ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າຈະສືບຕໍ່ຮ່ວມມື ກັບສຫລ ຊອກຫາຊາກກະດູກ ຂອງທະຫານອາເມຣິກັນ


ທ່ານໝໍທະຫານຂອງສະຫະລັດກວດພະຍາດໃຫ້ແກ່ປະຊາຊົນໃນແຂວງຊຽງຂວາງ ເພື່ອເປັນການຕອບແທນແກ່ການໃຫ້ຄວາມຮ່ວມມືຂອງພວກເຂົາເຈົ້າ ໃນການຂຸດຄົນຫາຊາກກະດູກ ແລະສິ່ງເສດເຫລືອຂອງທະຫານອາເມຣິກັນທີ່ເສຍຊີວິດ ຫລື ຫາຍສາບສູນໃນສະໄໝສົງຄາມອິນດູຈີນ
ທ່ານໝໍທະຫານຂອງສະຫະລັດກວດພະຍາດໃຫ້ແກ່ປະຊາຊົນໃນແຂວງຊຽງຂວາງ ເພື່ອເປັນການຕອບແທນແກ່ການໃຫ້ຄວາມຮ່ວມມືຂອງພວກເຂົາເຈົ້າ ໃນການຂຸດຄົນຫາຊາກກະດູກ ແລະສິ່ງເສດເຫລືອຂອງທະຫານອາເມຣິກັນທີ່ເສຍຊີວິດ ຫລື ຫາຍສາບສູນໃນສະໄໝສົງຄາມອິນດູຈີນ
ທາງການລາວຢືນຢັນວ່າການຮ່ວມມືກັບທາງການສະຫະລັດ
ໃນການຊອກຫາ ຊາກກະດູກແລະສິ່ງເສດເຫຼືອຂອງທະຫານ ອະເມຣິກັນທີ່ເສຍຊີວິດແລະຫາຍສາບສູນໃນລາວຈໍານວນ
317 ກໍລະນີຍັງຈະສືບຕໍ່ໄປ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຕ່າງປະເທດຂອງລາວໃຫ້
ການຢືນຢັນວ່າການ ຮ່ວມມືລະຫວ່າງທາງການລາວກັບທາງ
ການສະຫະລັດອະເມຣິກາ ເພື່ອຊອກຫາຊາກກະດູກ ແລະ
ສິ່ງເສດເຫຼືອຂອງອະດີດທະຫານອະເມຣິກັນທີ່ເສຍຊີວິດ
ແລະຫາຍສາບສູນ ຫຼື MIA ໃນປາງສົງຄາມອິນໂດຈີນໃນ
ເຂດປະເທດລາວ ຈະຍັງຄົງດໍາເນີນໄປຢ່າງຕໍ່ເນື່ອງໃນ
ຕະຫຼອດປີ 2013 ນີ້.

ອິງຕາມການພົບປະເຈລະຈາລະຫວ່າງຄະນະຜູ້ແທນທາງການລາວແລະສະຫະລັດ
ເມື່ອບໍ່ດົນມານີ້ ກໍໄດ້ມີການສະຫລຸບຜົນການຮ່ວມມືລະຫວ່າງກັນວ່ານັບແຕ່ປີ 1982
ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າຈະສາມາດຄົ້ນພົບຊາກກະດູກ ແລະສິ່ງເສດ
ເຫຼືອຂອງ MIA ໃນລາວແລ້ວ 258 ກໍລະນີກໍຕາມ ຫາກແຕ່ກໍຍັງເຫຼືອອີກເຖິງ 317 ກໍລະນີ ທີ່ທາງການທັງສອງຝ່າຍຈະຕ້ອງຮ່ວມມືກັນ ໃນການຊອກຫາຕໍ່ໄປ.

ທະຫານສະຫະລັດ ແລະປະຊາຊົນໃນແຂວງສະຫວັນນະເຂດ ຣ່ວມກັນຊອກຫາຊາກກະດູກແລະສິ່ງເສດເຫລືອຂອງທະານອາເມຣິກັນ
ທະຫານສະຫະລັດ ແລະປະຊາຊົນໃນແຂວງສະຫວັນນະເຂດ ຣ່ວມກັນຊອກຫາຊາກກະດູກແລະສິ່ງເສດເຫລືອຂອງທະານອາເມຣິກັນ

ຊາກກະດູກແລະສິ່ງເສດເຫຼືອຂອງ MIA ທີ່ຖືກຄົ້ນພົບນັ້ນ
ທາງການລາວກໍ ໄດ້ສົ່ງມອບໃຫ້ກັບທາງການສະຫະລັດ
ເປັນປະຈໍາທຸກຄັ້ງທີ່ໄດ້ສິ້ນສຸດການດໍາເນີນງານຮ່ວມກັນ
ໃນແຕ່ລະໄລຍະ ຊຶ່ງຕາມປົກກະຕິແລ້ວ ກໍຄືທຸກໆ 6 ເດືອນ
ສ່ວນທາງການສະຫະລັດກໍໄດ້ສົ່ງຊາກກະດູກ ແລະສິ່ງເສດ
ເຫຼືອທີ່ໄດ້ຮັບມອບດັ່ງກ່າວໄປຍັງເກາະຮາວາຍ ເພື່ອພິສູດ
DNA ຕໍ່ໄປ ແລະເພື່ອເປັນການຕອບແທນທາງການລາວ
ທີ່ໄດ້ໃຫ້ການຮ່ວມມືໃນດ້ານດັ່ງກ່າວນີ້ ທາງການສະຫະລັດ
ກໍໄດ້ໃຫ້ຄວາມຊ່ວຍ ເຫຼືອດ້ານມະນຸດສະທໍາໃນເຂດຊົນນະ
ບົດຂອງລາວທີ່ເນັ້ນໜັກໃນ 6 ດ້ານດ້ວຍກັນ ຄືດ້ານສາທາ
ລະນະສຸກ ດ້ານການສຶກສາ ດ້ານການພັດທະນາໂຄງລ່າງພື້ນຖານ ດ້ານກະສິກໍາ-ປ່າ
ໄມ້ ດ້ານສັງຄົມ ວັດທະນະທໍາ ແລະໃນດ້ານການຮັກສາສະພາບແວດລ້ອມທໍາມະຊາດ ຊຶ່ງກໍນັບວ່າສອດຄ່ອງກັບຄວາມຕ້ອງການຂອງລາວໃນປັດຈຸບັນນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນ
ສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

ຂໍສະແດງຄວາມຂອບອົກຂອງໃຂມາຍັງລັດຖະລານສະຫະລັດອະເມຣິກາ
ທີ່ວ່າ ໄດ້ເຫັນອົກເຫັນໃຈ ແລະໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາ
ແກ່ພີ່ນ້ອງຊາວລາວ ແຕ່ວ່າເຖິງຢ່າງໃດກໍຕາມ ຊີວິດການເປັນຢູ່ຂອງພວກ
ເຂົາເຈົ້າກໍຍັງຢູ່ໃນລະດັບຫຍຸ້ງຍາກຢູ່ ຈັ່ງຊັ້ນ ນະໂຍບາຍຂອງລັດຖະບານ
ລາວກ່ຽວກັບການປັບປຸງ ຊີວິດການເປັນຢູ່ຂອງພວກເຂົາເຈົ້າຫັ້ນ ແມ່ນ
ຕ້ອງປັບປຸງໃຫ້ມັນດີຂຶ້ນສະເໝີໄປ.”


ຕົວຢ່າງກໍຄືໂຄງການກໍ່ສ້າງຫ້ອງສຸກເສີນໃຫ້ກັບໂຮງຮຽນໝໍມິດຕະພາບລາວ-ມົງໂກເລຍ ຢູ່ແຂວງຊຽງຂວາງ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນໃນແຂວງສະຫວັນນະເຂດ ຊຽງຂວາງ ເຊກອງ ສາລະວັນ ແລະໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນຢູ່ໃນແຂວງ ອັດຕະປື ຊຶ່ງລວມໄປເຖິງການຊ່ວຍເຫຼືອໃນການຫລຸດຜ່ອນບັນຫາ ຢາເສບຕິດ ແລະການ ເກັບກູ້ລະເບີດບໍ່ທັນແຕກເປັນຕົ້ນ.

ນອກຈາກນີ້ ທາງດ້ານມູນນິທິມິດຕະພາບລາວ-ອະເມຣິກັນ ກໍຍັງໄດ້ປະກາດແຜນການ
ໃຫ້ການຊ່ວຍເຫຼືອແກ່ລາວຄິດເປັນມູນຄ່າເຖິງ 70 ລ້ານໂດລາ ໂດຍຈະນໍາໃຊ້ ເຂົ້າໃນ
ການກໍ່ສ້າງໂຮງຮຽນແລະສຸກສາລາໃນທົ່ວປະເທດລາວ ຕະຫຼອດແຜນການພັດທະນາ
ຈາກປີ 2011-2015 ນີ້ ສ່ວນການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ຢູ່ໃນດິນລາວ
ຫຼາຍກວ່າ 70 ລ້ານໜ່ວຍນັ້ນ ລັດຖະສະພາສະຫະລັດກໍໄດ້ຈັດສັນ ງົບປະມານໃນມູນຄ່າ
ເຖິງ 9 ລ້ານໂດລາ ສໍາລັບໃຫ້ການຊ່ວຍເຫຼືອທາງການລາວ ໃນແຕ່ລະປີ.

ຫລ້າສຸດ ທາງການສະຫະລັດກໍໄດ້ສົ່ງມອບອາຄານຮຽນລະດັບມັດທະຍົມ ຈໍານວນ 2 ຫຼັງ ໃຫ້ກັບອໍານາດການປົກຄອງເມືອງວີລະບຸລີ ແຂວງສະຫວັນນະເຂດ ແລະເມືອງຊານໄຊ ແຂວງອັດຕະປື ເມື່ອວັນທີ 17 ແລະ ວັນທີ 19 ທັນວາ ໂດຍມີທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດ ເປັນຜູ້ສົ່ງມອບ.

ກ່ອນໜ້ານີ້ ທາງການສະຫະລັດກໍໄດ້ໃຫ້ການຊ່ວຍເຫຼືອໃນການສ້າງໂຮງໝໍ 2 ແຫ່ງ ຢູ່ ເຂດເມືອງຜາໄຊ ກັບເມືອງພູກູດ ໃນແຂວງຊຽງຂວາງ ແລະກໍຖືເປັນສ່ວນນຶ່ງໃນ 8 ໂຄງ ການທີ່ທາງການສະຫະລັດໄດ້ຕົກລົງ ໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ເພື່ອ ເປັນການຕອບແທນປະຊາຊົນລາວ ໃນແຂວງຊຽງຂວາງທີ່ ໄດ້ໃຫ້ການຊ່ວຍເຫຼືອ ໃນ ການຊອກຫາຊາກກະດູກ ແລະສິ່ງເສດເຫຼືອຂອງ MIA ດັ່ງກ່າວ.

ທັງນີ້ໂດຍທາງການສະຫະລັດໄດ້ໃຫ້ຄວາມສໍາຄັນຕໍ່ການຊ່ວຍເຫຼືອທາງດ້ານມະນຸດສະທໍາ
ຢູ່ໃນລາວນັ້ນເປັນລະຍະເວລາທີ່ຍາວນານກວ່າ 15 ປີມາແລ້ວ. ສໍາລັບການຊ່ວຍເຫຼືອຢູ່
ໃນແຂວງຊຽງຂວາງ ສະເພາະໃນປີ 2012 ນີ້ກໍຄິດເປັນ ນຄ່າລວມເກີນກວ່າ 3.5 ລ້ານ
ໂດລາ ຊຶ່ງຍັງບໍ່ລວມເຖິງການຊ່ວຍເຫຼືອໃນດ້ານດຽວກັນນີ້ ຢູ່ໃນແຂວງອື່ນໆ ແຕ່ຢ່າງໃດ.
XS
SM
MD
LG