ຂ່າວ

ລູກສາວທ່ານຄໍາໄຕ ສີພັນດອນ ຖືກແຕ່ງຕັ້ງ ເປັນ​ປະທານ​ ອົງການ​ກວດ​ສອບ​ແຫ່ງ​ລັດ

ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ໄດ້ຄັດ​ເລືອກ​ເອົາ ​ລູກ​ສາວຂອງ​ອະດີດ​ປະທານ​ພັກ ​ແລະ​ປະ​ທານ ​ປະ​ເທດ​ລາວ​ໃຫ້​ເປັນ​ປະທານ​ອົງການ​ກວດ​ສອບ​ຂອງ​ລັດ​ຄົນ​ໃໝ່.

ຄະນະກໍາມະການກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາ​ລັງ​ດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້
ຄະນະກໍາມະການກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 7 ທີ່​ກໍາ​ລັງ​ດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້

ມຸນທີມີເດຍ

ສຽງ
  • ລູກສາວທ່ານຄໍາໄຕ ສີພັນດອນ ຖືກແຕ່ງຕັ້ງ ເປັນ​ປະທານ​ ອົງການ​ກວດ​ສອບ​ແຫ່ງ​ລັດ

ຫຍໍ້ຫລືຂະຫຍາຍໂຕອັກສອນ - +
ຊົງຣິດ ໂພນເງິນ

 

ກອງ​ປະຊຸ​ມສະ​ໄໝ​ສາມັນ​ຄັ້ງ​ທີ
3 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ
​ທີ 7 ​ໂດຍ​ການ​ເປັນ​ປະທານ​ຂອງ​
ທ່ານ​ນາງ ປານີ ຢາ​ທໍ​ຕູ້ນັ້ນ ​ໄດ້
​ມີ​ມະຕິ​ເລືອກ​ຕັ້ງ​ໃຫ້​ທ່ານ​ນາງ
ວຽງ​ທອງ ສີ​ພັນ​ດອນ ​ເປັນ​ປະ
ທານ​ອົງການ​ກວດ​ສອບ​ແຫ່ງ​ລັດ
​ຜູ້​ໃໝ່ ​ແທນທ່ານບົວ​ສີ ລໍ​ວັນ​ໄຊ
ປະທານ​ຜູ້​ເກົ່າ ​ເມື່ອ​ອາທິດ​ຜ່ານ
​ມາ​ນີ້.


ກ່ອນ​ໜ້າ​ນີ້ ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ຊຶ່ງ​ເປັນ​ລູກ​ສາວຂອງ​ທ່ານ​ຄໍາ​ໄຕ ສີ​ພັນ​ດອນ,
ອະດີດ​ປະທານ​ປະ​ເທດ​ແລະ​ປະທານ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ເຄີຍດໍາລົງ​ຕໍາແໜ່​ງ​ເປັນ
​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ເງິນ​ ແລະ​ການ​ໄດ້​ຮັບ​ຕໍາ​ແໜ່​ງ​ໃໝ່​ໃນ​ຄັ້ງຫ​ລ້າ​ສຸດ​ນີ້
ກໍ​ປາກົດ​ວ່າ ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວຈໍ​ານວນ 106
ສຽງ​ຈາກຈໍານວນ​ສະມາຊິກ​ທີ່​ເຂົ້າຮ່ວມ​ໃນ​ກອງປະຊຸມ​ທັງ​ໝົດ 120 ຄົນ.​ ນອກ​ນີ້ ​ກໍ​ຍັງ​ຖື​ວ່າ
ທ່ານ​ນາງວຽງ​ທອງ​ເປັນ​ແມ່ຍິງ​ຜູ້​ທໍ​າອິດ ທີ່​ໄດ້​ຄອງ​ຕໍາ​ແໜ່​ງດັ່ງກ່າວ​ອີກ​ດ້ວຍ.

ທ.ນ. ວຽງທອງ ສີພັນດອນປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຜູ້​ໃໝ່​ ແລະທ. ບົວ​ສີ ລໍ​ວັນ​ໄຊ ປະທານ​ຜູ້​ເກົ່າ
ທ.ນ. ວຽງທອງ ສີພັນດອນປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຜູ້​ໃໝ່​ ແລະທ. ບົວ​ສີ ລໍ​ວັນ​ໄຊ ປະທານ​ຜູ້​ເກົ່າ

ກອງປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​
ຄັ້ງ​ນີ້ ຈະ​ດໍາ​ເນີນ​ໄປ​ຈົນ​ເຖິງ​ວັນ​ທີ
13 ກໍລະກົດ. ນອກຈາ​ກການລົງ
ມະຕິ​ເລືອກ​ຕັ້ງ​ປະທານ​ອົງການ​
ກວດ​ສອບ​ແຫ່ງ​ລັດ​ດັ່ງກ່າວ​ແລ້ວ
​ກໍ​ຍັງ​ມີ​ວາລະ​ທີ່​ສໍາຄັນ​ອື່ນໆ​ ທີ່​
ຖືກ​ຈັດ​ເຂົ້າ​ໃນ​ການ​ປະຊຸມ​ອີກ 9
ວາລະ​ດ້ວຍ​ກັນ ​ໂດຍ​ສະ​ເພາະ
​ແມ່ນ​ວາລະ​ກ່ຽວ​ກັບ​ການ​ພິ​ຈາ
ລະ​ນາຮ່າງ​ກົດໝາຍທີ​ມີ​ເຖິງ 7
ສະບັບທີ່​ເປັນ​ກົດໝາຍ​ໃໝ່ 2 ສະບັບ ແລະ​ກົດໝາຍ​ເກົ່າ​ທີ່​ດັດ​ແກ້ໃໝ່ 5 ສະບັບ.

ສ່ວນ​ວາລະ​ອື່ນໆ​ທີ່​ສໍາຄັນ ກໍ​ປະກອບ​ດ້ວຍ​ການ​ພິດ​ຈາລະ​ນາແລະ​ຮັບຮອງ​ເອົາ​ລາຍ​ງານ
ຂອງ​ລັດຖະບານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ,
​ແຜນ​ງົບປະມານ​ຂອງ​ລັດ​ປີ 2011-2012 ​ແລະ​ທິດ​ທາງ​ວຽກ​ງານ​ສົກ​ປີ 2012-2013
ການ​ພິ​ຈາລະ​ນາ​ບົດ​ລາຍ​ງານ​ຂອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ຫົວໜ້າ​ອົງການ​
ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ,​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ​ລັດຖະມົນຕີ​ກະຊວງ​ຍຸຕິ
​ທໍາ​ ເປັນ​ຕົ້ນ.

ນອກຈາກ​ນີ້ ກໍ​ຈະ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະພາ
​ແຫ່ງ​ຊາດ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ ລວມໄປ​ເຖິງ​ຮັບ​ຟັງ​ການ​ປະກອບ​
ຄວາມ​ເຫັນ​ຂອງ​ຜູ້​ຕາງໜ້າ​ອົງການ​ຈັດ​ຕັ້ງ​ຂອງ​ພັກ-ລັດ ກໍ​ຄື ​ແນວລາວ​ສ້າງ​ຊາດ ສະຫະພັນ
​ກໍາມະບານ​ລາວ, ສະຫະພັນ​ແມ່ຍິງລາວ​, ສູນ​ກາງຊາວ​ໜຸ່ມປະຕິວັດ​ລາວ​ແລະ​ອົງການ​ອື່ນໆ​
ອີກ​ ຈໍານວນ​ນຶ່ງ​.

ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ
ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ

​ແຕ່​ຢ່າງ​ໃດ​ກໍ​ຕາມ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ​ຄັ້ງ​ນີ້
ກໍ​ດໍາ​ເນີນ​ໄປ​ໃນ​ທ່າມກາງກະ​ແສ​ຂ່າວ ທີ່​ຊ່າ​ລື​ກັນອອກ​ມາ
​ຢ່າງ​ຕໍ່​ເນື່ອງວ່າ ທ່ານ​ຄໍາ​ເຜີຍ ປານ​ມາ​ໄລ​ທອງ ສະມາຊິກ
​ສະພາ​ແຫ່ງ​ຊາດ​ລາວ ​ຈາກ​ເຂດ​ນະຄອນ​ວຽງ​ຈັນ​ໄດ້​ຖືກ​ປົດ
​ອອກ​ຈາກ​ຕໍາແໜ່​ງກໍາມະ​ການ​ສູນ​ກາງ​ພັກ ​ແລະ​ປະທານ​
ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ ​ໂດຍ​ຍັງຄົງ​ເຫຼືອ
ແຕ່ພຽງ​ຕໍາ​ແໜ່​ງ​ໃນ​ສະ​ພາ​ແຫ່ງ​ຊາດ​ລາວ​ເທົ່າ​ນັ້ນ.

ຫາກ​ແຕ່​ວ່າ​ຈົນ​ເຖິງ​ເວລາ​ນີ້ ກໍ​ຍັງບໍ່​ມີ​ຖ​ະ​ແຫຼງການ​ຈາກ​ສູນ
​ກາງ​ພັກ ກ່ຽວ​ກັບ​ກະ​ແສ​ຂ່າວທີ່ຊ່າລືດັ່ງກ່າວນີ້ ໃນຂະນະ
ທີ່ກະແສສັງຄົມ​ພາຍ​ໃນ​ລາວ​ ທີ່​ເຊື່ອວ່າ​ກະ​ແສ​ຂ່າວ​ດັ່ງກ່າວ
​ເປັນຄວາມ​ຈິງ​ນັ້ນ ກໍ​ເຊື່ອ​ວ່າ ​ເປັນ​ຍ້ອນ​ທ່ານ​ຄໍາ​ເຜີຍ ​ໄດ້​ວິພາກ​ວິຈານ​ການ​ນໍາພາ​ທີ່​ຜິດພາດ
​ທາງ​ດ້ານ​ການ​ສຶກສາດັ່ງ​ທີ່​ທ່ານ​ໄດ້​ປະ​ກອບ​ຄວາມ​ເຫັນ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວ
​ຄັ້ງ​ກ່ອນ ​ໃນຕອນ​ນຶ່ງວ່າ:

“​ເຮົາ​ເຮັດ​ສຶກສາ​ໃຫ້​ຄົນ​ນີ້​ວ່າ​ຄ່າ​ນິຍົມ​ມັນ​ບໍ່​ຖືກ ຄັນ​ວ່າ​ບໍ່​ເອົາ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ຜູ້ນັ້ນ​
ຜູ້​ນີ້ ຈົ່ງ​ຮັກ​ພັກດີ​ຕໍ່​ລັດທິ​ນັ້ນ​ລັດທິ​ນີ້ ​ແມ່ນ​ການ​ເມືອງ​ໜັກ​ແໜ້ນ ​ແຕ່​ວ່າລັດທິ​ອັນນັ້ນ​
ແມ່ນ​ອີ​ສັງ​ຫວາ ຕົວຢ່າງ​ແມ່ນ​ລັດທິ​ມາກ​ສ໌ ​ເລ​ນິນ ວ່າຊັ້ນ ກໍ​ແມ່ນແນວ​ຄິດ​ຂອງ​ທ່ານ
ມາກ​ສ໌ ທ່ານ​ເລ​ນີນ ​ເພີ່ນສ້າງ​ສັງຄົມ​ນິຍົມ​ຢູ່​ເອີ​ຣົບພຸ້ນ​ນະ ໃນ​ສັດຕະວັດ​ທີ່ 19 ຢູ່ຣັດ​ເຊຍ
ສັດຕະວັດ​ທີ 20 ​ເຮົາ​ສ້າງ​ສັງຄົມ​ນິຍົມ​ສ້າງ​ຢູ່​ບ້ານ​ເຮົາ ຄົນ​ລາວ​ ສັງຄົມ​ລາວ ​ເປັນ​ຫຍັງ
ຈະ​ຕ້ອງ​ເອົາ​ແນວທາງ​ການ​ເມືອງ​ຂອງ​ຜູ້​ອື່ນ​ນັ້ນ ​ມາ​ເປັນ​ພື້ນຖານໃຫ້​ແນວທາງ​ການ​ເມືອງ
​ຂອງ​ພວກ​ເຮົາ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຄໍາ​ເຜີຍກໍ​ຍັງ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ​ສະພາ
​ແຫ່ງ​ຊາດ​ລາວ ​ທີ່​ກໍາລັງ​ດໍາ​ເນີນ​ກອງ​ປະຊຸມ​ຢູ່​ໃນ​ເວລາ​ນີ້​ຕາມ​ປົກກະຕິ ​ແລະທ້າຍ​ເດືອນ​ມີນາ
​ຜ່ານ​ມາປີ​ນີ້ ທ່ານ​ກໍ​ຍັງ​ໄດ້​ເປັນຫົວໜ້າ​ຄະນະ​ຜູ້​ແທນ​ສູນ​ກາງ​ພັກ​ ໃນການ​ເດີນທາງ​ໄປ​ຢ້ຽມ
​ຢາມ​ຈີນ​ ຕາມ​ການ​ເຊື້ອ​ເຊີນ​ຂອງ​ສູນ​ກາງ​ພັກ​ຄອມ​ມີ​ວນີສຈີນ ຢ່າງ​ເປັນ​ທາງ​ການ​ອີກ​ດ້ວຍ.

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ
ການລຽງລຳດັບ ຄວາມເຫັນ
ໜ້າ ໃນ 3 ໜ້າຄວາມເຫັນ
    ຕໍ່ໄປ 
ໂດຍ: LPDR
30.07.2012 01:10
ພັກທີ່ດີແທ້ ປະຊາຊົນກໍຈະສະໜັບສະໜູນແລະຍ້ອງຍໍ ບໍແມ່ນໃຊ້ອຳນາດບັງຂັບໃຫ້
ປະຊາຊົນສະໜັບສະໜູນຍ້ອງຍໍພັກຕົນເອງ ຢາກໃຫ້ມີ 2 ພັກ ແລະ ເລືອກຕັ້ງໃໝ່ ຢາກ
ຮູ້ວ່າພັກປະຊາຊົນປະຕິວັດລາວດີແທ້ບໍ.

ໂດຍ: LPDR
30.07.2012 00:37
ຂ້ອຍຢາກໃຫ້ມີການວິພາກວິຈານການເມືອງຂອງລາວເຮົາໃນປະຈຸບັນ ແລະ ຢາກໃຫ້ມີ
ການໂຕ້ວາທີກ່ຽວກັບການເມືອງລາວອອກໂທລະທັດຂອງລາວເພື່ອໃຫ້ປະຊາຊົນລາວ
ທຸກຄົນໃນປະເທດໄດ້ເຫັນ ແລ້ວຫລັງຈາກນັ້ນ ໃຫ້ປະຊາຊົນອອກຄວາມຄິດມາທາງ
ລາຍການໂທ ລະທັດນັ້ນ. ໂດຍບໍບອກຊື້ຜູ້ທີ່ໂທມາ ຖ້າເຮັດແບບນີ້ປະຊາຊົນທຸກຄົນກໍຈະ
ມີສ່ວນ ໃນການສ້າງສາພັດທະນາທີ່ແທ້ຈີງ,

ໂດຍ: 55555
27.07.2012 21:17
ຜູ້ນີ້ສໍ້ໂກງເກັ່ງ ເລີຍໄດ້ເປັນນາຍ,,,,,ວຸດທິບັດ doctor ຊື້ມາແຕ່ ວນ ໃຫມ່ຈີກເຈ້ຍເດີ, ໃຜຢາກເປັນນາຍ ໃຫ້ເຮັດແບບນີ້ເດີ,,,,,ບໍ່ຊັ້ນກະໃຫ້ຂ້ຽວຕາຍ ໄປເກີດໃໝ່ນຳເສັ້ຍໄຕ ຢູ່ສວນນົກກະຈອກເທດປາກເຊເດີ,,,ຮັບຮອງວ່າໄດ້ເປັນນາຍ 100%, 555555

ໂດຍ: 55555
27.07.2012 21:09
ຕີນຊ້າງຢຽບປາກນົກ,,,,ນົກບໍໍ່ເກັ່ງທໍ່ມົດແດງດອກ,,,,,,ພວກເຮົາຈົ່ງພາກັນເປັນມົດແດງ ດີກວ່າ,,,,ພາກັນເຂົ້າຫູຊ້າງ ຊ້າງຈຶ່ງຂ້າມົດບໍ່ໄດ້ ກັດຊ້າງໃຫ້ຕາຍ,,,,,,55555

ໂດຍ: W Go
20.07.2012 23:33
ລະບົບການເມືອງການປົກຄອງລາວ ໂຄດຫຼ້າຫຼັງ ຈົນບໍ່ຈັກຊິວ່າ.

ໂດຍ: Lao People
18.07.2012 14:13
To Mr. Somsy
Do you know that small democracy, Example freedom, testing something ... in Laos
To Khamtay Family
All Lao people need smartman, smartgirl, good brain...to be officer of Laos for do something for Lao people and Laos go inter, don't want your family only

ໂດຍ: ຄົນຫວັງດີ
17.07.2012 19:42
ຂອບໃຈ ບົດຄວາມເຫັນ ຂອງທ່ານ ດຮ ຄຳເຜີຍ ພຽງແຕ່ເປັນການສະເໜີແນວທາງ , ຖ້າຫາກ ການສະ ເໜີຂອ ງທ່ານ ນັ້ນຜິດ ຕໍ່ລະບຽບ ກົດໝາຍແລ້ວຍາກຖາມວ່າ ການຍັກຍອກສໍ້ໂກງ ສໍ້ລາດບັງຫລວງ, ສໍ້ຫລວງ ບັງຫລາດ ນັ້ນບໍ່ຜິດ ບໍ,ຄິດວ່າຜູ້ໃດທີ່ເປັນເຈົ້ານາຍໃຫຍ່ມີຕຳແໜ່ງໃຫ່ຍແມ່ນຜູ້ນັ້ນແລະເປັນຄົນທີ່ມີເງິນຈາກສໍ້ໂກງລັດ ແລ້ວຄືບໍ່ຜິດຍັງ ,ບາດ ວິ ຊາ ການ ນ້ອຍ ໆ,ພ/ງ ນ້ອຍໄ ດ້ ເງິນດ້າມໜ້ອຍດຽວຖືວ່າມີຄວາມຜິດອັນມະມະຫາສານ,ຢາກຝາກເຖິງລັດຖະບານຄວນພິຈາລະນາແລະເບິ່ງໃຫ້ຖີ່ຖ້ວນແດ່ ວ່າການນຳຫຼື ວິຊາການທີ່ ມີ ເງິນ ຫຼາຍ ຈາກ ການຍັກຍອກ

ໂດຍ: I am Lao not Lao Govt.
17.07.2012 01:13
What a difference? Poor us!

ໂດຍ: ເປັນຮ່ວງອານາຄົດຂອງລູກຫຼານ
16.07.2012 23:41
ຕາມຄວາມເຫັນຄິດວ່າ ແນວຄວາມຄິດຂອງ ທ່ານດຣ ຄຳເຜີຍ ປານມາໄລທອງ ເປັນ ພຽງແຕ່ການສະເໜີແນວຄວາມຄິດວ່າ ຄວາມເປັນໄປແນວໃດຈະດີຫລື ແນວ ໃດບໍ່ ຄວນ ເຂົາບໍ່ໄດ້ສະເໜີແບບບັງຄັບວ່າຕ້ອງນຳໃຊ້ຫຼືຕ້ອງປ່ຽນແປງພໍພຽງແຕ່ວ່າ ສະເໜີຕາມຄວາມສາມາດແລະຕາມບົດຮຽນທີໄດ້ເຫັນຈາກປະເທດທີ່ພັດທະນາແລ້ວວ່າຄວນແລ້ວບໍ່ຫຼືບໍ່ຄວນ ຖືວ່ າເຂົາ ໄດ້ສະ ເໜີແນວ ທາງການພັດ ທະນາການສຶກສາ ຕາມຫຼັກວິຊາການທົ່ວໆໄປ
ແລະຂ້າພະເຈົ້າຄິດວ່າປະເທດນີ້,ບ້ານນີ້,ເມືອງນີ້,ຜູ້ນຳນີ້ເຖິງ ເວລາຄວນເປັນ ເຈົ້າ ຕົນ ເອງ ຂໍຂອບໃຈ

ໂດຍ: Sommai
15.07.2012 18:05
Dr. Khampheui, if we have had the freedom to do so we would have gone on strike to protest against your removal. Please be aware that in the deep the heart the poor and the powerless are always with you.
ໜ້າ ໃນ 3 ໜ້າຄວາມເຫັນ
    ຕໍ່ໄປ 

ຂ່າວຫລ້າສຸດ

ສຽງ ກໍາມະການ ແມ່ນໍ້າຂອງລາວ ແລະແມ່ນໍ້າ Mississippi ສຫລ ແລກປ່ຽນ ປະສົບປະການ ນໍາກັນ

ອົງການແມ່ນໍ້າຂອງລາວ ແລກປ່ຽນປະສົບປະການ ໃນການຄຸ້ມຄອງຊັບພະຍາກອນນໍ້າ ກັບຄະນະກໍາມາທິການແມ່ນໍ້າ Mississippi ຂອງສະຫະລັດ ເພື່ອນໍາໃຊ້ປະໂຫຍດ ຢ່າງຍືນຍົງ.
ອ່ານຕື່ມ

ສານ ມຽນມາ ຕັດສິນ ຈຳຄຸກ ຊາວ​ມຸສລິ​ມ 6 ຄົນ

ສານ​ມຽນມາ ​ໄດ້​ຕັດສິນລົງ​ໂທດຊາວ​ມຸສລິ​ມ 6 ຄົນ ໃນ​ຖານ​ສັງຫານຄູບາ​ສາສະໜາ​ພຸດອົງ​ນຶ່ງ ​ໃນ​ຂະນະ​ທີ່​ເກີດຄວາມ​ວຸ້ນວາຍ​ທາງ​ສາສະໜາ ຢູ່ມຽນມາ.
ອ່ານຕື່ມ

ວີດີໂອ ເກົາຫຼີເໜືອ ປ່ອຍ ຊາວປະມົງຈີນ ພ້ອມເຮືອຫາປາ (ວີດີໂອ)

ຊາວ​ປະ​ມົງ​ຈີນ 16 ຄົນ ທີ່​ໄດ້​ຖືກຈັບ ເພື່ອ​ຮຽກ​ຄ່າ​ໄຖ່​ ຢູ່​ໃນເກົາຫລີ​ເໜືອນັ້ນ ​ໄດ້​ຖືກ​ປ່ອຍໂຕ​ ແລະກັບບ້ານ ດ້ວຍຄວາມປອດໄພແລ້ວ.
ອ່ານຕື່ມ

ວີດີໂອ ຕໍາຫຼວດ 10 ຄົນ ຖືກສັງຫານ ຢູ່ໃນ ອັຟການິສຖານ (ວີດີໂອ)

ເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານ ກ່າວວ່າ ລະ​ເບີດທີ່​ຫ້າງ ​ໄວ້​ແຄມທາງ​ລູກ​ນຶ່ງ​ ​ໄດ້​ສັງຫານ​ຕໍາຫລວດ 6 ຄົນ ແລະອີກ 4 ຄົນ ທີ່ພາກໃຕ້ຂອງອັຟການິສຖານ.
ອ່ານຕື່ມ

Multimedia ປ.Thein Sein ຈະພົບປະ ກັບສະມາຊິກ ສະພາ ສຫລ (ສະໄລດ໌/ວີດີໂອ)

ຜູ້​ນໍາ​ມຽນມາ​ ຈະ​ພົບ​ປະ​ກັບ ທ່ານ Mitch McConnell ​ແລະ ທ່ານ Harry Reid ສະມາຊິກ​ສະພາ​ສູງ​ຄົນ​ສໍາຄັນ ​​ຂອງສະຫະລັດ​.
ອ່ານຕື່ມ
ຕື່ມອີກ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ຈາວາສະກຣິບຕ໌ຂອງທ່ານບໍ່ໄດ້ເປີດຫຼືບໍ່ກໍອາໂດບແຟລສເພລເຢີຂອງທ່ານເປັນຮຸ່ນເກົ່າ
ວີດີໂອ

ວີດີໂອ ຈີນພະຍາຍາມ ຫລິ້ນບົດບາດໃຫຍ່ຂຶ້ນ ໃນຕາເວັນອອກກາງ

ຈີນໄດ້ເປັນເຈົ້າພາບຕ້ອນຮັບ ປະທານາທິບໍດີ Mahmoud Abbas ແຫ່ງອໍານາດການປົກຄອງປາແລັສໄຕ ແລະ ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາແອລ ຄົນ​ລະ​ເທື່ອ ເມື່ອອາທິດຜ່ານມາ ໃນຂະນະທີ່ປາກົດວ່າປັກ ກິ່ງມີ​ຄວາມສົນໃຈໃນການເອົາບົດບາດທີ່ໃຫຍ່ຂຶ້ນ ​ໃນ​ການ ເປັນຜູ້ຊ່ວຍໄກ່ເກ່ຍກໍລະນີຂໍ້ຂັດແຍ້ງກັນລະຫວ່າງ ອາຣັບ ກັບອີສຣາແອລ.