ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ​ຈະ​ກວາດ​ລ້າງ ​ບັນຫາ​ຄົນ​ຂໍທານໃຫ້ໝົດໄປ ຈາກທ້ອງ​ຖະໜົນ​ ນະຄອນຫລວງ​ວຽງ​ຈັນ


ເຮືອນພັກສໍາລັບຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ASEM ຄັ້ງທີ 9 ໄດ້ສໍາເລັດໄປ 80% ແລ້ວ.
ເຮືອນພັກສໍາລັບຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ASEM ຄັ້ງທີ 9 ໄດ້ສໍາເລັດໄປ 80% ແລ້ວ.
ທ່ານ ວີລະ​ສັກ ນາມ​ມົນຕີ ຫົວໜ້າ​ພະ​ແນ​ກ​ແຮງ​ງານ​ແລະ​ສະຫ​ວັດ
ດີກາ​ນສັງຄົມ​ຂອງ​ນະຄອນ​ວຽງ​ຈັນ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ອໍານາດ​
ການ​ປົກຄອງ​ເຂດ​ນະຄອນ​ວຽງ​ຈັນ​ ໄດ້​ມີ​ມະຕິ​ໃຫ້​ຮັບຜິດຊອບ​ໃນ​
ການ​ແກ້​ໄຂ​ບັນຫາ​ຄົນ​ຂໍທານ ຄົນ​ພິການ ​ແລະ​ຜູ້​ທີ່ມີ​ບັນຫາ​ທາງ​
ຈິດ ທີ່​ພາກັນ​ທ່ຽວເລາະຂໍທານ ​ຢູ່ຕາມ​ທ້ອງ​ຖະໜົນ​ໃນ​ທົ່ວ​ເຂດ
ນະຄອນຫລວງ​ວຽງ​ຈັນ.

​ຄະນະ​ກໍ​າມະ​ການສະ​ເພາະ​ກິດ​ຊຸດ​ດັ່ງກ່າວ​ນີ້​ ປະກອບ​ດ້ວຍ​ຜູ້
​ແທນ​ຂອງ​ອໍານາດ​ການ​ປົກຄອງ​ນະຄອນ​ວຽງ​ຈັນ ຜູ້​ແທນ​ຂອງ
​ອໍານາດ​ການ​ປົກຄອງ​ຈາກ​ທຸກເມືອງ ​ແລະ​ທຸກ​ໝູ່​ບ້ານ​ໃນ​ເຂດ​
ນະຄອນ​ວຽງ​ຈັນ ທີ່​ຈະ​ປະສານ​ງານ​ກັນ​ຢ່າງ​ໃກ້ຊິດ​ໃນ​ການ​ດໍາ​
ເນີນ​ມາດ​ຕະການ​ກວດກາ ແລະ​ຄວບ​ຄຸມ​ຕົວ​ຂໍທານ​ທຸກ​ຄົນ​ໄວ້​
ໃນ​ສູນ​ສະຫວັດ​ດີກາ​ນ-ສັງຄົມ ​ຂອງ​ນະຄອນ​ວຽງ​ຈັນໄປ​ຈົນ​ກວ່າ​
ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ເອເຊຍ​ກັບ​ສະຫະພາບ​ຢູ​ໂຣບ (ASEM)
ຄັ້ງ​ທີ 9 ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 5-6 ​ເດືອນ​ພະຈິກ​ປີ​ນີ້​ຈະ​ສິ້ນ​ສຸດ​ລົງ​.


ທັງ​ນີ້ທາງ​ການ​ລາວ​ເຊື່ອ​ວ່າ​ມີ​ຄົນ​ຂໍທານ ຄົນ​ພິການ ​ແລະ​ຄົນ
​ມີ​ບັນ​ທາງ​ຈິດ​ ທີ່ພາກັນ​ທ່ຽວ​ເລາະ​ຂໍທານ​ຢູ່​ຕາມທ້ອງ​ຖະໜົນ​
ໃນ​ທົ່ວ​ເຂດ​ນະຄອນ​ວຽງ​ຈັນ ຈໍານວນຫຼາຍ​ຮ້ອຍ​ຄົນ ຊື່​ງສ່ວນ
​ຫຼາຍ​ກໍ​ແມ່ນ​ປະຊາຊົນ​ລາວ ​ທີ່​ເດີນທາງ​ມາ​ຈາກ​ເຂດ​ຊົນນະ
ບົດ ເນື່ອງ​ຈາກ​ບັນຫາ​ຄວາມ​ຍາກຈົນ ​ແລະ​ບໍ່​ມີ​ວຽກ​ເຮັດ​ງານ
​ທໍາ ທີ່​ເພີ່ມ​ຈໍານວນ​ຫຼາຍ​ຂຶ້ນນັບ​ມື້ ​ໂດຍ​ຫລ້າ​ສຸດ​ກໍ​ມີ​ລາຍ​ງານ​
ວ່າ ຄະນະ​ກໍາມະການ​ສະ​ເພາະ​ກິດ​ຊຸດ​ດັ່ງກ່າວ​ນີ້​ ໄດ້ທໍາ​ການ​
ຄວບ​ຄຸມ​ຕົວ​ຄົນ​ຂໍທານ​ໄວ້ ​ໃນ​ສູນ​ຮອງ​ຮັບ​ແລ້ວກວ່າ​ຮ້ອຍ​ຄົນ
​ແລະ​ຈະ​ດໍາ​ເນີນ​ການ​ຄວບ​ຄຸມ​ຕົວ​ໃຫ້​ໄດ້​ທັງ​ໝົດ​ພາຍ​ໃນ
​ເດືອນກັນຍາ​ນີ້.

ທາງ​ການ​ລາວ​ຖື​ວ່າການ​ດໍາ​ເນີນ​ການ​ດັ່ງກ່າວ ​ເປັນ​ສ່ວນ​ນຶ່ງ​ຂອງ​ມາດ​ຕະການ​ຮັກສາ​ຄວາມ
​ຮຽບຮ້ອຍ​ໃນ​ສັງຄົມ ​ເພື່ອ​ຮອງ​ຮັບ​ກອງ​ປະຊຸມ ASEM ຄັ້ງ​ທີ່ 9 ຊຶ່ງກ່ອນ​ໜ້າ​ນີ້ ທ່ານ​ທອງ​ບັນ
​ແສງອາພອນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ​ພາຍ​ໃນ​ກໍ​ໄດ້​ສັ່ງ​ການ​ໃຫ້
​ທຸກ​ພາກສ່ວນ​ທັງ​ໃນ​ລະດັບ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໃຫ້​ເພີ່ມ​ຄວາມ​ເຂັ້ມ​ງວດ​
ເຂົ້າ​ໃນ​ການ​ກວດກາ​ ແລະ​ຄວບ​ຄຸມ​ທຸກ​ຄວາມ​ເຄື່ອນ​ໄຫວ​ໃນ​ສັງຄົມ​ຢ່າງ​ໃກ້ຊິດ ​ແລະ​ໃຫ້​ຈັດ
​ເວນ​ຍາມ​ຕາມ​ໝູ່ບ້ານຕ່າງໆ​ຕະຫຼອດ 24 ຊົ່ວ​ໂມງ ​ໃນ​ທົ່ວເຂດ​ນະຄອນ​ວຽງ​ຈັນ​ ອີກ​ດ້ວຍ.

​ໂດຍ​ສະ​ເພາະ​ແມ່ນ​ການ​ຮັກສາ​ຄວາມ​ໝັ້ນຄົງ ​ແລະ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ​ແຫ່ງ​ຊາດ​ນັ້ນ ຖືເປັນ​ຄາດໝາຍ​ທີ່​ມີ​ຄວາມ​ສໍາຄັນ​ທີ່​ສຸດ ຊຶ່ງ​ກໍ​ຄື​ການ​ສະກັດ​ກັ້ນ ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ ​ທີ່​ມີ​ເປົ້າໝາຍ​ເພື່ອ​ການ​ຊຸມ​ນຸມປະ​ທ້ວງ​ທາງການ​ເມືອງ​ເກີດ​ຂຶ້ນຢູ່​ໃນ​ລາວຢ່າງ​ເດັດຂາດ ດັ່ງ​ທີ່​ທ່ານ ທອງ​ບັນ ​ໄດ້​ເນັ້ນ​ຢໍ້າກ່ອນໜ້າ​ນີ້​ວ່າ:

“ຄາດໝາຍ​ທີ່1 ກໍ​ແມ່ນ​ສືບ​ຕໍ່ເຮັດ​ໃຫ້​ສະພາບ​ການ​ມີ​ຄວາມ​
ສະຫງົບ ​ແລະ​ມີ​ຄວາມໝັ້ນຄົງ​ທາງ​ການ​ເມືອງ ຮັບປະກັນ​
ບໍ່​ໃຫ້​ມີ​ບັນຫາ​ໜໍ່​ແໜງ ຫຼື​ເຫດການ​ທີ່​ພົວພັນເຖິງການ​
ເມືອງ ເຊັ່ນ​ການ​ປະ​ທ້ວງ ການ​ລຸກ​ຮື ​ແລະ​ການ​ຮຽກຮ້ອງ​
ຕ່າງໆ​ນັ້ນ ບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ປະ​ເທດ​ຂອງເຮົາ​ຢ່າງ​ເດັດ
ຂາດ ຄາດໝາຍທີ່​ 2 ກໍ​ແມ່ນ​ການ​ຮັບປະ ກັນ ​ໃນ​ປະ​ເທດ​
ຊາດ​ກໍ​ຄືສັງຄົມມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄາດໝາຍ
​ທີ່ 3 ກໍແມ່ນການສືບ​ຕໍ່ການ​ກໍ່ສ້າງ​ກໍາລັງປ້ອງ​ກັນ​ຄວາມ
​ສະຫງົບ​ໃຫ້​ມີ​ຄຸນ​ນະພາ​ບທັງ​ທາງ​ການ​ເມືອງ ​ແລະ​ວິຊາ​
ການ ຄາດໝາຍທີ່ 4 ​ກໍ​ແມ່ນ​ສຸມ​ໃສ່​ວຽກ​ງານ​ພະລາທິການ
​ເພື່ອເຮັດ​ໃຫ້​ກໍາລັງປ້ອງກັນ​ຄວາມ​ສະຫງົບ​ປະຕິບັດ​ໜ້າ​ທີ່​
ໄດ້​ເປັນ​ຢ່າງ​ດີ.”


ທັງ​ນີ້ ທ່ານ ທອງ​ບັນ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ລາວ​ໄດ້​ວາງ​
ຄາດໝາຍ​ໃນ​ການ​ປະຕິບັດ​ພາລະ​ບົດ​ບາດໄວ້ 4 ດ້ານ​ດ້ວຍ​ກັນ​ຄື​ການຮັບປະກັນ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ ການຮັບ​ປະກັນ​ເຖິງ​ຄວາມ​ເປັນ
​ລະ​ບຽບຮຽບຮ້ອຍ​ໃນ​ສັງຄົມ ການ​ເສີມ​ສ້າງ​ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ມີ​ປະສິດທິ
ພາບ ແລະ​ການ​ເສີມ​ສ້າງ​ດ້ານ​ພະ​ລາ​ທິການ​ໃຫ້​ແກ່ກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ໄດ້
​ຢ່າງ​ທົ່ວ​ເຖິງ.
XS
SM
MD
LG