ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ​ຍັງ​ຢາກຈະ ພັດທະນາຕົນ ​ໃຫ້ກາຍ​ເປັນ ໝໍ້​ໄຟ​ຂອງ​ເອ​ເຊຍ


ພິທີເລີ້ມຕົ້ນການກໍ່ສ້າງເຂື່ອນນໍ້າງຽບ 2 ຊຶ່ງເປັນໂຄງການຮ່ວມລົງທຶນ ລະຫວ່າງລາວ ແລະກຸ່ມບໍລິສັດຈີນ.
ພິທີເລີ້ມຕົ້ນການກໍ່ສ້າງເຂື່ອນນໍ້າງຽບ 2 ຊຶ່ງເປັນໂຄງການຮ່ວມລົງທຶນ ລະຫວ່າງລາວ ແລະກຸ່ມບໍລິສັດຈີນ.

ລາວ​ຍັງ​ຢືນຢັນ​ ທີ່​ຈະ​ພັດທະນາ​ປະ​ເທດ​ ໃຫ້​ເປັນໝໍ້​ໄຟ​ຂອງ​ເອ​ເຊຍ ດ້ວຍ​ການ​ສົ່ງ​ເສີມ​ ການ​ລົງທຶນກໍ່ສ້າງ​ເຂື່ອນ​ຜະລິດ​ກະ​ແສ​ໄຟຟ້າ​ ໃຫ້​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ເຈົ້າໜ້າ​ທີ່​ຂັ້ນ​ສູງໃນກະຊວງພະລັງງານ​ແລະ​ບໍ່ແຮ່ ​ໄດ້​ເປີດ​ເຜີຍ​
ໃຫ້​ຮູ້​ວ່າ​ຜູ້​ນໍາ​ປະ​ເທດ​ແລະ​ລັດຖະບານ​ລາວ​ຍັງ​ຄົງ​ຢືນຢັນ​ທີ່​ຈະ​
ນໍາ​ພາ​ ແລະ​ພັດທະນາ​ປະ​ເທດ​ລາວ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ
(Battery of Asia) ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້ ດ້ວຍ​ການ
​ສົ່ງ​ເສີມ​ໃຫ້​ຕ່າງ​ຊາດ​ເຂົ້າມາ​ລົງທຶນ​ເພື່ອ​ກໍ່ສ້າງ​ເຂື່ອນ​ໃນ​ລາວ​
ໃຫ້​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ເຖິງ​ແມ່ນ​ວ່າ​ເປົ້າໝາຍ​ດັ່ງກ່າວ​
ທີ່​ຈະ​ຖືກ​ຄັດຄ້ານ​ຈາກ​ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ
​ທັງ​ໃນ​ລະດັບ​ພູມິ​ພາກ​ແລະ​ລະດັບ​ສາກົນ​ຫຼາຍ​ຂຶ້ນນັບ​ມື້​ກໍ​ຕາມ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ເປົ້າໝາຍ​ສໍາຄັນ​ທີ່​ສຸດ​ຂອງ​ທາງ​ການ​ລາວ​
ໃນ​ການ​ພັດທະນາ​ປະ​ເທດ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ​ນັ້ນ ກໍ​ຄື
​ການ​ນໍາ​ເອົາ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ ພະລັງງານ​ໄຟຟ້າ​ດັ່ງ
ກ່າວ ​ມາ​ໃຊ້​ໃນ​ການ​ແກ້​ໄຂ​ບັນຫາ​ຄວາມ​ຍາກ​ຈົນ​ຂອງ​ປະຊາຊົນ​
ລາວ​ບັນດາ​ເຜົ່າ​ເປັນ​ດ້ານ​ຫຼັກ​ ແລະ​ກໍ​ຍັງ​ຖື​ວ່າ​ເປັນ​ການ​ນໍາ​ໃຊ້​ປະໂຫຍ​ດຈາກ​ທ່າແຮງ​ບົ່ມ​ຊ້ອນ​ໃນ​ດ້ານ​ຊັບ​ພະຍາກອນ​ນໍ້າຂອງ​ລາວ​ໄດ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ.



ຊຶ່ງ​ດ້ວຍ​ທ່າ​ແຮງ​ບົ່ມ​ຊ້ອນ​ດັ່ງກ່າວ​ນີ້ ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ
ປະທານ​ປະ​ເທດ ກໍ​ເຄີຍ​ໄດ້​ໃຫ້ການ​ເນັ້ນ​ຢໍ້າຕໍ່​ບັນດາ​ຄະນະ​ທູຕາ
ນຸທູດ​ຕ່າງປະ​ເທດ​ໃນ​ລາວ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ:

“ສປປ. ລາວ ​ເປັນ​ປະ​ເທດທີ່​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ໃນ​ການ​
ຜະລິດ​ກະແສ​ໄຟຟ້າ​ນໍ້າຕົກ ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ກໍ​ເປັນ​
ໂອກາດ​ດີ​ໃຫ້​ກັບການ​ນໍາ​ໃຊ້​ຊັບພະຍາກອນ​ນໍ້າ​ເພື່ອ​ເປັນ
ທຶນຮອນ​ໃນ​ການ​ສ້າງ​ສາ​ພັດທະນາ​ປະ​ເທດ​ຊາດ ສະ​ນັ້ນ​
ລັດຖະບານ​ລາວ​ຈຶ່ງ​ໄດ້​ສຸມ ທຸກ​ຄວາມ​ພະຍາຍາມ​ຂອງ​
ຕົນ​ບວກ​ກັບ​ການ​ສະໜັບສະໜຸນ​ທາງ​ດ້ານ​ວັດຖຸ​ເທ​ກນິກ ​
ແລະ​ທຶນຮອນ​ຈາກ​ສາກົນ​ ​ເພື່ອ​ພັດທະນາ​ແຫຼ່ງພະລັງງານ​ທີ່​ສະອາດ​ດັ່ງກ່າວ​ໃຫ້
​ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ທາງ​ດ້ານ​ພະລັງງານ​ຢູ່​ພາຍ​ໃນ
​ປະ​ເທດ​ແລະ​ເພື່ອ​ສົ່ງ​ອອກໄປ​ປະ​ເທດ​ເພື່ອນ​ບ້ານ.”


ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ປະກາດແຜນການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ
​ເພື່ອ​ໃຫ້​ເຂົ້າມາ​ກໍ່ສ້າງ​ເຂື່ອນ​ໃນ​ລາວ​ໃຫ້​ໄດ້​ປີ​ລະ 2 ​ໂຄງການ​ນັບ​ຈາກ​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2020 ​ໂດຍ​ຖ້າ​ຫາກ​ວ່າ​ສາມາດ​ປະ ຕິບັດ​ໄດ້​ຈິງ ກໍ​ຈະ​ເຮັດ​ໃຫ້​ລາວ​ມີ​ເຂື່ອນ​ຜະລິດ​ກະ​ແສ​ໄຟຟ້າ​ເພີ່ມ​ຂຶ້ນ​ເຖິງ 20 ​ໂຄງການ ​ແລະ​ຍັງ​ຈະ​ເຮັດ ​ໃຫ້​ລາວ​ມີ​ຄວາມ​ສາມາດ​ຜະ ລິດ​ກະ​ແສ​ໄຟຟ້າ​ໄດ້​ເພີ່ມ​ຂຶ້ນຈາກ 2,540 ​ເມ​ກະ​ວັດ ​ໃນ​ປັດຈຸບັນ​ນີ້​ເປັນ​ຫຼາຍ​ກວ່າ 9,000 ​ເມ​ກາ​ວັດ ​ໃນ​ປີ 2020 ອີກ​ດ້ວຍ.

ຈົນ​ເຖິງ​ປັດຈຸບັນ​ນີ້ ລັດຖະບານ​ລາວ​ໄດ້​ອະນຸຍາດ​ໃຫ້​ພາກ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ດໍາ​ເນີນ​ການ​ສຶກສາ​ຄວາມ​ເປັນ​ໄປໄດ້​ແລະ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ຢູ່ ​ໃນ​ລາວ​ໄປ​ແລ້ວ​ເຖິງ 80 ກວ່າ​ໂຄງການ ຊຶ່ງ​ໃນ​ນີ້​ເປັນ​ໂຄງການ​ທີ່ຢູ່​ໃນ​ຂັ້ນ​ຕອນ ຂອງ​ການວາງ​ແຜນ​ກໍ່ສ້າງ 20 ​ກວ່າ​ໂຄງການ ​ແລະ​ອີກ​ກວ່າ 60 ​ໂຄງການ​ກໍ​ກໍາ ລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ແລະ​ອອກ​ແບບ​ກໍ່ສ້າງ​ຕໍ່​ໄປ.


ບ້ານຈັດສັນໃໝ່ຂອງປະຊາຊົນທີ່ຍົກຍ້າຍຈາກບ້ານທີ່ຢູ່ໃກ້ເຂື່ອນເທີນຫີນບູນ
ບ້ານຈັດສັນໃໝ່ຂອງປະຊາຊົນທີ່ຍົກຍ້າຍຈາກບ້ານທີ່ຢູ່ໃກ້ເຂື່ອນເທີນຫີນບູນ

ສ່ວນ​ເຂື່ອນ​ທີ່​ໄດ້​ທໍາ​ການ​ຜະລິດພະລັງງານ​ໄຟຟ້າ​ແລ້ວ​ໃນ​ປັດ
ຈຸບັນ​ນີ້​ກໍ​ມີ​ຢູ່ 14 ​ແຫ່ງ ຊຶ່ງ​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​
ລວມກັນ 2,540 ​ເມ​ກະ​ວັດ ​ໂດຍ​ທີ່ ຖື​ວ່າ​ເປັນ​ເຂື່ອນ​ຂະໜາດ​
ໃຫຍ່​ທີ່​ສຸດ​ໃນເວລາ​ນີ້ ກໍ​ຄື​ເຂື່ອນ​ນໍ້າ​ເທີນ 2 ທີ່​ສົ່ງ​ພະລັງງານ​ໄຟ
ຟ້າ​ຂາຍ​ໃຫ້​ໄທ​ເປັນ​ສ່ວນ​ໃຫຍ່ ​ໂດຍ​ລັດຖະບານ​ໄທ​ກໍ​ໄດ້​ຕົກລົງ
​ທີ່​ຈະ​ຮັບ​ຊື້ພະລັງງານ​ໄຟຟ້າ​ຈາກ​ລາວ 7,000 ​ເມ​ກະ​ວັດ ພາຍ​
ໃນ​ປີ 2015 ສ່ວນ​ລັດຖະບານ​ຫວຽດນາມ​ກັບ​ກໍາປູ​ເຈຍນັ້ນ ກໍ​ໄດ້
​ຕົກລົງ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຈາກ ລາວ 5,000 ​ເມ​ກະ​ວັດ ​ແລະ
3,000 ​ເມ​ກະ​ວັດ ຕາມ​ລໍາດັບ​ພາຍ​ໃນ​ປີ 2020.

ຫາກ​ແຕ່​ວ່າ​ບັນ​ຫາ​ໃນ​ເວລາ​ນີ້ ກໍ​ຄື​ບັນດາ​ອົງການ​ອະນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລະດັບ​ສາກົນ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ​ຈະ​ຄັດຄ້ານ​ການ​ກໍ່ສ້າງ ​ເຂື່ອນ​ທັງໃນ​ລາວ​ແລະ​ເທິງ​ແມ່​ນໍ້າຂອງ​ຢ່າງ​ເຖິງ​ທີ່​ສຸດ ​ເພາະ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ກະ ທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ແລະ​ສັດນໍ້າ​ຢ່າງ​ກວ້າງຂວາງ ​ໂດຍ​ລ່າ​ສຸດ​ອົງ ການ​ອະນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ໄທ ກໍ​ໄດ້​ອອກ​ມາ​ເຄື່ອນ​ໄຫວ​ເພື່ອ ຄັດຄ້ານ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ເທິງ​ແມ່​ນໍ້າຂອງ​ໃນ​ແຂວງ​ໄຊ​ຍະ​ບຸລີ ​ແລະ​ເຂື່ອນ​ດອນ​ສະ​ຫົງ​ຢູ່​ເຂດ​ສີ່​ພັນ​ດອນ​ໃນ​ແຂວງ​ຈໍາປາ​ສັກ​ຂອງ​ລາວ ລວມທັງ​ຍັງ​ຈະ ພາກັນ​ເຄື່ອນ​ໄຫວ​ເພື່ອ​ຄັດຄ້ານ​ແຜນການ​ຮັບ​ຊື້​ພະລັງງານ​ໄຟຟ້າ​ຈາກ​ລັດຖະບານ ລາວ​ຂອງ​ລັດຖະບານ​ໄທ​ອີກ​ດ້ວຍ.
XS
SM
MD
LG