລົດ​ໄຖ​ນາ​ຫັ້ນ​ແລ້ວ ​ໄປ​ແກ່​ໄມ້​ໃນ​ກາງຄືນ ອັນ​ນີ້​ຍາກ​
ໃນ​ການ​ສະກັດ​ກັ້ນ​.”


​ເຈົ້າໜ້າ​ທີ່​ຂັ້ນສູງ ຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍ​ວ່າ ນອກຈາ​ກ
ການ​ລັກລອບ​ຕັດ​ໄມ້ ​ໃນ​ເຂ​ດປ່າ​ສະຫງວນ​ແຫ່ງ​ຊາດ​ດັ່ງກ່າວ
​ແລ້ວ ເຂດ​ປ່າ​ປ້ອງ​ກັນ​ໃນ​ລາວ​ທີ່​ມີ​ພື້ນ​ທີ່​ກວ້າງ​ກວ່າ 7 ລ້ານ​
ເຮັກຕາ ​ໃນ​ທົ່ວ​ປະ​ເທດ​ລາວ​ໃນ​ປັດຈຸ​ບັນ​ນີ້ ກໍ​ກຳລັງ​ຕົກ​ຢູ່​ພາຍ​
ໃຕ້​ສະພາບ​ບັນຫາດຽວ​ກັນ ​ໂດຍ​ປັດ​ໄຈ​ສຳຄັນ​ປະການ​ໜຶ່ງ ​
ທີ່​ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ນີ້ ສາມາດ​ເກີດ​ຂຶ້ນໄດ້ ຢ່າງ​ກວ້າງ
ຂວາງ​ ກໍ​ຍ້ອນ​ວ່າ​ບັນດາ​ພະນັກງານ​ຂອງ​ລັດ ​ໄດ້​ໃຫ້ການ​ຮ່ວມ​
ມື​ກັບຂະ​ບວນການ​ຄ້າ​ໄມ້​ເຖື່ອນ ​ໂດຍ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດ
ຕອບ​ແທນ​ສ່ວນ​ຕົວ​ເປັນ​ສິ່ງ​ທີ່​ສຳຄັນກວ່າ​ຜົນ​ກະທົບຕໍ່ປະ​ເທດ​ຊາດ​ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ກະຊວງ​ກະສິກຳ ປ່າ​ໄມ້ ລາຍ​ງານ​ວ່າ​ຫນ່ວຍສະ​ເພາະ​ກິດ​ຂອງ​ຕຳ​ຫລວດ ສາມາດ​ຢຶດ​ໄມ້​ທີ່​ລັກລອບ​ຕັດ ​ໂດຍ​ຜິດ​ກົດໝາຍ​ໄດ້ຫຼາຍກ່ວາ 8 ​ແສນ​ແມັດ​ກ້ອນ​ ​ໃນ​
ຊ່ວງ​ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​ປະຈຳ​ປີ 2013-2014 ນີ້ ​ໂດຍ​ໄມ້​ທີ່ຢຶດ​ໄດ້​ດັ່ງ
ກ່າວ ຖື​ເປັນ​ປະລິມານ​ທີ່ຫຼາຍກວ່າ​ໄ​ມ້ ທີ່​ໄດ້​ອະນຸຍາດ​ ໃຫ້ຕັດ​ໄດ້​ຢ່າງ​ຖືກຕ້ອງ​ຕາມ​
ກົດໝາຍ ​ໃນ​ລະຍະ​ດຽວ​ກັນ​ນີ້​ເຖິງ 8 ​ເທົ້າຕົວ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ​ໃນຕະຫຼອດ​ແຜນການ​ປີ 2013-2014 ນີ້ ລັດຖະບານ​ລາວ ​ໄດ້​ອະນຸມັດ​ໂຄ​ວຕາ​ການ​ຕັດໄມ້ຄິດ​ເປັນ​ປະລິມານ​ລວມຫຼາຍກວ່າ 1 ລ້ານແມັດ​ກ້ອນ
ໃນທົ່ວປະເທດ ໂດຍໃນນີ້ກໍແບ່ງເປັນໂຄວຕາໄມ້ປົກກະຕິ 580,071 ແມັດກ້ອນ ແລະ
ໂຄວຕາໄມ້ພິເສດ ທີ່ຕ້ອງຕັດອອກຈາກເຂດພັດທະນາໂຄງການຕ່າງໆ ໃນປະລິມານ
ລວມ 446,783 ແມັດກ້ອນ.

ຫາກແຕ່ວ່າຈາກການຈັດຕັ້ງປະຕິບັດ ໃນລະຍະ 6 ເດືອນທຳອິດ ຂອງແຜນການ ກໍຄື ນັບແຕ່ເດືອນຕຸລາ 2013 ເຖິງເດືອນມີນາ 2014 ນີ້ ກໍປະກົດວ່າ ໄດ້ຕັດໄມ້ໃນລະບົບ
ໂຄວຕາປົກກະຕິ ໄປແລ້ວ 69,888 ແມັດກ້ອນ ຫຼືຄິດເປັນ 12 ເປີເຊັນ ຂອງແຜນການ
ປີເທົ່ານັ້ນ ສ່ວນໄມ້ໃນລະບົບໂຄວຕາພິເສດ ກໍໄດ້ຕັດໄປແລ້ວ 58,142 ແມັດກ້ອນ ຫຼື
ຄິດເປັນພຽງແຕ່ 13 ເປີເຊັນ ຂອງແຜນການຕະຫຼອດປີເທົ່ານັ້ນ.

ນອກຈາກນີ້ ກໍມີລາຍງານວ່າ ລັດຖະບານລາວສາມາດ ຈັດເກັບລາຍຮັບ ຈາກພາສີ
ການສົ່ງໄມ້ອອກໄປຍັງຕ່າງປະເທດໄດ້ບໍ່ເຖິງ 20 ລ້ານດອນລາໃນຕະຫຼອດແຜນການ
ປີ 2012-2013 ທີ່ຜ່ານມາ.
XS
SM
MD
LG