ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວກັບມຽນມາ ລົງມືກໍ່ສ້າງ ຂົວຂ້າມນໍ້າຂອງ ລະຫວ່າງກັນ ແຫ່ງທໍາອິດ


ພິທີວາງສີລາເລີກ ການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ລະຫວ່າງລາວ ແລະມຽນມາ ທີ່ຈັດຂຶ້ນເມື່ອວັນທີ 16 ກຸມພາ 2013.
ພິທີວາງສີລາເລີກ ການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ລະຫວ່າງລາວ ແລະມຽນມາ ທີ່ຈັດຂຶ້ນເມື່ອວັນທີ 16 ກຸມພາ 2013.
ທາງການລາວກັບມຽນມາເລີ່ມລົງມືກໍ່ສ້າງຂົວຂ້າມແມ່ນໍ້າຂອງ
ແຫ່ງທໍາອິດ ເພື່ອເຊື່ອມຕໍ່ກັນໃຫ້ໄດ້ພາຍໃນປີ 2015 ສ່ວນຂົວ
ແຫ່ງທີ 4 ລະຫວ່າງ ລາວ-ໄທກໍຈະສໍາເລັດໃນເດືອນມິຖຸນາປີນີ້.

ພິທີການວາງສິລາເລິກ ເພື່ອເລີ່ມລົງມືກໍ່ສ້າງຂົວຂ້າມແມ່ນໍ້າ
ຂອງແຫ່ງທໍາອິດ ລະຫວ່າງລາວກັບມຽນມາ ໄດ້ມີຂຶ້ນຢ່າງເປັນ
ທາງການເມື່ອບໍ່ດົນມານີ້ ໂດຍມີທ່ານສົມມາດ ພົນເສນາ ລັດຖະ ມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ເປັນ
ປະທານໃນພິທີ ຮ່ວມກັບທ່ານ ຈໍ ລິນ ລັດຖະມົນຕີວ່າການກະ
ຊວງກໍ່ສ້າງຂອງມຽນມາ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມໜ້າ.

ຂົວຂ້າມແມ່ນໍ້າຂອງແຫ່ງທໍາອິດລະຫວ່າງລາວກັບມຽນມາ
ດັ່ງກ່າວນີ້ ຕັ້ງຢູ່ໃນເຂດບ້ານຫ້ວຍກຸ່ມໃນເຂດເມືອງລອງ ແຂວງຫຼວງນໍ້າທາ ຊຶ່ງຢູ່ກົງກັນ ຂ້າມກັບບ້ານຊຽງລາຍ ເມືອງທ່າຂີ້ເຫຼັກ ໃນເຂດລັດສານຂອງສະຫະພາບມຽນມາ ໂດຍ ຂົວຈະມີຄວາມຍາວ 691,6 ແມັດ ກວ້າງ 10,9 ແມັດ ຊຶ່ງຈະມີທາງລົດ 2 ຊ່ອງ ທາງຈະ ລາຈອນກວ້າງ 8,5 ແມັດ ແລະທາງຍ່າງ 2 ເບື້ອງ ເບື້ອງລະ 1.2 ແມັດ ແລະສູງ 12 ແມັດ
ທີ່ສາມາດຮອງຮັບລົດບັນທຸກສິນຄ້ານໍ້າໜັກ 75 ໂຕນແລະເຮືອຂົນສົ່ງສິນຄ້າ ທີ່ມີຂະໜາດ
ລະຫວ່າງ ນໍ້າໜັກ 500 ໂຕນ ສາມາດແລ່ນລອດກ້ອງຂົວໄປໄດ້ ກັບທັງຍັງສາມາດທົນ ທານຕໍ່ແຜ່ນດິນໄຫວລະດັບ 7 ຣິກເຕີ ໄດ້ອີກດ້ວຍ.

ຂົວດັ່ງກ່າວນີ້ ຈະໃຊ້ເງິນທຶນໃນມູນຄ່າລວມ 18 ລ້ານໂດລາ ຊຶ່ງເປັນງົບປະມານຂອງ
ລັດຖະບານລາວກັບມຽນມາຝ່າຍລະ 50% ແລະດໍາເນີນການກໍ່ສ້າງໂດຍບໍລິສັດຮ່ວມ
ທຶນລະຫວ່າງ 2 ປະເທດ ເພື່ອໃຫ້ສໍາເລັດພາຍໃນ 30 ເດືອນຫຼືພາຍໃນວັນທີ 15 ສິງຫາ
ປີ 2015 ອັນເປັນກໍານົດການທີ່ ທາງການທັງສອງຝ່າຍຈະທໍາພິທີເປີດໃຊ້ຢ່າງເປັນທາງ
ການ ໂດຍຂົວດັ່ງກ່າວນີ້ຈະເປັນການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງທາງບົກລະ
ຫວ່າງ ທາງຫຼວງໝາຍເລກ 17E ຂອງລາວ ກັບທາງຫຼວງ ເລກ 4 ຂອງມຽນມາ ແລະ
ຍັງຖືເປັນສ່ວນນຶ່ງໃນເຄືອຂ່າຍການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ຈາກເຂດພາກ
ເໜືອ ລົງໄປສູ່ພາກໃຕ້ ໃນເຂດລຸ່ມແມ່ນໍ້າຂອງອີກດ້ວຍ.
ການເຊັນສັນຍາສ້າງຂົວຂ້າມແມ່ນໍ້າຂອງ ທີ 4 ລະຫວ່າງລາວ ແລະໄທ
ການເຊັນສັນຍາສ້າງຂົວຂ້າມແມ່ນໍ້າຂອງ ທີ 4 ລະຫວ່າງລາວ ແລະໄທ

ສ່ວນກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງຂົວຂ້າມແມ່ນໍ້າ
ຂອງແຫ່ງທີ 4 ລະຫວ່າງ ລາວກັບໄທ ທີ່ເຊື່ອມຕໍ່ຈາກເມືອງ ຫ້ວຍຊາຍຂອງລາວໄປອໍາເພີຊຽງຂອງໃນຈັງຫວັດຊຽງຣາຍ
ຂອງໄທນັ້ນ ກໍຈະສໍາເລັດແລະທໍາພິທີເປີດໃຊ້ຢ່າງເປັນທາງ
ການໃນເດືອນມິຖຸນາປີນີ້ ໂດຍເນື່ອງຈາກຂົວດັ່ງກ່າວນີ້ຈະ
ເປັນການເຊື່ອມຕໍ່ການຄົມມນະນາຄົມ-ຂົນສົ່ງລະຫວ່າງລາວ
ກັບ ຈີນແລະໄທ ຈຶ່ງເຮັດໃຫ້ເຊື່ອວ່າຈະມີສ່ວນຢ່າງສໍາຄັນ ໃນການຂະຫຍາຍການຄ້າລະຫວ່າງ 3 ປະເທດໃຫ້ມີມູນຄ່າ
ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານສະເຫຼີມພົນ ພົງສະບັບນະພາ ຫົວໜ້າສໍານັກງານການຄ້າ ຈັງຫວັດຊຽງຣາຍຂອງໄທ ໄດ້ໃຫ້ການຢືນຢັນວ່າ:

ພາຍໃນເດືອນມິຖຸນາ ກໍສະພານມິດຕະພາບໄທ-ລາວ ສະພານຂ້າມແມ່ນໍ້າ
ຂອງແຫ່ງທີ 4 ທີ່ຊຽງຂອງ-ຫ້ວຍຊາຍ ກໍຈະສໍາເລັດກໍຄືເປີດເປັນທາງການ
ກໍຈະເດີນທາງກັນໄດ້ສະດວກຂຶ້ນທຸກມື້ ນີ້ກໍເຮັດໃຫ້ຜູ້ປະກອບການ ກໍໃຫ້
ຄວາມສົນໃຈກັນຫຼາຍ ແລະກໍການຄ້ານັ້ນກໍຂະຫຍາຍຕົວດີຂຶ້ນຫຼາຍ ຊຶ່ງອັນ
ທີ່ດີນັ້ນ ກໍຕົວເລກນັ້ນກໍດີ ຕັ້ງແຕ່ປີ ພ.ສ. 2551 ຕັ້ງແຕ່ທີ່ຖະໜົນໃນລາວ-ຈີນ
ເຊື່ອມຕໍ່ກັນໄດ້ ຊຶ່ງໃນລາວ ກໍມີການຄ້າ-ການລົງທຶນກັນຫຼາຍຂຶ້ນ.”


ຂົວຂ້າມແມ່ນໍ້າຂອງແຫ່ງທີ 4 ລະຫວ່າງລາວ-ໄທດັ່ງກ່າວນີ້ ໃຊ້ງົບປະມານກໍ່ສ້າງຄິດ ເປັນມູນຄ່າລວມເກີນກວ່າ 40 ລ້ານໂດລາ ໂດຍລັດຖະບານໄທ ແລະຈີນເປັນຜູ້ອອກ ທຶນຝ່າຍລະ 50% ແລະການກໍ່ສ້າງໄດ້ເລີ່ມແຕ່ປີ 2010 ເປັນຕົ້ນມາ ເມື່ອຂົວແຫ່ງນີ້ໄດ້ ເປີດໃຊ້ກໍຈະເປັນສ່ວນສໍາຄັນໃນການເຊື່ອມຕໍ່ຄົມມະນາຄົມ-ຂົນສົ່ງ ຈາກມົນທົນຢູນ ນານຂອງຈີນ ຜ່ານທາງຫຼວງເລກ 3 ໃນແຂວງຫຼວງນໍ້າທາ ມາໄທ ຕາມແຜນການເຊື່ອມ
ຕໍ່ເໜືອ-ໃຕ້ ໃນເຂດລຸ່ມແມ່ນໍ້າຂອງນັ້ນເອງ.
XS
SM
MD
LG